ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-28 17:55:08    
ບຸກ​ຄົນ​ຊື່​ດັງ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ຍ້ອງ​ຍໍ​ເຈດ​ຈຳ​ນົງ​ຕໍ່​ໄຕ້​ຫວັນ​8​ຂໍ້​ຂອງ ທ່ານ​ຈ່າງ​ເຈີ​ມິນ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ຫວ່າງ​ມໍ່ໆ​ນີ້,​ຢູ່​ສະ​ຖານ​ທີ່​ຕ່າງໆ,​ບຸກ​ຄົນ​ຊື່​ດັງ​ຂອງ​ຮົງ​ກົງ​ແລະ​ມາ​ກາວ​ໄດ້ວິ​ຈານ​ຕໍ່​ເຈດ​ຈຳ​ນົງ​ຕໍ່​ໄຕ້​ຫວັນ​8​ຂໍ້​ທີ່​ທ່ານ​ຈ່າງ​ເຈີ​ມີນ ອະ​ດີດ​ຜູ້​ນຳ​ຈີນ​ສະ​ເໜີ​ອອກ​ມາໃນ11ປີ​ກ່ອນ,​ເຫັນ​ວ່າ​ເຈດ​ຈຳ​ນົງ​ເຫຼົ່າ​ນີ້​ແມ່ນ​ການ​ບັນ​ລະ​ຍາຍ​ຮອບ​ດ້ານ​ຕໍ່​ທິດ​ທາງ​​ໂຮມ​ເຂົ້າ​ດ້ວຍ​ສັນ​ຕິ​ວິທີ,​ປະ​ເທດ​ດຽວ,​ສອງ​ລະ​ບອບ,​ໄດ້​ຕາງ​ໜ້າ​ຄວາມ​ປາ​ຖະ​ໜາ​ຮ່ວມ​ຂອງ​ປະຊາ​ຊົນ​ຈີນທຸກ​ຖ້ວນ​ໜ້າ,​ຮອດ​ປັດ​ຈຸບັນ​ກໍ່​ຍັງມີ​ຄວາມ​ໝາຍ​ຕົວ​ຈິງ.

ທ່ານ​ຕົງ​ຈ້ຽນຮວາ ຮອງ​ປະທານ​ສະ​ພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ ອະດີດ​ຜູ້​ວ່າ​ການ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ເວົ້າ​ວ່າ,​ຫຼັກ​ການ​ປະ​ເທດ​ຈີນ​ດຽວ​ໃນ​ຖານ​ເປັນ​ພື້ນ​ຖານ​ແລະ​ປະ​ຖົມ​ປັດ​ໄຈ​ໃນ​ການ​ຂະ​ຫຍາຍ​ການ​ພົວ ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນ​ຕິ,​ແມ່ນ​ໄດ້​ປະຕິ​ບັດ​ຢ່າງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ແລະກໍ່​ບໍ່​ຫ່ອນ​ຈະ​ປ່ຽນ​ແປງ.

ທ່ານ​ມາວ້ານສີ ຮອງ​ປະ​ທານ​ສະພາ​ປຶກສາ​ການ​ເມືອງ​ປະຊາ​ຊົນ​ແຫ່ງ​ຊາດ​ຈີນ ບຸກ​ຄົນ​ຊື່​ດັງ​ຂອງ​ມາ​ກາວ​ເຫັນ​ວ່າ,​ເຈດ​ຈຳນົງ​8​ຂໍ້​ຂອງ​ທ່ານ​ຈ່າງ​ເຈີ​ມີນ​ໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ສຳ​ຄັນ​ໃນ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ສອງ​ຝັ່ງ​ຊ່ອງ​ແຄບ​ແລະ​ຊຸກ​ຍູ້​ພາ​ລະ​ກິດ​ໂຮມ​ປະ​ເທດ​ເຂົ້າ​ເປັນ​ເອກະ​ພາບ​ກັນ,​ແລະ​ມີ​ຄວາມ​ໝາຍ​ຕົວ​ຈິງ​ຢ່າງ​ແຂງ​ແຮງ.

ວັນ​ທີ27​ມັງກອນ,​ຜູ້​ຕາງ​ໜ້າ​ຊາວ​ຈີນ​ຕ່າງ​ດ້າວ​​ຢູ່ແມັກ​ຊິກ​40​ກວ່າ​ຄົນ​ກໍ່​ໄດ້​ຈັດ​ງານ​ສົນ​ທະ​ນາ​ຢູ່​ແມັກ​ຊິກ​ໂກ ນະ​ຄອນ​ຫຼວງ​ແມັກ​ຊິກ,​ລະ​ລຶກ​ທ່ານ​ຈ່າງ​ເຈີ​ມິນ ​ອະ​ດີດ​ຜູ້ນຳ​ຈີນ​ປະກາດ​ຄຳ​ປາ​ໄສ​ທີ່​ພາດ​ຫົວ​ເລື່ອງ​ວ່າ ​ສືບ​ຕໍ່ພະ​ຍາ​ຍາມ​ສູ້​ຊົນ​ເພື່ອ​ຊຸກ​ຍູ້​ພາກ​ລະ​ກິດ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກະ​ພາບ​ກັນ ຄົບ​ຮອບ11ປີ.