ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 04:35:33    
ແຜນການເຜີຍ​ແຜ່​ປຶ້ມຈີນ​ສູ່​ພາຍ​ນອກ(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ລັດຖ​ະບານ​ຈີນ​ສົ່ງ​ເສີມ​ອົງການພິມຈຳໜ່າຍ​ຂອງ​ບັນດາ​ປະ​ເທດ​ແປແລະ​ພິມ​ຈຳ​ໜ່າຍ​ປຶ້ມຈີນ​ດ້ວຍແບບ​ວິທີ​ອຸດ​ໜູນ​ຄ່າ​​ແປ,​ພາຍຫຼັງໂຄງການດັ່ງກ່າວ​ທີ່​​ຊື່ວ່າ"​ແຜນການ​ເຜີຍ​ແຜ່ປຶ້​ມຈີນ​ສູ່​ພາຍ​ນອກ"​ເລີ່ມດຳ​ເນີນ​ຢ່າງ​ເປັນ​ທາງ​ການໃນ6​ເດືອນ​ທ້າຍ​ປີ​ກາຍ​​ເປັນ​ຕົ້ນ​ມາ,​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ກວ້າງ​ຂວາງ​ຈາກ​ວົງ​ການ​ພິມ​ຈຳໜ່າຍຂອງ​ຈີນ​ແລະ​ຕ່າງປະ​ເທດ​,​ໃນ​ປະຈຸ​ບັນຄຶບ​​ໜ້າ​ຢ່າງ​ສະດວກ.​ໃນ​ລາຍການ​ວັດທະນະທຳ​ຈີນ​ພາກ​ນີ້,​ເຊີນຟັງ​ເນື້ອ​ໃນ​ລະອຽດ.

ທ້າຍ​ເດືອນ​ກໍລະກົດ​ປີ​ກາຍ,ຫ້ອງການ​ຖະ​ແຫຼງຂ່າວ​ຄະນະ​ລັດຖະບານຈີນ​ແລະ​ກົມ​ການໜັງສືພິມ​ແລະ​ການ​ພິມ​ຈຳໜ່າຍ​ແຫ່ງ​ຊາດ​ຈີນ​ໄດ້ປະກາດ"ວິທີ​ປະຕິບັດ​​ແຜນການ​ເຜີຍ​ແຜ່​ປື້​ມຈີນ​ສູ່​ພາຍ​ນອກ",​ໄດ້ສະ​ເໜີ​ອອກ​ມາ​ຢ່າງ​ຈະ​ແຈ້ງວ່າ,ລັດຖະບານ​ຈີນ​ຈະອຸດ​ໜູນ​ຄ່າ​​ແປ​ໃຫ້​ອົງການ​ພິມ​ຈຳ​ໜ່າຍ​ຕ່າງ​ປະ​ເທດ​ທີ່​ຊື້​ຫຼື​​ໄດ້​ຮັບ​ການ​ມອບລິກຂະ​ສິດ​ຈາກ​ອົງການ​ພິມ​ຈຳໜ່າຍ​ຈີນ,​ແລະ​ຕົ້ນ​ຕໍ​​ແນະນຳປຶ້​ມພາສາ​ຈີນ1200ກວ່າ​ເຫຼັ້ມທີ່ສຳນັກງານ​ພິມ​ຈຳໜ່າຍ20ກວ່າ​ແຫ່ງ​ຂອງ​ຈີນ​ພິມ​ຈຳໜ່າຍນັ້ນ​ໃຫ້ນັກທຸລະກິດ​ພິມ​ຈຳໜ່າຍຂອງ​ຕ່າງປະ​ເທດ.

ທ່ານ​ນາງ​ອູ​ເວິຍ​​ແມ່ນ​ເຈົ້າໜ້າ​ທີ່​ຂັ້ນ​ສູງ​ຂອງ​ຫ້ອງການ​ຖະ​ແຫຼ​ງຂ່າວຄະນະ​ລັດຖະບານຈີນ,ຜູ້​ຮັບຜິດຊອບຜູ້​ໜຶ່ງ​ຂອງ"​ແຜນການທີ່​​ເຜີຍ​ແຜ່​ປຶ້​ມຈີນ​ສູ່​ພາຍ​ນອກ".​ເ​ມື່ອ​ເວົ້າ​ເຖິງ​ສາຍ​ເຫດຂອງ​ແຜນການ​ດັ່ງກ່າວນີ້,ທ່ານ​ນາງ​ເຫັນ​ວ່າ,ຕົ້ນ​ຕໍ​ແມ່ນ​ການ​ຄ້າ​​ຂາ​​ຍປື້ມລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ​​ໄດ້​ຂາດ​ດຸນ​ຢ່າງ​ໜັກໜ່ວງ.​ເຖິງ​ແມ່ນ​ວ່າ​ໄດ້​ມີ20ກວ່າ​ປະ​ເທດ​ມີການ​ຄ້າ​ລິກຂະ​ສິດ​ກັບ​ຈີນ​​ແລ້ວ​ກໍ່ຕາມ,​ແຕ່​ເຂດ​ແຄວ້ນ​ອາຊີ​ຕາ​ເວັນ​ອອກ​ໄດ້ກວມຕະຫຼາດ​ສົ່ງ​ອອກ​ລິ​ກຂະ​ສິດ​​ເກືອບຫຼາຍ​ກວ່າ70%,ການ​ສົ່ງ​ອອກ​ຂອງ​ປື້​ມຈີນ​ຕໍ່​ເອີ​ລົບ​ອາ​ເມ​ລິ​ກາ​​ແມ່ນໜ້ອຍທີ່​ສຸດ.ທ່ານນາງ​ອູ​ເວິຍ​​ເວົ້າວ່າ:

"​ຫຼາຍ​ໆປະ​ເທດລ້ວນ​ແຕ່​ມີເລື່ອງ​ອຸດ​ໜູນຄ່າ​ແປ​​ເພື່ອພິມ​ຈຳໜ່າຍປຶ້ມ,ອັງ​ກິດ,ຝະລັ່ງ,ອຽກລັງ​ເປັນ​ຕົ້ນ​ລ້ວນ​ແຕ່​ມີ​ແຜນການ​ອຸດ​ໜູນ​ຂອງ​ລັດຖະບານ​ຄື​ແນວ​ນີ້.​ພວກ​ຂ້າພະ​ເຈົ້າ​ເລີຍ​ຖອດ​ຖອນ​ເປັນບົດຮຽນ.ສາຍ​ເຫດ​ທີ່​ປຶ້ມ​ຈີນ​ສົ່ງ​ອອກ​ໄປ​ບໍ່​ໄດ້​ນັ້ນມີ​​ຫຼາຍປະ​ເພດ,​ໃນ​ນັ້ນ,​ສາຍ​ເຫດສຳຄັນ​ທີ່​ສຸດ​ແມ່ນ​ພາສາ.

ທ່ານ​ນາງອູ​ເວິຍ​ຊີ້​ອອກ​ວ່າ,ການ​ຄ້າດ້ານ​ຜະລິດ​ຕະພັນ​ວັດທະນະທຳ​ຈີນຂາດ​ດຸນ​ຢ່າງ​ມະຫາສານ​ນັ້ນ​ໄດ້ຂັດຂວາງ​ໂລກ​ເຂົ້າ​ໃຈ​ຈີນ.ຄວາມ​ຜິດ​ໂຕນ​ກັນ​ປະ​ເພດ​ນີ້,ນອກຈາກ​ຜົນ​ສະທ້ອນດ້ານ​ເສດຖະກິດ​ແລ້ວ,ຍັງຈະພາ​ໃຫ້​ມີຜົນສະທ້ອນ​ທາງບົບອື່ນໆ​ອີກ​ດ້ວຍ,ຕົວຢ່າງຄື​ການຂາດ​ຄວາມ​ເຂົ້າ​ໃຈ​ຈີນ​ແລະ​ວັດທະນະທຳ​ຈີນ,​ເຮັດ​ໃຫ້​ລັດຖະບານ​ແລະ​ມວນ​ຊົນ​ຂອງ​ບາງ​ປະ​​ເທດ​ອາດ​ຈະ​ຜ່ານ​​ເສັ້ນທາງ​ຄົດລ້ຽວກ້ຽວ​ກອດ​ຫຼາຍ​ກວ່າ​ເກົ່າ​ໃນ​ການ​ຮ່ວມ​ມື​ແລະ​ການ​ຢູ່​ຮ່ວມ​ກັນ​ໃນ​ເວລາ​ຄົບ​ຫາ​ສະມາຄົມກັບ​ຈີນ.​ໃນ​ງານ​ມະຫະກຳ​ປຶ້ມສາ​ກົນ​ປັກ​ກິ່ງ​ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກັນ​ຍາປີ​ກາຍ,"​ແຜນການທີ່​​ເຜີຍ​ແຜ່​ປຶ້ມຈີນ​ສູ່​ພາຍ​ນອກ"​​ໄດ້​ປະກົດ​ຕົວ​ເປັນເທື່ອ​ທຳ​ອິດ.ງານ​ມະຫະກຳ​ຄັ້ງ​ນັ້ນ​ໄດ້​ຕັ້ງ​ເຂດ​ຈຳ​ເພາະ,​ແນະນຳ​ປື້​ມ​​ໃຫ້​ແກ່​ນັກທຸລະກິດຕ່າງປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ມະຫະກຳແລະ​ເຊັນ​ສັນຍາ​.ທ່ານ​ຫຼີອິງ​ຊິ້ງ ຫົວຫນ້າ​ພະ​ແນ​ກລິກຂະ​ສິດ​ຂອງ​ບໍລິສັດ​ໃຫຍ່​ຂາ​ເຂົ້າ​ແລະ​ຂາ​ອອກ​ປຶ້ມ​ຂອງ​ຈີນ​ຮັບຜິດຊອບ​ວຽກ​ງານ​ລາຍນີ້.ທ່ານ​ຫຼີອິງ​ຊິ້ງ​ເວົ້າ​ວ່າ,​ໃນ​ງານ​ມະຫະກຳ​ຄັ້ງ​ນັ້ນ,ປຶ້ມ"ວິທະຍາ​ຍຸດ​ຊຸນ​ຈື້"​ເຊິ່ງ​ເປັນບົດ​ນິພົນບູຮານ​ທີ່​ລື​ຊື່​​ຂອງ​ຈີນ,"​ເລື່ອງ​ລາວຂອງ​ອ່າQ"ຂອງ​ທ່ານຫຼູຊຸ້ນ ນັກຂ​ຽນທີ່​ມີ​ຊື່ສ​ຽງ,​"ພວກ​ເຮົາ​ສາມ​ຄົນ"ຂອງ​ທ່ານນາງ​ຢາງ​ຈ້ຽງ ນັກປາດ​ທີ່​ມີ​ຊື່ສ​ຽງ,"​ໂລກ​ຂອງ​ຂ້າພະ​ເຈົ້າ​ແລະ​ຄວາມ​ຝັນ​ຂອງ​ຂ້າພະ​ເຈົ້າ"​ເຊິ່ງ​ເປັນ​ອັດຕະ​ຊີວະ​ປະຫວັດ​ຂອງ​ທ່ານ​ຢາ​ວມິ​ງ ດາລາ​ບານບ້ວງ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ຊົມ​ຊອບ​ຈາກນັກທຸລະກິດພິມ​ຈຳໜ່າຍ​ຕ່າງປະ​ເທດ.ທ່ານ​ເວົ້າ​ວ່າ:

"​ແທ່ນວາງສະ​ແດງຂອງ​ພວກ​ຂ້າ​ພະ​ເຈົ້າ​​ໄດ້​ຮັບ​ຄວາມ​ຊົມ​ເຊີຍຫລາຍ,ຄື​ອາ​ເມ​ລິ​ກາ,ອັງກິດ,ຝະລັ່ງ,​ເຢຍລະ​ມັນ,​ໂປ​ໂລ​ຍ,ຟີ​ລິບ​ປິນ,ລວມທັງ​ຄະນະ​ຜູ້ແທນ​ອິນ​ເດຍລ້ວນ​ແຕ່​ມາຫາລື​ກັບພວກຂ້າ​ພະ​​ເຈົ້າ​ກ່ຽວກັບ​ການນຳ​ເອົາ​ປື້ມພາສາ​ຈີນ​​ເຂົ້າປະ​ເທດ​ຂອງ​ພວກ​ເພິ່ນ​ແນວ​ໃດ,​ເຊັນ​ສັນຍາຄວາມ​ຈຳນົງ70ກວ່າປະ​ເພດ.ປະຈຸ​ບັນ​ໄດ້​ມີ11ປະ​ເພດ​ໄດ້​​ເຊັນຂໍ້​ຜູກ​ພັນ​ແລ້ວ,ພວມ​ໃຫ້​ພວກ​ຂ້າພະ​ເຈົ້າ​ຕາງຫນ້າ​ຮ້ອງ​ຂໍ​ຄ່າ​​ແປ​ພາສາ."

ທ່ານຫ​ຫຼີອິງ​ຊິ້ງ​ເວົ້າ​ວ່າ,ການ​ຄ້າ​ລິກຂະ​ສິດ​ປຶ້ມຂອງຈີນ​ແມ່ນ​ຟົດ​ຟື້ນ​ຂຶ້ນ​ໃນ10ກວ່າປີມໍ່ໆ​ມາ​ນີ້.ກ່ອນ​ປີ2000,ປຶ້​ມຂອງ​ແຜ່ນດິນ​ໃຫຍ່​ຈີນ​ຕົ້ນ​ຕໍ່​ສົ່ງ​ໄປ​ໃຫ້ເຂດ​ຮົງ​ກົງ​,​ໄຕ້​ຫວັນ​ເປັນ​ຕົ້ນ,​ສ່ວນປຶ້ມ​ທີ່​ຖືກ​ແປ​ເປັນ​ພາສາ​ຕ່າງປະ​ເທດ​ແລະ​ເຂົ້າປະ​ເທດ​ຝ່າຍ​ຕາ​ເວັນ​ຕົກນັ້ນ​ພຽງ​ແຕ່​ແມ່ນ​ເລື່ອງ​ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,​ແລະ​ມີ​ຈຳນວນ​ໜ້ອຍ​ທີ່​ສຸດ.ການ​ປະກາດ​ໃຊ້​"​ແຜນການ​ທີ່ເຜີຍ​ແຜ່​ປຶ້ມຈີນ​ສູ່​ພາຍ​ນອກ"ຈະສາມາ​ດສົ່ງ​ເສີມນັກທຸລະກິດພິມ​ຈຳໜ່າຍ​ສາກົນ​ພິມ​ຈຳໜ່າຍ​ປຶ້ມຈີນ​,​ແຕ່​ບັນຫາ​ການຂາດ​ດຸນ​ດ້ານ​ການ​ຄ້າ​ກບໍ່​ອາດ​ໄດ້​ຮັບ​ການແກ້​ໄຂ​ໃນ​​ໄລຍະ​ສັ້ນ​.

ຕາມ​ນັກ​ຂ່າວ​ຊາບ​ວ່າ,ຖ້າ​ສຳ​ນັກ​ງານ​ພິມ​ຈຳ​ໜ່າຍ​ຂອງຕ່າງປະ​ເທດ​ຢາກ​ໄດ້​ຮັບ​ການອຸດ​ໜູນຄ່າ​ແປ​ຈາກລັດຖະບານ​ຈີນ,ລະບຽບການຮ້ອງ​ຂໍຄື​ແນວ​ນີ້:ສຳນັກງານພິມ​ຈຳໜ່າຍ​ຕ່າງປະ​ເທດ​ຊື້ລິ​ກຂະ​ສິດຈາກ​ສຳນັກງານ​ພິມ​ຈຳ​ໜ່າຍ​ຈີນ​ໂດຍ​ຕົນ​ເອງ​ຫຼື​ຜ່ານ​ອົງການ​ສື່​ກາງລິກຂະ​ສິດ,​ເມື່ອ​​ໄດ້​ເຊັນ​ສັນຍາ​ທາງ​ການ​ແລ້ວ,ກໍ່​ມອບ​ໝາຍ​ໃຫ້ສຳນັກງານ​ພິມ​ຈຳ​ໜ່າຍ​ຈີນ​ຫຼື​ອົງການ​ຕົວ​ແທນ​ຮ້ອງ​ຂໍ​ເງິນ​ອຸດ​ໜູນ​ຄ່າ​ແປຈາກຫ້ອງການ​ຖະ​ແຫຼ​ງຂ່າວ​ຄະນະ​ລັດຖະບານ​ຈີນ.

ໃນ​ຖານ​ເປັນ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ລາຍໜຶ່ງ​ທີ່​ລັດຖະບານ​ນຳ​ທາງ,​​ເຖິງ​ແມ່ນ​ວ່າ​ແຜນການ​ເຜີຍ​ແຜ່ປຶ້​ມຈີນ​ສູ່​ພາຍ​ນອກ​ໄດ້​ມີການ​ເລີ່​ມຕົ້ນ​ອັນ​ດີງາມກໍ່ຕາມ,​ແຕ່​ຍັງ​ຕ້ອງ​​ເດີນທາງ​ຍາວ​ໄກ.ທ່ານ​ນາງ​ອູ​ເວິຍ ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ຫ້ອງການ​ຖະ​ແຫຼງຂ່າວຄະນະ​ລັດຖະບານ​ຈີນ​ທີ່​ຮັບຜິດ​ຊອບ​ວຽກ​ງານລາຍນີ້​ມີ​ຄວາມ​ຮັບ​ຮູ້​ອັນ​ສະໝອງ​ໃສ​ຕໍ່​ເລື່ອງ​ນີ້.ທ່ານ​ນາງ​ເວົ້າ​ວ່າ:

"ຍ້ອນ​ວ່າ​ຈີນ​ມີຄົນ​ຫຼາຍ,ສຳນັກງານ​ພິມ​ຈຳໜ່າຍ​ກິນຕະຫຼາດ​ພາຍ​ໃນ​ປະ​ເທດກໍ່​ພໍ​ແລ້ວ,ສະ​ນັ້ນ​ຈິ່ງບໍ່ຟ້າວຍ່າງ​ອອກ​ໄປ​ນອກ.ໝາກຜົນ​ທີ່​ພວກ​ຂ້າ​ພະ​​ເຈົ້າຫວັງນັ້ນແມ່ນ,​​ໃນ​ອະນາຄົດ,ພາຍ​ໃຕ້​ການ​ຊຸກຍູ້​ຂອງ​ລັດຖະບານ​ຈີນ,​ເຣັດ​ໃຫ້ການ​ພິມ​ຈຳໜ່າຍ​ຂອງ​ຈີນ​​ເດີນອອກ​ໄປ​ນອກ​ນັ້ນ​ກາຍ​ເປັນ​ການ​ເຄື່ອນ​ໄຫວ​​ຢ່າງ​ເປັນ​ເຈົ້າ​ການຂອງບັນດາ​ອົງການ​ພິມ​ຈຳໜ່າຍ,​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກຂະ​ບວນການດັ່ງກ່າວນີ້."

ທ່ານນາງ​ອູ​ເວິ​ຍເວົ້າ​ວ່າ,ຄຽງ​ຄູ່​ກັບ​ລະດັບ​ຫັນ​ເປັນ​ຕະຫຼາດ​ຂອງ​ການ​ພິມ​ຈຳໜ່າຍ​ຈີນ​ໄດ້ຍົກ​ສູງ​ຂຶ້ນ,ສຳນັກງານ​ພິມ​ຈຳໜ່າຍ​ຂອງ​ຈີນ​ນັບ​ມື້​ນັບ​ເອົາ​ໃຈ​ໃສ່​ນຳຕະຫຼາດ​ຕ່າງປະ​ເທດ,​ເຊື່ອ​ວ່າ​ຈະ​ມີ​ສຳນັກງານ​ພິມ​ຈຳໜ່າຍຫຼາຍ​ກວ່າ​ເກົ່າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເຜີຍ​ແຜ່​ປຶ້ມຈີນ​ໄປ​ສູ່​ຕ່າງ​ປະ​ເທດ.