|
ຕາມຂ່າວສານຊິນຮວາ: ວັນທີ 27 ມັງກອນ, ເຂດອູດັງ ນະຄອນກຸ້ຍຢາງແຂວງກຸ້ຍໂຈ່ວທີ່ພາກຕາເວັນຕົກສຽງໃຕ້ຂອງຈີນເຊິ່ງເປັນເຂດພະຍາດໄຂ້ຫວັດສັດປີກປະເພດຮ້າຍແຮງໄດ້ຍົກເລີກການອັດຕັນ. ນັບມາຮອດປັດຈຸບັນ, ເຂດເກີດພະຍາດໄຂ້ຫວັດສັດປີກໄດ້ຍົກເລີກການອັດຕັນໝົດ.
ກະຊວງກະສິກຳຈີນທວງໃຫ້ແຫ່ງຕ່າງໆເຮັດວຽກປ້ອງກັນແລະຄວບຄຸມພະຍາດໄຂ້ຫວັດສັດປີກໃຫ້ດີ, ປ້ອງກັນບໍ່ໃຫ້ເກີດພະຍາດຄັ້ງໃໝ່ຢ່າງເດັດຂາດ.
|