ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 08:37:45    
ບຸນ​ລ້າ​ປ່າ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຢູ່​ຈີນ, ​ເດືອນ 12 ຕາມຈັນທະຄະຕິ​ກໍ່​ຖືກ​ເອີ້ນ​ເປັນ​ເດືອນ "ລ້າ​ເຢ້", ສະນັ້ນ​ ມື້​ອອກ​ໃໝ່ 8 ຄ່ຳ​ເດືອນ 12 ຈັນທະຄະຕິ​ກໍ່​ເອີ້ນ​ເປັນ​ບຸນ "ລ້າ​ປ່າ" ​ແປ​ວ່າ "ບຸນ​ມື້​ອອກ​ໃໝ່ 8 ຄ່ຳເດືອນ 12 ຈັນທະຄະຕິ​". ບຸນ "ລ້າ​ປ່າ" ​ແມ່ນ​ມື້ບຸນ​ປະ​ເພນີ​ຂອງ​ເຜົ່າ​ຮັ້ນຈີນ, ກໍ່​ຖືກ​ຖື​ເປັນມື້​ບຸນສຳຄັນກ່ອນ​ຈະ​ເຖິງ​ບຸນ​ກຸດ​ຈີນ. ​ໃນ​ລາຍການອາລະຍະ​ທຳ​ພັນ​ປີ​ພາກ​ນີ້, ຂ້າ​ພະ​ເຈົ້າ​ຈະ​ແນະນຳ​ບຸນ​ "ລ້າ​ປ່າ" ​ສູ່​ຟັງ.

ຕາມ​ການບັນທຶກ​ໃນ​ໜັງສື​ບູຮານ, ບຸນ ​"ລ້າ​ປ່າ" ​​ໄດ້​ຜັນ​ແປມາ​ຈາກ​ພິທີ​ບວງ​ສວງ​​ໃນ​ເດືອນ 12 ຂອງ​ສະ​ໄໝ​ບູຮານ​ຂອງ​ຈີນ. ​ແຕ່​ໃດ​ມາ, ຈີນ​ກໍ່​ເອົາ​ໃຈ​ໃສ່​ນຳ​ກະສິກຳ, ​ເມື່ອ​ການ​ຜະລິດ​ກະສິກຳ​ໄດ້​ຮັບ​ຜົນ​​ເກັບ​ກ່ຽວອຸດົມສົມບູນ, ຄົນ​ບູຮານ​ກໍ່​ເຫັນ​ວ່າ​ແມ່ນ​ຍ້ອນ​ເທວະ​ດາ​ຟ້າ​ແຖນຕ່າງໆດົນ​ບັນດານ​ໃຫ້, ສະນັ້ນ ຈຶ່ງ​ຈັດ​ໃຫ້​ມີ​ພິທີ​ບວງສວງອັນ​ມະ​ໂຫລານ​ເພື່ອຕອບບຸນ​ແທນ​ຄູນ​ແລະ​ສະ​ຫຼອງການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ອຸດົມສົມບູນ​ໃນ​ເດືອນ 12 ຕາມ​ຈັນ​ທະ​ຄະ​ຕິ, ພິທີ​ບວງສວງ​ນີ້​ກໍ່​ຖືກ​ເອີ້ນ​ເປັນ "ລ້າ​ຈີ້" ໝາຍ​ເຖິງ "ພິທີ​ບວງສວງ​ໃນ​ເດືອນ 12". ພາຍຫຼັງພິທີ​ບວງສວງ​ສິ້ນ​ສຸດ​ລົງ​ແລ້ວ, ຄົນ​ບູຮານ​ຈະ​ຈັດ​ງານ​ລ້ຽງ​ທົ່ວ​ບ້ານ, ​ເອົາສະບຽງ​ອາຫານ​ທີ່​ເກັບ​ກ່ຽວ​ໄດ້​ໃນ​ປີ​ນັ້ນມາຕົ້ມ​ເປັນ​ເຂົ້າປຽກ, ຄົນ​ທັງຫຼາຍມາ​ນັ່ງ​ກິນ​ນຳກັນ, ສະ​ເຫຼີມສະຫຼອງນຳ​ກັນ. ພາຍຫຼັງມາ, ພິທີ​ບວງສວງ​ນີ້​ໄດ້​ພັດທະນາ​ກາຍ​ເປັນ​ມື້​ບຸນ​ບວງສວງ​ບັນພະ​ບູລຸດ. ​ເມື່ອ​ຄິດຕະສັງກາດສະຕະວັດ​ທີ 5, ຝ່າຍ​ທາງ​ການ​ໄດ້​ກຳນົດ​ເອົາ​ວັນ​ທີ 8 ​ເດືອນ 12 ຈັນທະຄະຕິ​ຈີນ​ເປັນ​ບຸນ "ລ້າ​ປ່າ". ຫຼັງຈາກ​ພຸດທະ​ສາສະໜາ​ໄດ້​​ເຜີຍແຜ່​​ເຂົ້າ​ເມືອງ​ຈີນ​ແລ້ວ, ກໍ່​​ໄດ້ອ້າງ​ຕາມ​ປະ​ເພນີ​ບວງສວງ​ບັນພະ​ບູລຸດ​ແລະ​ກິນ​ເຂົ້າປຽກ​ໃນ​ມື້ບຸນ "ລ້າ​ປ່າ​" ມາ​ແຕ່ງ​ນິທານ​ພື້ນ​ສືບ​ທີ່​ວ່າ ວັນ​ທີ 8 ​ເດືອນ 12 ຈັນທະຄະຕິ​ແມ່ນ​ວັນ​ຕັດສະຮູ້​ຂອງ​ພະ​ສຳ​ມາ​ສຳ​ພຸດທະ​ເຈົ້າສາ​ກະ​ຍະ​ມູນີ. ​ເນື້ອ​ໃນ​ໂດຍ​ສັງ​ເຂ​ບແມ່ນ ກ່ອນ​ສາ​ກະ​ຍະ​ມູນີຕັດສະຮູ້​ເປັນ​ພະອໍລະຫັນ, ​ເຄີຍ​ບຳ​ເພັນ​ຕະບະ​ມາ​ເປັນ​ເວລາຫຼາຍປີ, ຫິວຈົນ​ຮ່າງກາຍອ່ອນ​ໂຊ, ​ເລີຍຕົກລົງ​ປະລະ​ການບຳ​ເພັນ​ຕະບະ. ​ໃນ​ເວລາ​ນັ້ນ ພະ​ອົງ​ໄດ້​​ພົບນາງ​​ລ້ຽງສັດຜູ່​ໜຶ່ງ, ນາງ​ໄດ້​​ເອົານົມ​ສັດ​ໃຫ້​ພະ​ອົງ​ກິນ​ແກ້​ຄວາມ​ອຶດຫິວ. ພະ​ອົງ​ສະ​ເຫວີຍ​ແລ້ວ​ໄດ້​ຟື້ນ​ຟູ​ກຳລັງ​ເຫື່ອ​ແຮງ, ​ແລະ​ຊົງ​ນັ່ງ​ສະມາທິ​ຢູ່​ໃຕ້​ຕົ້ນ​​ໂພ, ​ຕັດສະຮູ້​ເປັນ​ພະອໍລະຫັນ​ໃນ​ວັນ​ທີ 8 ​ເດືອນ 12 ຈັນທະຄະຕິ. ​ເພື່ອ​ລະ​ລຶກ​ເລື່ອງ​ນີ້, ພຸດ​ທະ​ສາ​ສະ​ນິກກະ​ຊົນ​ຈຶ່ງ​ໃຊ້​ເຂົ້າສານ​ປົນ​ກັບ​ໝາກ​ໄມ້ເປັນຕົ້ນ​ມາ​ຕົ້ມ​ເປັນ​ເຂົ້າ​ປຽກ, ເພື່ອ​ເອົາ​ມາ​ຖະ​ຫວາຍ​ພະ, ເຂົ້າ​ປຽກ​ນີ້​ຖືກ​ເອີ້ນ​ເປັນ "ລ້າ​ປ່າ​ໂຈ່ວ".

ຄົນຈີນ​ກິນ​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ" ມີ​ປະຫວັດ​ມາ​ເປັນ​ເວລາ 1000 ກວ່າ​ປີ​ແລ້ວ. ​ເລີ່​ມມີ​ໃນ​ລາ​ຊະວົງ​ຊົ້ງ(​ແຕ່​ປີ ຄ.ສ.960 ຮອດປີ​ ຄ.ສ. 1279). ​ໃນ​ຄາວ​ນັ້ນ, ​ເມື່ອ​ຮອດ​ມື້ບຸນ "ລ້າ​ປ່າ", ບໍ່​ວ່າ​​ໃນລາຊະ​ສຳນັກ ອົງການ​ປົກຄອງຫຼືວັດວາອາ​ຮາມ​ຕ່າງໆ ລ້ວນ​ແຕ່​ຕົ້ມ​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ". ສ່ວນ​ຝ່າຍ​ພື້ນ​ເມືອງ, ທຸກ​ບ້ານ​ທຸກ​ເຮືອນ​ກໍ່ຕົ້ມ​ເຂົ້າປຽກ​ນີ້ຄື​ກັນ, ​ເອົາ​ມາບ​ວງສວງ​ບັນພະ​ບູລຸດ, ທຸກ​ຄົນ​ໃນ​ຄອບຄົວກໍ່​ກິນ​ນຳ​ກັນ, ​ແລະ​​ສົ່ງ​ໃຫ້​ຍາດ​ພີ່ນ້ອງ​ແລະ​ເພື່ອນ​ມິດ.

​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ" ມີຫຼາຍຊະນິດ. ຕາມ​ປະ​ເພນີພື້ນ​ເມືອງ, ​ເຂົ້າປຽກ "ລ້າ​ປ່າ​​ໂຈ່​ວ" ປະ​ກອບ​ດ້ວຍວັດຖຸຕົ້ນຕໍ 8 ຊະນິດ ​ເຄື່ອງປຸງລົດ 8 ຊະນິດ, ເພື່ອ​ເຮັດ​ໃຫ້ສອດຄ່ອງກັບ​ຕົວ​ເລກ 8 ​ໃນ​ຄຳ​ສັບ "ລ້າ​ປ່າ" ຄື ວັນ​ທີ 8 ​ເດືອນ 12 ​ເຊິ່ງໝາຍ​ຄວາມ​ວ່າ​ສິລິ​ມຸງຄຸນ. ວັດຖຸ​ຕົ້ນຕໍ​ໄດ້​ຖື​ປະ​ເພດ​ໝາກ​ຖົ່ວ​ແລະ​ເຂົ້າ​ເປັນຫຼັກ, ມີ​ຖົ່ວ​ແດງ ຖົ່ວຂຽວ ໝາກຖົ່ວຍັດ ຖົ່ວ​ລັນ​ເຕົາ ໝາກຖົ່ວ​ແຂກ​ແລະ​ໝາກ​​ບົວ​ສີ​ຕ່າງໆ​ເປັນຕົ້ນ. ປະ​ເພດ​ເຂົ້າມີ​ເຂົ້ານົກ ​ເຂົ້າສານ ​ເຂົ້າສີ​ເຫຼືອງ ​ເຂົ້າຈ້າວ ​ເຂົ້າໜຽວ ໝາກ​ຫຍ້າ​ ​ເຂົ້າ​ເບຼ ​ເຂົ້າ​ໂອດ ​ເຂົ້າສາລີ​ແລະ​ເຂົ້າຟ້າ​ງເປັນຕົ້ນ. ຄົນ​ທັງຫຼາຍສາມາດ​ເລືອກ​ໃຊ້​ຕາມ​ຄວາມ​ນິຍົມ​ແລະ​ຄວາມ​ຊີ​ນ​ເຄີຍ. ​ສ່ວນ​ເຄື່ອງ​ປຸງ​ລົດ, ທຳ​ມະ​ດາ​ແລ້ວ​ຈະ​ເລືອກ​ໃຊ້​ຂອງດັ່ງ​ລຸ່ມ​ນີ້: ຄື ໝາກຄາຍ​ແຫ້ງ ອັບ​ປຼີຄອດ​ແຫ້ງ ວອນ​ນັດ ໝາກ​ກະທັນ ໝາກ​ກໍ່ ​ໝາກພັບ ແກ່ນ​ໝາກ​ໂມ ໝາກ​ບົວ ໝາກ​ຖົ່ວດິນ ​ແກ່ນ​ສົນ ໝາກຈອງ​ແຫ້ງ​ແລະ​ອະ​ງຸ່ນ​ແຫ້ງ​ເປັນຕົ້ນ. ພາຍຫຼັງປະກອບ​ວັດຖຸ​ຕົ້ນຕໍ​ແລະ​ເຄື່ອງປຸງ​ລົດ​ເສັດ​ຊັບ​ແລ້ວ, ​ໃຊ້​ໝໍ້​ດິນ​ຕົ້ມ​ດ້ວຍໄຟ​ອ່ອນ, ຕົ້ມສຸກ​ແລ້ວ​ຕື່ມເຄື່ອງປຸງ​ຫວານ​​ໃສ່​​ເຊັ່ນ ນ້ຳຕານ​ຂາວ ດອກ​ກູ​ຫຼາບ​ແລະດອກ​ອົບ​ເຊີຍ​ເປັນຕົ້ນ.

​ແຕ່​ໃດ​ມາ ​ຊາວປັກ​ກິ່ງກໍ່ມັກ​ຖື​ບຸນ "ລ້າ​ປ່າ​" ​​ເປັນ​ສັນຍານ​ທີ່​ບົ່ງ​ບອກ​ວ່າ​ບຸນ​ກຸດ​ຈີນ​ໃກ້​ຈະວຽນ​ມາ​ເຖິງ, ​ໃນ​ມື້ບຸນ "ລ້າ​ປ່າ" ​​ນີ້, ຄອບຄົວ​​ໃດກໍ່​ກິນ​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ". ຢູ່​ປັກ​ກິ່ງ​ເຄີຍ​ມີ​ຂັບ​ພື້ນ​ເມືອງ​ຄື​ດັ່ງ​ນີ້: "​ແມ່​ປ້າຢ່າອຸກ​ອັ່ງ, ມື້ບຸນ "ລ້າ​ປ່າ" ​​ຜ່ານ​ໄປ​ກໍ່​ຈະ​ເຖິງ​ມື້​ສິ້ນ​ປີ. ກິນ​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ", ບໍ່​ກິນ​ເທົ່າ​ໃດ​ມື້, ກໍ່​ຈະຮອດແຮມ 8 ຄ່ຳ(ຕາມ​ປະ​ເພນີ​ຈີນ, ມື້ແຮມ 8 ຄ່ຳ​ເປັນ​ມື້​ສົ່ງ​ເທບພະ​ເຈົ້າ​ແຫ່ງ​ເຕົາ​​ໄຟຂຶ້ນສູ່​ສະຫວັນ)."

​ໃນມື້ບຸນ "ລ້າ​ປ່າ​​ເຈ", ນອກຈາກ​ຈະຕົ້ມ​ເຂົ້າປຽກ "ລ້າ​ປ່າ​ໂຈ່​ວ" ​ແລ້ວ, ຢູ່​ພື້ນ​ເມືອງ​ທາງ​ພາກ​​ເໜືອ​ຂອງ​ຈີນ​ຍັງ​ມີ​ປະ​ເພນີດອງ "ຫົວຜັກທຽມ​ລ້າ​ປ່າ". ​ແມ່​ເຮືອນ​ປອກ​ເປືອກ​ຫົວ​ຜັກ​ທຽມ​ອອກ, ​ເອົາ​​ໃສ່​ໄຫ, ​ໃສ່​ນ້ຳສົ້ມທີ່​​ເຮັດ​ດ້ວຍ​ເຂົ້າສານ​ຈົນ​ເຕັມ, ​ແລ້ວ​ອັດ​ປາກ​ໄຫ​​​ໃຫ້​ແໜ້ນ​ໃນ​ມື້ບຸນ "ລ້າ​ປ່າ​", ​ວາງ​ໄວ້​ຢູ່​ໃນ​ເຮືອນ​ທີ່​ຂ້ອນ​ຂ້າງ​ອົບ​ອຸ່ນ. ​ເມື່ອ​ຮອດ​ຄ່ຳ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່, ​​ເອົາ​ກ້ຽວຈ້ຳໃສ່​ແລ້ວ​ຈຶ່ງ​ກິນ. ຫົວ​ຜັກທຽມ​ທີ່​ດອງ​ໄດ້​ດີ​ຈະ​ມີ​ສີຂຽວ​ສົດ​ໃສ, ​ເບິ່ງ​ແລ້ວ​ເໝືອນ​ແກ້ວ​ມໍ​ລະ​ກົດ, ​ແຊ່​ຢູ່​ໃນ​ນ້ຳສົ້ມສີ​ແດງ​ແກ່, ໜ້າ​ເບິ່ງ​ທີ່​ສຸດ, ນີ້​ໄດ້​ສ້າງ​ບັນຍາກາດ​ມື້ບຸນທີ່​ສະມາຊິກ​ຄອບຄົວ​ຢູ່ຊ້ອງ​ໜ້າ​ໝົດ​ທຸກ​ຄົນ.