ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 11:38:26    
ປະ​ມວນ​ເພງ​ຮ້ອງ​ຮວມ​ໝູ່ "ຮີດ​ຄອງ​ປະ​ເພ​ນີ​ຢຸນ​ນານ"​ພາກ​ປາຍ​(ສຽງ)

cri Author: shuo


ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ ສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດ.​ໃນ​ລາຍການນັດ​ພົບ​ໃນ​ວັນ​ອາທິດແລ້ວ​ນີ້, ຂ້າພະ​ເຈົ້າ​ໄດ້​ຈັດ​ເອົາພາກ​ຕົ້ນຂອງ​ປະມວນ​ເພງ​ຮ້ອງ​ຮວມໝູ່"ຮີດຄອງປະ​ເພນີ​ຢຸນນານ"ສູ່​ທ່ານ​ຟັງ,​ໃນ​ລາຍການ​ມື້ນີ້,ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງພາກ​ປາຍ​.

​ໃນອາທິດ​ແລ້ວ​ນີ້​,ພວກ​ເຮົາ​​ໄດ້​​ແນະນຳ​​ແລ້ວ​ວ່າ,ປະມວນ​ເພງ​ຮ້ອງ​ຮວມໝູ່ "ຮີດຄອງ​ປະ​ເພນີ​ຢຸນນານ"​ແຕ່ງ​ໂດຍ​ທ່ານ​ທຽນ​ເຟີ່ງ ນັກ​ແຕ່ງ​ນົດຂອງ​ຈີນ,​ເພິ່ນ​ຖື​ດົນຕີ​ພື້ນ​ເມືອງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຂອງ​ແຂວງ​ຢຸນນານທີ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ເປັນ​ເຄົ້າມູນ,​ໄດ້​ບັນ​ລະ​ຍາຍ​ຮີດຄອງ​ປະ​ເພນີ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວເຜົ່າ​ໄປ ​ເຜົ່າ​ລື້ ​ເຜົ່າ​ນ້າ​ຊີ່ ​ເຜົ່າ​ຈິ່ງ​ພໍ່​ແລະ​ເຜົ່າ​ອີ​ທີ່​ດຳລົງ​ຊີວິດ​ຢູ່​​ແຫ່ງ​ນັ້ນ.ປະມວນ​ເພງ​ນີ້​ອ່ອນ​ໂຍນ​ອອນຊອນ,​ເຕັມ​ໄປ​ດ້ວຍ​ລັກ​ສະ​ນະຊົນ​​ເຜົ່າ​,​​ແລະ​ໄດ້​ໃຊ້​ວິທີ​ປະດິດແຕ່ງສະໄໝໃໝ່ເຂົ້າ​ໃນ​ດ້ານ​ທຳນອງ ການ​ປະ​ສານ​ສຽງ​ແລະ​ການ​ປະກອບ​ເຄື່ອງ​ເສບ,​ແລ້ວ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຟັງ​ທັງ​ຫຼາຍ,​ແລະ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍ​ໂດຍ​ທົ່ວ​ໄປ​ໃນ​ວົງ​ການ​ດົນຕີ​ຂອງ​ຈີນ,​ໄດ້​ຮັບ​ລາງວັນ​ທີ​ໜຶ່ງ​ໃນ​ງານ​ປະ​ກວດ​ດົນ​ຕີ​ຈີນ​ຄັ້ງ​ທີ​ຫ້າ​.​ໃນ​ລາຍການ​ອາທິດ​ແລ້ວ​ນີ້,ພວກ​ເຮົາ​ໄດ້​ຈັດ​ເອົາ​ສອງ​ເພງ​ໃນ​ປະມວນ​ເພງ​ຮ້ອງ​ຮວມໝູ່"ຮີດຄອງ​ປະ​ເພນີ​ຢຸນນານ"ສູ່ທ່ານ​ຟັງ​ແລ້ວ,​ມື້​ນີ້​ເຊີນທ່ານ​ຟັງ​ອີກສາມ​ເພງ​.

ກ່ອນ​ອື່ນ,​ເຊີນ​ຟັງ​ເພງ gan bai lu shang "​ໄປ​ເລາະ​ຕະຫຼາດ" ​ເພງ​ທີ​ສອງ​ໃນ​ປະ​ມວນ​​ເພງ.​ເພງ​ນີ້​ໄດ້​ບັນ​ລະ​ຍາຍສະພາບ​ມ່ວນ​ຊື່ນ​ທີ່​ສາວ​ເຜົ່າ​ລື້​ໝູ່​ໜຶ່ງ​ໄປ​ເລາະ​ຕະຫຼາດ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "​ເອື້ອ​ຍນ້ອງ​ພົບ​ກັນ​ຢ່າງ​ມ່ວນ​ຊື່ນ,​ເວົ້າ​ເລື່ອງ​ໃນ​ໃຈ​ສູ່​ກັນ​ຟັງ​ບໍ່​ໝົດ​ຈັກ​ເທື່ອ,​ຫົວ​ຊົມ​ຊ້ອຍ​ຊື່ນ​ໄປ​ໝົດ​ທາງ."

ຊາວ​​ມໍ​ຊໍ່​ແມ່ນ​ສາຂາ​ໜຶ່ງ​ຂອງ​ເຜົ່າ​ນ້າ​ຊີ່​​​ແຂວງ​ຢຸນນານ,ນັບ​ມາ​ຮອດ​ປະຈຸ​ບັນ,​ຊາວມໍຊໍ່​ຍັງ​ສະຫງວນລະບອບ​ຄອບ​ຄົວ​ທີ່​ຖື​ເພດ​ຍິງ​ເປັນ​ໃຈກາງ.ຊາວ​ມໍ​ຊໍ່​ມີ​ປະ​ເພນີ​ເຜົາ​ສົບ.​ເພງmo suo ren de zang li"ພິທີ​ເຜົາ​ສົບ​ຂອງຊາວ​ມໍ​ຊໍ່" ​ເພງ​ທີ​ສາມ​ໃນ​ປະມວນ​ເພງ​ກໍ​ໄດ້​ສະ​ແດງ​ຄວາມ​​ອາ​ໄລ​ຫາ​ຍາດຕິ​ພີ່ນ້ອງ​ຜູ້ລ່ວງ​ລັບ​​ໄປ​ແລ້ວ.

​ເຂົ້າສານ​ແມ່ນ​ອາຫານ​ຕົ້ນຕໍ​ຂອງ​ຊາວ​ເຜົ່າ​ຈິງ​ພໍ່,​ຊູ່​ມື້​ນີ້,​ໃນ​ບ້າ​ນທີ່ຢູ່​​ຫ່າງ​ໄກ​ສອກຫຼີກ,ຍັງ​ຈະ​ເຫັນ​ສະພາບ​ການ​ທີ່​ນາງ​ສາວ​ຖື​ໄມ້ຄ້ອນ​ທັງ​ຕຳ​ເຂົ້າ​ທັງ​ຮ້ອງ​ເພງ,​ເຊິ່ງ​ເປັນ​ວິທີ​ຕຳ​ເຂົ້າທີ່​ສືບ​ທອດ​ກັນ​ມາ. "​ເພງຕຳ​ເຂົ້າ"​ກໍ​ໄດ້​ສະ​ແດງ​ສະພາບ​ການ​ອອກ​ແຮງ​ງານ​ຢ່າງມ່ວນ​ຊື່ນ​ດັ່ງກ່າວ.

​ເພື່ອນ​ຜູ້​ຟັງ,​ໃນ​ສຽງ​ເພງ​ທີ່​ມ່ວນ​ອອນຊອນ,ປະມວນ​ເພງຮ້ອງ​ຮວມໝູ່"ຮີດຄອງ​ປະ​ເພນີ​ຢຸນ ນານ"​​ໄດ້​ສະ​ເໜີ​ໝົດ​ແລ້ວ,​​ເນື້ອ​ເພງ​ແລະ​ທຳນອງ​ຂອງປະມວນ​ເພງ​ນີ້ຕ່າງ​ແຕ່ງ​ໂດຍ​ທ່ານ​ຈ່າງ​ຕົ່ງ​ຮຸ່ຍ​ແລະ​ທ່ານ​ທຽນ​ເຟີ່ງ,​ແລະ​ຂັບ​ຮ້ອງ​ໂດຍ​ຄະນະ​ຮ້ອງ​ຮວມໝູ່ສະ​ຖາ​ບັນ​ສິລະ​ປະ​ຢຸນນານ.ຂອບ​ໃຈ​ທ່ານ​ທີ່ຮັບ​ຟັງ,ຂໍ​ອວຍພອນ​ທ່ານຈົ່ງ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ໃນ​ວັນ​ອາ ທິດ,ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ,ສະບາຍດີ.