ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 17:56:45    
ຄົນ​ອິນ​ໂດ​ເນ​ເຊຍ​​ເສຍ​ຊີວິດ​ຍ້ອນ​ໄຂ້​ຫວັດ​ສັດ​ປີກ​ໄດ້​ເພີ່ມ​ຂຶ້ນ​ຮອດ 15 ຄົນ

cri Author: lm

ຕາມ​ຂ່າວCRI​: ວັນ​ທີ 27 ມັງກອນ, ​ໂຮງໝໍ​ຢາ​ກາກ​ຕາ ນະຄອນຫຼວງອິນ​ໂດ​ເນ​​ເຊຍ​ໄດ້​ຢືນ​ຢັນ​ວ່າ, ຕອນ​ຄ່ຳ​ວັນ​ທີ 26 ມັງກອນ ຜູ່​ປ່ວຍ​ເພດ​ຊາຍ​ຜູ່​ໜຶ່ງ​ໄດ້​ເສຍ​ຊີວິດ​ຢູ່​ໃນ​ໂຮງໝໍ​ດັ່ງ​ກ່າວ​ຍ້ອນ​ໄຂ້​ຫວັດ​ສັດ​ປີກ. ​ເມື່ອ​ເປັນ​ແນວ​ນີ້, ຄົນ​ອິນ​ໂດ​ເນ​ເຊຍໄດ້​ເສຍ​ຊີວິດ​ຍ້ອນ​ໄຂ້​ຫວັດ​ສັດ​ປີກ​ໄດ້​ເພີ່ມ​ຂຶ້ນຮອດ 15 ຄົນ.

ຕາມ​ໂຮງໝໍ​ຢາ​ກາກ​ຕາ​ເຜີຍ​ໃຫ້​ຮູ້​ວ່າ, ຜູ່​ຕາຍ​ຜູ່​ນີ້​ປີ​ນີ້​ອາຍຸ 22 ປີ, ​ແມ່ນ​ພໍ່ຄ້າ​ຂາຍ​ຊີ້ນ​ໄກ່​ຢູ່​ເຂດ​ຊານເມືອງ​ຢາ​ກາກ​ຕາ, 6 ມື້ກ່ອນ​ໄດ້​ເຂົ້າປິ່ນປົວ​ຢູ່​​ໂຮງໝໍ​ດັ່ງກ່າວ​ຍ້ອນ​ມີ​ອາການ​ປ່ວຍ​ຄ້າຍ​ຄື​ກັນ​ກັບ​ໄຂ້​ຫວັດ​ສັດ​ປີກ. ​ແບບຢ່າງ​ເຊື້ອ​ພະຍາດ​ຂອງ​ຜູ່​ຕາຍ​ໄດ້​ຖືກ​ສົ່ງ​ໄປ​ກວດ​ຕື່ມ​ອີກ​ຢູ່​ອົງການ​ອະນາ​ໄມ​ໂລກ​.