ເຂດທະເລບານດາແຫ່ງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຮຸນແຮງຂັ້ນ7,3ລິກເຕີ
cri
ຕາມຂ່າວສານຊິນຮວາ,ວັນທີ28ມັງກອນ,ກົມອຸຕຸນິຍົມແລະທໍລະນີຂອງອິນໂດເນເຊຍຢືນຢັນວ່າ,ເວລາ2ໂມງເຊົ້າວັນທີ28ມັງກອນ ເວລາທ້ອງຖິ່ນ,ເຂດທະເລບານດາແຂວງມາລູກູ ພາກຕາເວັນອອກຂອງອິນໂດເນເຊຍໄດ້ເກີດແຜ່ນດິນໄຫວຮຸນແຮງຂັ້ນ7,3ລິກເຕີ,ປັດຈຸບັນ,ຍັງບໍ່ທັນມີການລາຍງານຂ່າວກ່ຽວກັບຜູ່ຕາຍແລະບາດເຈັບ.
ຕາມການສະເໜີ,ແຫຼ່ງເກີດແຜ່ນດິນໄຫວເທື່ອນີ້ຢູ່ໃຕ້ໜ້ານ້ຳທະເລ33ກິໂລແມັດ.ແຜ່ນດິນໄຫວໄດ້ແກ່ຍາວປະມານ7ນາທີ.
ພາຍຫຼັງແຜ່ນດິນໄຫວເກີດຂຶ້ນແລ້ວ,ຍ້ອນເປັນຫ່ວງວ່າຈະເກີດປາຍແຜ່ນດິນໄຫວແລະຄື້ນຊູນານີ,ໄທເມືອງສ່ວນໃຫຍ່ຂອງເມືອງອຳບູນໄດ້ພາກັນໜີອອກຈາກເຮືອນ,ໄປລີ້ຢູ່ໂນນພູທີ່ຢູ່ມໍ່ຫັ້ນ.
|
|