ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-27 20:15:40    
ສູນກາງພັກກອມມູນິດຈີນ ລັດຖະບານ​ຈີນ​ຈັດງານອວຍພອນບຸນກຸດ​ຈີນ​ຢູ່​ທີ່​ປັກ​ກິ່ງ

cri Author: lm

ຕາມຂ່າວCRI: ​ໃນ​ໂອກາດ​ບຸນ​ກຸດ​ຈີນ​ ບຸນ​ປະ​ເພນີ​ຈີນ​ໃກ້​ຈະ​ວຽນມາ​ເຖິງ, ​ວັນ​ທີ 27 ມັງ​ກອນ​ນີ້, ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ໄດ້​ຈັດ​ງານ​ອວຍພອນບຸນ​ກຸດ​ຈີນ​ຢູ່​ທີ່​ປັກ​ກິ່ງ. ຜູ່​ນຳ​ແລະ​ຜູ່​ຊົງ​ຄຸນ​ວຸດ​ທິວົງ​ການ​ຕ່າງໆ​ຂອງ​ຈີນ 4000 ກວ່າ​ຄົນ​ໄດ້​​ເຕົ້າ​ໂຮມ​ກັນ​ສະ​ຫຼອງບຸນ​ກຸດ​ຈີນ.
​ໃນ​ງານອວຍພອນ, ທ່ານ​ຫູ​ຈິນທາວ ປະທານ​ປະ​ເທດ​ຈີນ​ໄດ້​ຕາງໜ້າ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ ສະ​ແດງ​ຄວາມ​ອວຍພອນ​ຕໍ່​ປະຊາຊົນ​ຈີນ​ບັນດາ​ເຜົ່າ​ ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ ມາ​ກາວ​ ​ໄຕ້​ຫວັນ ​ແລະ​ຊາວ​ຈີນ​ພົ້ນທະ​ເລ, ​ແລະ​ສະ​ແດງ​ຄວາມຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​​ເພື່ອນ​ມິດ​ຕ່າງປະ​ເທດ​ທີ່​ເອົາ​ໃຈ​ໃສ່​ແລະ​ສະໜັບສະໜູນ​ການ​ສ້າງສາ​ທັນ​ສະ​ໄໝ​ຂອງ​ຈີນ.

ທ່ານ​ເວີນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ວ່າ, ປີ​ນີ້​ແມ່ນ​ປີ​ທຳ​ອິດ​ແຫ່ງ​ແຜນ​ການ 5 ປີ​ຂອງ​ຈີນຄັ້ງ​ໃໝ່​, ຈີນ​ຈະ​ຈັດຕັ້ງປະຕິບັດ​ພັດ​ທະນະ​ທັດ​ວິທະຍາ​ສາດ​ຢ່າງ​ຮອບ​ດ້ານ, ​ເລັ່ງ​ລັດ​ປະຕິ​ຮູບ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລ​ະປະດິດ​ສ້າງ​ໃໝ່​​ໂດຍເປັນ​ເຈົ້າຕົນ​ເອງ, ຊຸກ​ຍູ້​ການ​ປັບ​ປຸງ​ອົງປະກອບ​ເສດຖະກິດ​ແລະ​ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ, ຖື​ການ​ແກ້​ໄຂ​ບັນຫາ​ທີ່​ພົວ​ພັນ​ກັບ​ຜົນ​ປະ​ໂຫຍ​ດຕິດ​ຕົວ​ຂອງ​ມວນ​ຊົນ​ໄວ້​ຢູ່​ຖານະ​ພົ້ນ​ເດັ່ນ, ​ເພີ່ມ​ທະວີ​ການ​ສ້າງສາ​ເສດຖະກິດ ການ​ເມືອງ ວັດທະນະທຳ​ແລະ​ສັງຄົມ​ທີ່ກົມກຽວ​ກັນ.