|
 |
(GMT+08:00)
2006-01-29 17:07:59
|
ໝີແພນດາທີ່ມອບໃຫ້ໄຕ້ຫວັນນັ້ນໄດ້ຖືກຕັ້ງຊື່ຫຼິ້ນເປັນ"ທວນຢວນ"ແປວ່າ"ເຕົ້າໂຮມກັນ"
cri
Author: da
ຕາມຂ່າວສານຊິນຮວາ:ການເຄື່ອນໄຫວຂໍຊື່ຫຼິ້ນໃຫ້ໝີແພນດາຄູ່ໜຶ່ງທີ່ພີ່ນ້ອງຮ່ວມຊາດແຜ່ນດິນໃຫຍ່ຈີນມອບໃຫ້ພີ່ນ້ອງຮ່ວມຊາດໄຕ້ຫວັນໄດ້ສະເຫຼີຍຜົນໃນຕອນຄ່ຳມື້ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຈັນທະຄະຕິຈີນຄືວັນທີ 28 ມັງກອນປີ 2005. ຜ່ານຈາກການປ່ອນບັດຂອງຜູ້ຊົມງານລາຕີສະຫຼອງບຸນກຸດຈີນຂອງໂທລະພາບ CCTV,ໃນທີ່ສຸດ ໝີແພນດາຄູ່ນີ້ກໍ່ຖືກຕັ້ງຊື່ຫຼິ້ນເປັນ"ທວນທວນ"ແລະ"ຢວນຢວນ".
ໃນຕົ້ນເດືອນພຶດສະພາປີກາຍນີ້ ຝ່າຍແຜ່ນດິນໃຫຍ່ຈີນປະກາດຈະມອບໝີແພນດາຄູ່ໜຶ່ງໃຫ້ພີ່ນ້ອງຮ່ວມຊາດໄຕ້ຫວັນ.ຕົ້ນເດືອນມັງກອນປີນີ້,ຜູ້ຊ່ຽວຊານທີ່ກ່ຽວຂ້ອງໄດ້ຄັດເລືອກໝີແພນດາຄູ່ນີ້ຈາກໝີແພນດາ 23 ໂຕ,ຖັດມາ,ໄດ້ຜ່ານຈາກສື່ມວນຊົນຂໍຊື່ຫຼິ້ນໃຫ້ໝີແພນດາຄູ່ນີ້ຕໍ່ສາທາລະນະຊົນ.
ຕາມໄດ້ຊາບ,ມີສາທາລະນະຊົນ 100 ລ້ານກວ່າຄົນໄດ້ເຂົ້າຮ່ວມການປ່ອນບັດ.
|
|
|