ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 15:20:19    
ຄະນະ​ກຳມະ​ການ​ການ​ເລືອກ​ຕັ້ງ​ຂອງ​ປາ​ເລັສ​ຕີນ​ປະ​ກາດ​ຜົນ​​ເບື້ອງ​ຕົ້ນຂອງ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິຕິ​ບັນ​ຍັດ​ປາ​ເລັສ​ຕີນ

cri Author: cai
ຕາມ​ຂ່າວ​CRI:ວັນທີ 26 ມັງ​ກອນ,ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ຂັ້ນ​ສູນ​ກາງ​ຂອງປາ​ເລັສຕີນ​ໄດ້​ປະກາດ​ຜົນ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ຄະນະ​ກຳມະ​ການ​ນິຕິ​ບັນຍັດ​ປາ​ເລັສ​ຕີນ,ຂະ​ບວນການ​ຕໍ່ຕ້ານ​ອິສ​ລາມ​ຂອງ​ປາ​ເລັສຕີນ​(ຄື​ອົງການ​ຮາ​ມາສ)​ໄດ້​ຮັບ 76 ທີ່​ນັ່ງ​ໃນທັງ​ໝົດ 132 ທີ່​ນັ່ງ,​ໄດ້​ຮັບ​ໄຊ​ຊະນະ​ໃນ​ການ​ເລືອກ​ຕັ້ງ​ດ້ວຍ​ທ່າ​ແຮງ​ເດັດ​ຖານ.ຕາມ​ໄດ້​ຊາບ,​ຜົນ​ທາງ​ການ​ສຸດ​ທ້າຍ​ຈະ​ປະກາດ​ຢູ່​ໃນ​ເວັບ​ໄຊຂອງ​ຄະນະ​ກຳມະການ​ການ​ເລືອກ​ຕັ້ງຂັ້ນ​ສູນ​ກາງຂອງ​ປາ​ເລັສຕີນ​ພາຍ​ໃນ 1 ຫາ 2 ມື້​ຂ້າງ​ໜ້າ​ນີ້.

ຫຼັງຈາກ​ນັ້ນ,​ໃນ​ງານ​ຊຸມນຸມ​ນັກ​ຂ່າວ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກ່າວ​ລື້​ມວ່າ,ທ່ານ​ຈະ​ຍຶດໝັ້ນ​ນະ​ໂຍບາຍ​ແກ້​ໄຂ​ການ​ປະ​ທະ​ກັນ​ລະຫວ່າງ​ປາ​ເລັສຕີນ​ກັບ​ອິສຣາ​ແອນ​ດ້ວຍ​ສັນ​ຕິ​ວິທີ.ພ້ອມ​ກັນ​ນັ້ນ,ທ່ານ​ຊີ້​ອອກ​ວ່າ,​ເປົ້າ​ໝາຍ​ຫຼັກ​ຂອງ​ລັດຖະບານ​ຊຸດ​ໃໝ່​ຂອງ​ປາ​ເລັສຕີນ​ແມ່ນ​ສິ້ນ​ສຸດ​ການ​ຍຶດຄອງ​ຂອງ​ອິສຣາ​ແອນ,ສ້າງ​ປະ​ເທດປະ​ເລັສຕີນ​ທີ່​ຖື​ເຢລຸ​ຊະ​ເລັມ​ຕາ​ເວັນ​ອອກ​ເປັນ​ນະຄອນຫຼວງ.

ໃນ​ມື້​ດຽວ​ກັນ,ທ່ານ​ຄຸ​ລາຍ ນາຍົກ​ລັດ​ຖະມົນ​ຕີລັດ​ຖະ​ບານ​ປົກຄອງ​ຕົນ​ເອງ​ຂອງປາ​​ເລັສຕີນ​ໄດ້​ປະ​ກາດ​ວ່າ,ສະມາຊິກ​ຄະນະ​ລັດຖະ​ບານ​ລາ​ອອກ​ຈາກ​ຕຳ​ແໜ່ງ.

ມື້​ດຽວ​ກັນ,ຢູ່​ເຢລຸ​ຊະ​ເລັມ,ທ່ານ​​ໂອເມີດ ຜູ້​ວ່າການ​ແທນ​ນາຍົກ​ລັດຖະ​ມົນຕີ​ຂອງ​ອິສ​ຣາ​ແອນ​ໄດ້​ນັ່ງ​​ເປັນ​ປະ​ທານ​ຈັດ​ກອງ​ປະຊຸມ​ດ່ວນ​ຂອງ​ຄະນະ​ລັດ​ຖະບານ​ອິສຣາ​ແອນ,​ຕົກລົງ​ບໍ່​ເຈລະ​ຈາ​ກັບ​ອົງການ​ຮາ​ມາສ​ກ່ອນ​ອົງ​ການ​ດັ່ງກ່າວ​ປົດ​ອາວຸດ​ແລະ​ຮັບຮອງ​ອິສຣາ​ແອນ.