ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-29 17:03:43    
ອົງ​ການ​ຮາ​ມາສ​ຫວັງ​ຮ່ວມ​ມື​ກັບ​ບັນ​ດາ​ຝ່າຍ​ປາ​ເລັສ​ຕີນ ອິສ​ລະ​​ແອນ​ວາງ​ນະ​ໂຍ​ບາຍ​ຕໍ່​ອົງ​ການ​ຮາ​ມາສ

cri Author: da
ຕາມ​ຂ່າວCRI: ວັນ​ທີ 28 ມັງກອນ,ທ່ານ​ຮາ​ເລັດ ມາ​ສຮາ​ອານ ຜູ້ນຳ​ການ​ເມືອງ​ຂອງ​ອົງການ​ຮາ​ມາສ ຂະ​ບວນການຕໍ່ຕ້ານ​ອິສລາມ​ປາ​ເລັສຕີນ​ເວົ້າວ່າ,ອົງການ​ຮາ​ມາສຫວັງ​ຮ່ວມ​ມື​ກັບ​ບັນດາ​ຝ່າຍ​ປາ​ເລັສຕີນ,​ເພື່ອ​ບັນລຸ​​ເປົ້າໝາຍ​ປະຕິ​ຮູບ​ອົງການ​ສິດ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ ຕໍ່ຕ້ານ​ອິສລະ​ແອນ​ແລະ​ສ້າງ​ບ້ານ​​ແປງ​ເມືອງ.​ໃນ​ຂະນະ​ດຽວ​ກັນ,ທ່ານ​ໂອ​ເມີດ ຜູ້​ວ່າການ​ແທນ​ນາຍົກລັດຖະມົນຕີ​ອິສລະ​ແອນກໍ່​ໄດ້​ວາງ​ນະ​ໂຍບາຍ​ຕໍ່​ອົງການຮາ​​ມາສ.

ຢູ່​ດາ​ມາສ ນະຄອນຫຼວງ​ຊີ​ເຣຍ ທ່ານ​ມາສ​ຮາ​ອານກ່າວ​ວ່າ,ອົງການ​ຮາ​ມາສຈະ​ຈັດຕັ້ງກອງ​ທັບ​​ເພື່ອປ້ອງ​ກັນປະຊາຊົນປາ​ເລັສຕີນ,ຕໍ່ຕ້ານການ​ຮຸກ​ຮານ​ຂອງ​ອິສລະ​ແອນ​.ອົງການ​ຮາ​ມາສຈະ​ບໍ່​ຮັບຮອງ​ການ​ຍຶດຄອງ​ປາ​ເລັສຕີນຂອງ​​ອິສລະ​ແອນ,​ແຕ່​ກໍ​​ຮູ້​ດີ​ວ່າ ​ເລື່ອງ​ນີ້​ຈະ​ແກ້​ໄຂ​ໃນ​ບາດ​ດຽວບໍ່​ໄດ້.

ມື້​ດຽວ​ກັນ,ທ່ານ​ໂອ​ເມີດ​ເວົ້າວ່າ,ນະ​ໂຍບາຍ​ຕໍ່ອົງການ​ຮາ​ມາສຂອງ​ອິສລະ​ແອນ​ຈະ​ໂຄລົບ 3 ​ຫຼັກການຢ່າງ​ເຄັ່ງ​ຄັດ,ຄື:ອົງການຮາ​ມາສຕ້ອງ​ປົດ​ອາວຸດ,ຕ້ອງ​ຍົກ​ເລີກ​ຂໍ້​ບັນຍັດ​ທາງ​ສາສະໜາ​ທີ່​ໝາຍ​ຢາກທັບ​ມ້າງ​ອິສລະ​ແອນ,​ແລະ​ຮັບ​ເອົາ​ສັນຍາ​ທັງ​ໝົດ​ທີ່​ປາ​ເລັສຕີນກັບອິສລະ​ແອນ​ເຊັນ​ກັນ.ທ່ານ​ໂມຟາ​ສ໌ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຂອງ​ຄະນະ​ລັດຖະບານ​ຮັກສາການ​ຂອງອິສລະ​ແອນ​ກ່າວ​ວ່າ,ບໍ່​ວ່າອົງການ​ຮາ​ມາສຈະ​ຢູ່​ໃນ​ຖານະ​ໃດໆ​ພາຍ​ໃນ​ລັດຖະບານ​ປາ​ເລັສຕີນ​ປົກຄອງ​ຕົນ​ເອງ​ໃນ​ອະນາຄົດ​,ອິສລະ​ແອນ​ກໍ່ບໍ່ຫ່ອນ​ຈະປັດ​ປ່າຍ​ການ​ລອບ​ຄາດ​ຕະກຳ​ຜູ້ນຳ​ອົງການ​ດັ່ງກ່າວ.ອິສລະ​ແອນ​ບໍ່​ເຈຕະນາ​ໃຫ້ການຮັບຮອງທີ່​ຊອບ​ກົດໝາຍ​​ໃດໆ​ແກ່​ອົງການ​ຮາ​ມາສ.