ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 18:33:53    
ຄົນ​ເປັນ​ໂຣກ​ມະ​ເຮັງ​ບາງ​ຢ່າງ​ແມ່ນ​ຍ້ອນ​ກິນ​(ສຽງ)

cri





ເລື່ອງກິນແມ່ນເລື່ອງທີ່ຂາດບໍ່ໄດ້ໃນຊີວິດປະຈຳວັນຂອງຄົນເຮົາ,ແຕ່ວ່າຜູ່ເປັນໂຣກມະ
ເຮັງຫຼາຍໆຄົນພັດບໍ່ເຄີຍຄິດວ່າ,ພະຍາດຂອງຕົນແມ່ນຍ້ອນກິນອາຫານບາງຢ່າງ.ຫວ່າງ
ກ່ອນນີ້,ທ່ານຫຼເພ້ເວີນຫົວຫນ້າພະແນກຊີ້ນປົ່ງແພດຈີນຂອງໂຮງຫມໍມິດຕະພາບຈີນຍີ່
ປຸ່ນຂອງຈີນໄດ້ບອກນັກຂ່າວວ່າ,ໃນຫຼາຍປີມານີ້,ອັດຕາເປັນພະຍາດຊີ້ນປົ່ງປະເພດຮ້າຍ
ແຮງຂອງບາງປະເທດນັບມື້ນັບສູງຂຶ້ນ,ໃນນັ້ນມີຫຼາຍຄົນແມ່ນເປັນພະຍາດນີ້ຍ້ອນກິນ.
ສາມາດເວົ້າໄດ້ວ່າ,ຄົນເປັນໂຣກມະເຮັງ,ປັດໄຈເຄິ່ງຫນຶ່ງມີການພົວພັນກັບຄວາມຊິນ
ເຄີຍໃນການກິນ,ສະນັ້ນ,ການປ້ອງກັນໂຣກມະເຮັງກໍ່ຕ້ອງເອົາໃຈໃສ່ນຳດ້ານອາຫານ
ເຊື້ອໂຫມກແມ່ນມີຢູ່ໃນທຳມະຊາດໂດຍທົ່ວໄປ,ມັນມີສ່ວນກ່ຽວຂ້ອງກັບການເກີດໂຣກ
ມະເຣັງບາງຢ່າງ.ສິ່ງປ່ຽນແທນຂອງນີໂຕຼຊາມິນເປນີຊີລິນເປັນຕົ້ນລ້ວນແຕ່ແມ່ນສິ່ງທີ່
ມີພິດອັນຮ້າຍແຮງທີ່ພາໃຫ້ເປັນໂຣກມະເຮັງ,ໃນນັ້ນ,ສິ່ງທີ່ມີຄວາມອັນຕະລາຍກວ່າ
ຫມູ່ແມ່ນນີໂຕຼຊາມິນເບເຊື້ອໂຫມກເຫຼົ່ານີ້ຕົ້ນຕໍມີສ່ວນກ່ຽວຂ້ອງກັບໂຣກມະຮັງໃນຕັບ
ຊີ້ນປົ່ງໃນຫມາກໄຂ່ຫຼັງແລະໂຣກມະເຮັງໃນລຳໄສ້ແກ່ຕອນກາຕົວຢ່າງຄືຄວາມສາມາດ
ຂອງນີໂຕຼຊາມິນໃນການພາໃຫ້ເຫັນໂຣກມະເຮັງໃນຕັບແມ່ນແຮງກວ່າສິ່ງອື່ນທີ່ພາໃຫ້
ເປັນໂຣກມະເຮັງໄດ້ນັ້ນຫຼາຍສິບເທົ່າ.ນີໂຕຼຊາມິນຕົ້ນຕໍເຊື່ອມພິດສະບຽງອາຫານນ້ຳ
ມັນພ້ອມດ້ວຍຜະລິດພັນພັນຂອງມັນ,ໃນນັ້ນໄນຫມາກຖົ່ວດິນກວນຫມາກຖົ່ວດິນແລະ
ນ້ຳມັນຫມາກຖົ່ວດິນເປັນຕົ້ນມີໂອກ າດຖືກເຊື່ອມພິດຫຼາຍກວ່າ,ຖັດມາເຂົ້າຈ້າວແລະ
ເຂົ້າສາລີກໍມັກຖືກເຊື່ອມພິດງ່າຍຄືກັນ,ດ້ວຍເຫດນີ້,ທ່ານຫຼີເພ້ເວີນໄດ້ສະເຫນີໃຫ້ຄອບ
ຄົວຊື້ເຂົ້າເທື່ອຫນຶ່ງຢ່າຊູ່ຊື້ຫຼາຍໂພດ,ນ້ຳມັນພືດກໍ່ຢຢ່າວາງໄວ້ດົນໂພດ,ກິນຫມົດແລ້ວ
ຈຶ່ງຄ່ອຍຊື້,ສຳລັບນ້ຳມັນຫມາກກຖົ່າວດິນແລະນ້ຳມນັມນຫມາູຖົ່ວເຫຼືອງເປັນຕົ້ນທີ່ປຽ
ນສີແລະມີຕະກອນນັ້ນກໍ່ຕ້ອງຖິ້ມໂລດ,ເພື່ອປ້ອງກັນບໍ່ໃຫ້ເປັນໂຣກມະເຮັງ.

ມີຄົນຈຳນວນຫນຶ່ງທີ່ຢູ່ເຂດແຄມທະເລມັກກິນກະປິແລະນ້ຳມັນກຸ້ງລົດຊາດຂອງກະປິແ
ລະນ້ຳມັນກຸ້ງສາມາດກະຕຸກໃຫ້ກິນອາຫານແຊບ,ເຮັດໃຫ້ຄົນກິນແລ້ວມັກຕິດ,ແຕ່ວ່າ
ຍ້ອມມັນມີທາດເກືອອຳໂມນຽມນີຕຼິກສູງ,ກິນເລື້ອຍໆກໍມັກພາໃຫ້ເປັນໂຣກມະເຮັງ.

ທ່ານຫຼີເພ້ເວີນຫົວຫນ້າພະແນກຊີ້ນປົ່ງແພດແຜນຈີນຂອງໂຮງຫມໍມິດຕະພາບຈີນຍີ່ປຸ່ນ
ຂອງຈີນມີຄົນເຈັບຜູ່ຫນຶ່ງມາຈາກແຂວງຈ່ຽງຊູຂອງຈີນ. ຄອບຄົວຂອງເພິ່ນຫມົດທຸກຄົນ
ລ້ວນແຕ່ມັກກິນກະປິເປັນເວລາຫຼາຍປີແລ້ວ,ໃນທີ່ສຸດ,ພໍ່ແລະລູກຊາຍລ້ວນແຕ່ເປັນໂຣກ
ມະເຮັງໃນຕັບ,ທັງນີ້ມີການພົວພັນຢ່າງແຫນ້ນແຟ້ນກັບສິ່ງທີ່ພາໃຫ້ເຫັນໂຣກມະເຮັງມີ
ປະລິມານຫຼາຍໆໃນອາຫານ,ມີອີກຕົວຢ່າງຫນຶ່ງ,ຢູ່ເຂດພູທ້າຍຫາງຂອງຈີນ,ຜູ່ທີ່ເປັນ
ໂຣກມະເຮັງໃນຫູອດອາຫານມີຫຼາຍທີ່ສຸດ,ມີບາງຄອບຄົວຖືກຄົນທ້ອງຖິ່ນເອີ້ນວ່າຄອບ
ຄົວໂຣກມະເຮັງ,ທ່ານຫຼີເພ້ເວີນເຫັນວ່ານີ້ມີສ່ວນກ່ຽວຂ້ອງກັບຄົນທ້ອງຖິ່ນມັກກິນສົ້ມ
ສັກເປັນເວລາດົນນານ,ຢູ່ເຂດພູທ້າຍຫາງ,ຄົນທັງຫຼາຍມັກດອງສົ້ມຜັກ,ສ່ວນທາດດິນ
ຢູ່ເຂດດັ່ງກ່າວມີປະລິມານເກືອອຳໂມສູງ,ທາດດິນມີຜົນກະທົບຕໍ່ທາດນ້ຳ,ພາໃຫ້ນຽມ
ມີຕຼຸກປະລິມານທາດເກືອອຳໂມນຽມນີຕຼິກ ໃນສົ້ມຜັກສູງຫຼາຍ,ເມື່ອກິນສົ້ມຜັກຊະນິດ
ນີ້ຫຼາຍແລ້ວກໍ່ມັກເປັນໂຣກມະເຮັງໃນຫຼອດອາຫານໂຣກມະເຮັງໃນກະເພາະອາຫານ
ໂຣກມະເຮັງຮູທວານແລະໂຣກມະເຮັງໃນຕັບເປັນຕົ້ນ,

ບາງຄົນໄດ້ເອົາສົ້ມຜັກທີ່ກິນບໍ່ຫມົດນັ້ນໄປໃຫ້ໄກ່ກິນຈົນກະທັ້ງພາໃຫ້ໄກ່ກໍ່ເປັນໂຣກ
ມະເຮັງໃນຫຼອດອາຫານຍ້ອນ.,ແຕ່ວ່າ ເກືອອຳມໂນຽມນີຕຼິກສາມາດສັງເຄາະໃນກະ
ເພາະອາຫານຂອງຄົນ,ກິນວິຕາມິນເຊໃຫ້ຫຼາຍສາມາດກີດຂວາງການສັງເຄາະຂອງ
ເກືອອຳໂມນີຕຼິກ.ສະນັ້ນ,

ຜູ່ຊ່ຽວຊານດ້ານແພດສາດທີ່ກ່ຽວຂ້ອງສະເຫນີໃຫ້ຄົນທັງຫຼາຍຕ້ອງກິນຜັກສົດແລະ
ຫມາກໄມ້ສົດທີ່ມີວິຕາມິນເຊຫຼາຍນັ້ນໃຫ້ຫຼາຍແດ່.  ທ່ານຫຼ້ເພ້ເວີນໄດ້ກ່າວເນັ້ນເປັນ
ພິເສດວ່າ,ອາຫານຈືນຕ້ອງກິນຫນ້ອຍ,ອາຫານປິ້ງຢ່າງດີທີ່ສຸດຢ່າກິນຕົວຢ່າງຄືທອດ
ເຂົ້າຈີ່ແລະທອດເສັ້ນມັນຝຮັ່ງເປັນຕົ້ນ ລ້ວນແຕ່ມີວັດຖຸທີ່ພາໃຫ້ເປັນໂຣກມະເຮັງໄດ້
,ສະນັ້ນ,ດີທີ່ສຸດຢ່າກິນເລີຍ.


   ທ່ານຫຼີເພ້ເວີນຍັງສະເຫນີໃຫ້ກິນອາຫານທີ່ຜະລິດຢູ່ບ່ອນຫ່າງຈາກບ້ານເກດຂອງ
ຕົນຂ້ອນຂ້າງໄກ,ທັງນີ້ສາມາດຕາບຈູນທາດບຳລຸງບາງຢ່າງທີ່ອາດຈະຂາດເຂີນໃນ
ຮ່າງກາຍ,ສະນັ້ນ,ຄົນພາກເຫນືອຕ້ອງກິນຜັກຂອງພາກໃຕ້ໃຫ້ຫຼາຍ,ຄົນພາກໃຕ້ກໍຕ້ອງ
ກິນຜັກຂອງພາກເຫນືອໃຫ້ຫຼາຍ


  ນອກນີ້,ທ່ານຫຼິເພ້ເວີນຍັງກ່າວວ່າ,ອາຫານທະເລແລະຢາຫມູນໄພຂອງຈີນສ່ວນ
ຫຼາຍສາມາດເສີມສ້າງຄຸ້ມກັນຂອງຈຸລັງ,ຕົວຢ່າງຄື ປະເພດຫອຍທະເລແລະສາຫ5າຍ
ທະເລເປັນຕົ້ນສາມາດປ້ອງກັນໂຣກມະເຮັງ,ກິນເຂົ້າປຽກແລະນົມງົວໃຫ້ຫຼາຍກໍ່ມີຜົນ
ດີຄືກັນ