ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-30 17:45:49    
ພັກ​ປະຊາ​ຊົນ​ກຳປູ​ເຈຍ​ໄດ້​ຮັບ​ທີ່​ນັ່ງ​ສ່ວນ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ສະພາ​ສູງ

cri Author: cai
ຕາມ​ຂ່າວ​ສານ​ຊີ​ນຮວາ:ຕອນ​ຄ່ຳ​ວັນ​ທີ 29 ມັງກອນ,ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກຳປູ​ເຈຍ​ໄດ້​ປະກາດ​ຜົນ​ການ​ເລືອກ​ຕັ້ງ​ສະພາ​ສູງ​ຄັ້ງ​ທຳ​ອິດ​ຢ່າງ​ເປັນ​ທາງ​ການ,ພັກ​ປະ​ຊາ​ຊົນ​ກຳປູ​ເຈຍ​ໄດ້​ຮັບ​ທີ່​ນັ່ງ 2 ສ່ວນ 3 ຂຶ້ນ​ໄປ​ໃນ​ສະພາ​ສູງ.

ອີງຕາມ​ຜົນ​ທາງ​ການ​ດັ່ງກ່າວ,​ໃນ​ການ​ເລືອກ​ຕັ້ງ​ສະພາ​ສູງ​ກຳປູ​ເຈຍ​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້​ນ​ໃນ​ວັນ​ທີ 22 ມັງກອນ,ພັກ​ປະຊາຊົນ​ກຳປູ​ເຈຍ​ທີ່​ເປັນ​ພັກ​ຄອງ​ອຳນາດ​ໃຫຍ່​ທີ​ໜຶ່ງ​ໄດ້​ຮັບ 45 ທີ່​ນັ່ງ,ພັກ​ຟູ​ນຊີ​ນ​ເປັກ ພັກ​ຄອງ​ອຳນາດ​ອີກ​ພັກໜຶ່ງ​ໄດ້​ຮັບ 10 ທີ່​ນັ່ງ.

ອີງ​ຕາມຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ກຳປູ​ເຈຍ,ສະພາ​ສູງມີ​ສິດ​ພິຈາລະນາ​ຂໍ້​ມາດຕາ​ກົດໝາຍ​ທີ່​ສະພາ​ແຫ່ງ​ຊາດໄດ້​ຜ່ານ,ປະທານ​ສະພາ​ສູງ​ຈະ​ວ່າການ​ແທນ​ປະມຸກ​ລັດ​ໃນ​ເວລາ​ເຈົ້າ​ຊີວິດໄປ​ຕ່າງປະ​ເທດ​ຫຼື​ໃຊ້​ອຳນາດ​ບໍ່​ໄດ້​ຍ້ອນ​ສາຍ​ເຫດ​ອື່ນ.