ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 17:10:07    
ຜູ່​ຊ່ຽວຊານ​ບັນຫາ​ໄຕ້​ຫວັນ​ເຫັນ​ວ່າ ​ເຈດ​ຈຳ​ນົງ 8 ຂໍ້​ຕໍ່​ບັນ​ຫາ​ໄຕ້​ຫວັນ​ຂອງ​ທ່ານ​ຈຽງ​ເຈີ​ມິນ​ມີ​ຄວາມ​ໝາຍ​ສຳ​ຄັນ​ຕໍ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝັ່ງ​ຊ່ອງ​ແຄບ​

cri Author: lm

ຕາມ​ຂ່າວCRI: ຜູ່​ຊ່ຽວຊານ​ບັນຫາ​ໄຕ້​ຫວັນ​ເຫັນ​ວ່າ, ​ເຈດ​ຈຳນົງ 8 ຂໍ້​ຕໍ່ບັນຫາໄຕ້​ຫວັນ​ຂອງ​ທ່ານ​ຈຽງ​ເຈີ​ມິນ​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ​ແລະ​ທາງ​ຕົວ​ຈິງ​ໃນ​ກາ​ນຂະ​ຫຍາຍ​ການ​ພົວ​ພັນ​ລະຫວ່າງ​ສອງ​ຝັ່ງ​ ຊຸກ​ຍູ້​ການ​ທ້ອນ​ໂຮມປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ.

ວັນ​ທີ 26 ມັງກອນ​ຢູ່​ທີ່​ປັກ​ກິ່ງ, ຜູ່​ຊ່ຽວຊານ​ບັນຫາ​ໄຕ້​ຫວັນ​ຂອງ​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ​ໄດ້​ຈັດ​ງານ​ສົນທະນາ, ລະ​ລຶກທ່ານ​ຈຽງ​ເຈີ​ມິນ ອະດີດ​ຜູ່​ນຳ​ຈີນ​ປະກາດ​ເຈດ​ຈຳນົງ 8 ຂໍ້​ຕໍ່​ບັນ​ຫາ​ໄຕ້​ຫວັນ​ຄົບຮອບ 11 ປີ. ຜູ່​ຊ່ຽວຊານ​ທັງຫຼາຍ​ກ່າວ​ວ່າ, ​​ແຕ່​ປະກາດເຈດ​ຈຳນົງ 8 ຂໍ້​​ໃນ 11 ປີ​ມາ​ນີ້, ການ​ແລກປ່ຽນດ້ານ​ເສດຖະກິດ​ແລະ​ວັດທະນະ​ທຳ​ລະ​ຫວ່າງ​ສອງ​ຝັ່ງ​ນັບ​ມື້​ນັບຫຼາຍ, ປັດ​ໄຈ​ທີ່​ມີ​ຜົນ​ດີ​ຕໍ່​ການ​ພົວພັນ​ລະຫວ່າງ​ສອງ​ຝັ່ງຂະ​ຫຍາຍ​ໄປ​ຕາມ​ທິດ​ສັນ​ຕິພາບ​ແລະ​ສະຖຽນ​ລະ​ພາບ​ພວມ​ເພີ່ມ​ຂຶ້ນ. ພວກ​ທ່ານ​ເຫັນ​ວ່າ, ນະ​ໂຍບາຍ​ຂອງ​ຈີນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ​ແມ່ນ​ມີ​ລັກ​ສະນະ​ສືບ​ເນື່ອງ, ການ "ທ້ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ ປະ​ເທດ​ດຽວ​ສອງ​ລະບອບ" ຍັງ​ແມ່ນ​ທິດ​ທາງ​ພື້ນຖານ​ຂອງ​ຈີນ​ໃນ​ການ​ແກ້​ໄຂ​ບັນຫາ​ໄຕ້​ຫວັນ.