ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-26 17:10:19    
ຈາກ​ຕົວ​ເລກ​ສະຖິຕິ​ເບິ່ງ​ທິດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ມຽນ​ມາ(ສຽງ)

cri Author: da


ຕາມ​ຕົວ​ເລກ​ສະຖິຕິ​ຫຼ້າ​ສຸດ​ຂອງ​ຝ່າຍ​ທາງ​ການ​ມຽນມາ,ປີ 2005 ​ແມ່ນ​ປີ​ທີ່​ມຽນມາ​ດູດດຶງ​ທຶນ​ຕ່າງປະ​ເທດ​ຫຼາຍ​ກວ່າ​ໝູ່​ໃນ​ຫຼາຍ​ປີ​ມາ​ນີ້,​ເຊິ່ງດູດ​ດຶງ​ທຶນ​ຕ່າງປະ​ເທດ 110 ຕື້​ໂດ​ລາ​ສະຫະລັດ,ຍອດມູນຄ່າ​ໃນສັນຍາ​ທີ່ຕ່າງປະ​ເທດ​ລົງທຶນຢູ່​ມຽນມາ​ບັນລຸ 7 ຕື້ 760 ລ້ານ​ໂດ​ລາ​ສະຫະລັດ.​

ພາຍ​ຫຼັງ​ຂຶ້ນ​ຄອງ​ອຳນາດ​ໃນ​ເດືອນ​ກັນຍາ​ປີ 1988 ​ເປັນຕົ້ນມາ,ລັດຖະບານ​ທະຫານ​ມຽນມາ​ໄດ້​ຍົກ​ເລີກ​ນະ​ໂຍບາຍ​ເສດຖະກິດ​ແບບ​ປິດປະຕູ​ທີ່​ປະຕິບັດ​ມາ​ເປັນ​ເວລາຍາວ​ນານ,​​ເລີ່​ມ​ໄຂ​ປະຕູ​ຕໍ່​ພາຍ​ນອກ​ຢ່າງ​ມີ​ການ​ຈຳກັດ,ດູດ​ດຶງ​ທຶນ​ຕ່າງປະ​ເທດຢ່າງ​ຂະຫຍັນ​ຫ້າວຫັນ,​ອອກ​ແຮງພັດທະນາ​ເສດຖະກິດ​ແຫ່ງ​ຊາດ​ທີ່​ຫຼ້າ​ຫຼັງ​ກວ່າ​ປະ​ເທດ​ອື່ນ.​ແຕ່​ຍ້ອນ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກລົງ​ໂທດລັດຖະບານ​ທະຫານ​ມຽນມາ​ເປັນ​ເວລາ​ຍາວ​ນານ,ບວກ​ກັບສະພາບ​ແວດລ້ອມການ​ລົງ​ທຶນ​ບໍ່​ດີ​ແລະ​ປັດ​ໄຈ​ອື່ນໆ,​ອັນ​ໄດ້ເຮັດ​ໃຫ້​ການດູດ​ດຶງ​ທຶນ​ຕ່າງປະ​ເທດ​​ເພີ່ມ​ຂຶ້ນ​ຢ່າງ​ລຳ​ບາກ​ແລະ​ຊັກ​ຊ້າ.​ເມື່ອ​ສັງ​ເກດ​ເບິ່ງ​ຈາກ​ມຸມ​ນີ້,ພາຍ​ໃນ 17 ປີ​ ມຽນມາໄດ້​ດູດ​ດຶງ​ທຶນ​ຕ່າງປະ​ເທດ 7 ຕື້ 700 ລ້ານ​ໂດ​ລາ​ສະຫະລັດ​ແມ່ນ​ຜົນງານທີ່ຍາດມາໄດ້ຢ່າງບໍ່ງ່າຍດາຍແລ້ວ.

ຕາມຕົວ​ເລກ​ສະຖິຕິ​ຂອງຝ່າຍ​ທາງ​ການ, 10 ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ລົງ​ທຶນຢູ່​ມຽນມາ​ຫຼາຍ​ກວ່າ​ໝູ່​ມີດັ່ງນີ້:ສິງກະ​ໂປ ອັງກິດ ​ໄທ ມາ​ເລ​ເຊຍ ຮົງ​ກົງ ຝຣັ່ງ ອ​າ​ເມ​ລິ​ກາ ​ໂຮ​ນລັງ​​ແລະ​ຍີ່ປຸ່ນ.

10 ​ຂະ​ແໜງ​ການທີ່ຕ່າງປະ​ເທດ​ລົງທຶນ​ຫຼາຍກວ່າໝູ່ນັ້ນມີດັ່ງນີ້: 2 ຕື້ 610 ລ້​ານ​ໂດ​ລາ​ສະຫະລັດ​ລົງທຶນ​ໃນ​ຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ແກັສ, 1 ຕື້ 610 ລ້ານ​ໂດ​ລາ​ສະຫະລັດ​ລົງທຶນ​​​ໃນ​ຂະ​ແໜງ​ການ​ປຸງ​ແຕ່ງ, 1 ຕື້ 50 ລ້ານ​ໂດ​ລາ​ສະຫະລັດ​ລົງທຶນໃນ​ຂະ​ແໜງ​ການ​ລ້ຽງສັດ​ແລະ​ ​ຜະລິດ​ຕະພັນ​ໃນ​ນ້ຳ, 1 ຕື້ 50 ລ້ານ​​ໂດ​ລາ​ສະຫະລັດ​ລົງທຶນ​ໃນ​ຂະ​ແໜງ​ການ​​ເຄຫະ​ແລະ​ຕາດິນ,ນອກ​ນີ້​ຍັງ​ມີ​ທຶນ​ຕ່າງປະ​ເທດ​ຈຳນວນ​ຫຼວງ​ຫຼາ​ໄດ້​ລົງທຶນໃນ​ຂະ​ແໜງ​ການທ່ອງທ່ຽວ ​ໂຮງ​ແຮມ ຄົມມະນາຄົມ ການ​ກໍ່ສ້າງ​ເຂດ​ອຸດສາຫະກຳ ຂະ​ແໜງ​ການ​ກໍ່ສ້າງ​ແລະ​ກະສິກຳ​ຂອງ​ມຽນມາ.

ຜູ່​ຊ່ຽວຊານ​ເສດຖະກິດ​ເຫັນ​ວ່າ,ການ​ລົງທຶນ​ຂອງ​ຕ່າງປະ​ເທດ​ຢູ່​ມຽນມາ ມີ​ຈຸດ​ພິ​ເສດ 4 ຂໍ້​ຄື:ໜຶ່ງ,​ໃນ​ຊຸມ​ປີ 90 ສະຕະວັດ​ທີ່​ແລ້ວ ທຶນ​ຕ່າງປະ​ເທດ​ໄຫຼ​ເຂົ້າມຽນມາ​ທັງ​ໄວ​ທັງ​ຫຼາຍ,​ສ່ວນ​ໃນສະຕະວັດ​ນີ້​ພັດ​ຊ້າ​ແລະ​ໜ້ອຍ.ສອງ,ທຶນຕ່າງປະເທດສ່ວນຫຼາຍແມ່ນພັດທະນາຊັບພະຍາກອນ,ລົງທຶນ​ພັດທະນາ​ກະສິກຳ​ໜ້ອຍ,​ເຖິງ​ວ່າ​ມຽນມາ​ມີຊັບພະຍາກອນ​ກະສິກຳ ຊຶ່ງ​ລວມທັງ​ມີຊັບພະຍາກອນທີ່​ດິນ​ອຸດົມສົມບູນ.ສາມ,​ເຖິງ​ວ່າປະ​ເທດ​ຝ່າຍ​ຕາ​ເວັນ​ຕົກລົງ​ໂທດ​ມຽນມາ,​ແຕ່​ບໍລິສັດ​ຝ່າຍ​ຕາ​ເວັນ​ຕົກ​ພັດ​ລົງທຶນ​ຢູ່​ມຽນມາ​ຫຼາຍ,ຕົ້ນຕໍ​ແມ່ນພັດທະນານ້ຳມັນ​ເຊື້ອ​ໄຟ​ແລະ​ແກັສ.ສີ່,ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ປະ​ເທດ​ອາ​ຊຽນ​ໄດ້​ລົງທຶນ​ຢູ່​ມຽນມາ​ຫຼາຍ​ກວ່າ​ເພິ່ນ,ສ່ວນ​ການ​ລົງທຶນ​ຂອງປະ​ເທດ​ອາຊີ​ອື່ນ​ເຊັ່ນ​ຍີ່ປຸ່ນ ຈີນ​ແລະ​ອິນ​ເດຍຢູ່​ມຽນມາ​ຊ້ຳພັດ​ໜ້ອຍ.

ມຽນມາ​ເປັນປະ​ເທດ​ທີ່​ມີ​ຊັບພະຍາກອນ​ທຳ​ມະ​ຊາດອຸດົມສົມບູນ,ຕ່າງປະ​ເທດ​ມາ​ລົງທຶນ​ສ່ວນ​ຫຼາຍ​ແມ່ນ​ຍ້ອນ​ດ້ານ​ນີ້.​ເວົ້າສຳ​ລັບ​ຄວາມ​ໝາຍ​ບາງ​ດ້ານ​ແລ້ວ,ການ​ພັດທະນາມຽນມາ​ມີຄວາມບົ່ມ​ຊ້ອນອັນ​ໃຫຍ່​ຫຼວງ​,​ມີ​ພາບ​ອະນາຄົດ​ເຫັນ​ໄປ​ໃນ​ແງ່​ດີ​.ຜູ່​ຊ່ຽວຊານ​ເສດຖະກິດ​ຊີ້​ອອກ​ວ່າ,ຂົງ​ເຂດລົງທຶນ​ສ່ວນ​ຫຼາຍ​ແມ່ນຂົງ​ເຂດ​ນ້ຳມັນ​ເຊື້ອ​ໄຟ​ແລະ​ແກັສ,ຂົງ​ເຂດ​ນີ້​ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ.

ນັກ​ສັງ​​ເກດ​ການ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ,ຖ້າຫາກ​ແຜນການ​​ປະຊາ​ທິປະ​ໄຕທີ່ລັດຖະບານ​ມຽນມາປະກາດ​ນັ້ນ ຈະ​ກ້າວໄປ​ໜ້າ​ຢ່າງ​ໝັ້ນທ່ຽງ​ແລະ​ບັນລຸ​ຄາດໝາຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ຖ້າ​ຫາກ​ສະພາບ​ແວດ​ລ້ອມທີ່​ດູດ​ດຶງທຶນ​ຕ່າງປະ​ເທດຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ​ແລ້ວ,ຄຽງ​ຄູ່​ກັບ​ຂະ​ບວນວິວັດ​ເຊື່ອມ​ໂຍງ​ເຂົ້າກັນ​ຂອງອາ​ຊຽນ​ລົງ​ສູ່​ລວງ​ເລິກ​ແລະ​ມີ​ການ​ພັດທະນາ,ມຽນມາ​ອາດຈະດູດ​ດຶງ​ທຶນ​ຕ່າງປະ​ເທດ​ຫຼາຍ​ກວ່າ​ເກົ່າ​ແລະ​ໄວ​ກວ່າ​ເກົ່າ,​ເສດຖະກິດ​ມຽນມາ​ກໍ​ອາດ​ຈະ​ໄລ່​ທັນ​ການພັດທະນາ​ຂອງ​ພາກ​ພື້ນ.