ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-28 17:41:45    
ປະ​ຊາ​ຄົມ​ໂລກ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ຮາ​ມາສ​ຜ່ານ​ຈາກ​ວິ​ຖີ​ທາງ​ການ​ເມືອງ​ມາ​ແກ້​ໄຂ​ບັນ​ຫາ​ປາ​ເລັສ​ຕິນ​ອິສ​ຣາ​ແອນ

cri
ຕາມຂ່າວCRI,ຕອນຄ່ຳວັນທີ26ມັງກອນ,ພາຍຫຼັງຄະນະກຳມະການເລືອກຕັ້ງຂັ້ນ
ສູນກາງຂອງປາເລັສຕິນໄດ້ປະກາດຜົນສະຖິຕິເບື້ອງຕົ້ນກ່ຽວກັບຂະບວນການຕໍ່
ຕ້ານອິສລາມປາເລັສຕິນຄືອົງການຮາມາສໄດ້ຮັບໄຊຊະນະໃນການເລືອກຕັ້ງຄະ
ນະກຳມະການນິຕິບັນຍັດແລ້ວ,ວັນທີ27ມັງກອນ,ປະຊາຄົມໂລກໄດ້ພາກັນກ່າວວ່າ
ຮັບເອົາໝາກຜົນດັ່ງກ່າວ,ແລະຮຽກຮ້ອງໃຫ້ອົງການຮາມາສວາງອາວຸດ,ຜ່ານຈາກ
ວິຖີທາງການເມືອງມາແກ້ໄຂບັນຫາປາເລັສຕິນອິສຣາແອນ.

ທ່ານບຸສປະທານາທິບໍດີອາເມລິກາກ່າວວ່າ,ຖ້າວ່າອົງການຮາມາສບໍ່ປະລະກຳລັງ
ອາວຸດແລະການຂົ່ມຂູ່ຕໍ່ອິສຣາແອນ,ອາເມລິກາກໍຈະຍົກເລີກການຊ່ອຍເຫຼືອດ້ານ
ເສດຖະກິດຕໍ່ປາເລັສຕິນ.

ໂຄສົກຂອງທ່ານເບຼ ນາຍົກລັດຖະມົນຕີອັງກິດກ່າວວ່າ,ລັດຖະບານອັງກິດຈະອີງ
ຕາມຂໍ້ນີ້ມາຕົກລົງວ່າຈະສືບຕໍ່ໃຫ້ການຊ່ອຍເຫຼືອແກ່ລັດຖະບານປາເລັສຕິນຫຼືບໍ່?

ທູດພິເສດບັນຫາຕາເວັນອອກກາງຂອງກະຊວງການຕ່າງປະເທດຣັດເຊຍກ່າວ
ວ່າ,ຣັດເຊຍກຽມຮ່ວມມືກັບປະເທດທີ່ສະໜັບສະໜູນແຜນການແຜນທີ່ເສັ້ນທາງສັນ ຕິພາບຕາເວັນອອກກາງແລະບໍ່ຄັດຄ້ານການຊົງຕົວຢູ່ຂອງອິສຣາແອນ.

ໃນເວລາໂທລະສັບໄປຍັງທ່ານອັບບັສປະທານອົງການອຳນາດແຫ່ງຊາດປາເລັສຕິນ,
ທ່ານມູບາລັກປະທານາທິບໍດີເອຢິບກ່າວວ່າ,ຂະບວນການປົດປ່ອຍຊາດປາເລັສຕິນຄື
ອົງການອານຟາຕາຄວນຮ່ວມກັນສູ້ຊົນກັບອົງການຮາມາສເພື່ອຊຸກຍູ້ສັນຕິພາບແລະ
ສ້າງຕັ້ງປະເທດປາເລັສຕິນ.

ສົມເດັດອັບດູນລາ ເຈົ້າຊີວິດຊອກດານີລັດຊະການທີສອງກ່າວວ່າ,ການສ້າງຕັ້ງປະ ເທດປາເລັສຕິນທີ່ຊົງຕົວນຳກັນກັບອິສຣາແອນແມ່ນວິຖີທາງພຽງເສັ້ນດຽວຂອງພາກ
ພື້ນແຫ່ງນີ້ເພື່ອບັນລຸສັນຕິພາບແລະສິ້ນສຸດກຳລັງຮຸນແຮງແລະລັດທິຫົວຈັດ.