ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-30 18:53:25    
ທ່ານ​ນາງ​ໄລສ​ກ່າວ​ວ່າ​ອາ​ເມ​ລິ​ກາ​ບໍ່​ຫ່ອນ​ຈະ​ຊ່ວຍ​ເຫຼືອ​ລັດ​ຖະ​ບານ​ປາ​ເລັສ​ຕີນ​ທີ່​ອົງ​ການ​ຮາ​ມາສ​ຄວບ​ຄຸມ

cri
ຕາມ​ຂ່າວ​CRI,​ວັນ​ທີ29​ມັງ​ກອນ,​ທ່ານ​ນາງ​ໄລສ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ອາ​ເມ​ລິ​ກາ​ບໍ​ຫ່ອນ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃດໆ​ໃຫ້​ແກ່​ລັດ​ຖະ​ບານ​ປາ​ເລັສ​ຕີນ​ທີ່​ຢູ່​ໃຕ້​ການ​ຄວບ​ຄຸມ​ຂອງ​ອົງ​ການ​ຮາ​ມາສ​ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ນິ​ຕິ​ບັນ​ຍັດ​ປາ​ເລັສ​ຕີນ,​ພ້ອມ​ກັນ​ນັ້ນ​ອາ​ເມ​ລິ​ກາ​ກໍ​ຮຽກ​ຮ້ອງ​ໃຫ້​ປະ​ເທ​ດອື່ນໆ​ຊຶ່ງລວມ​ທັງປະ​ເທດ​ອາ​ຣັບ​ກໍ​ຢຸດ​ຕິ​ການ​ຊ່ວຍ​ເຫຼືອ​ອົງ​ການ​ຮາ​ມາສ.

ໃນ​ກາງ​ທາງ​ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ທີ່ຈະ​ຈັດ​ຂຶ້ນ​ຢູ່​ລອນ​ດອນ,​ທ່ານ​ນາງ​ໄລສ​ກ່າວ​ວ່າ,​ລັດຖະ​ບານ​ບຸສ​ພຽງ​ແຕ່​ເຄົາ​ລົບ​ຄຳ​ໝັ້ນ​ສັນຍາ​ທີ່​ຊ່ວຍ​ເຫຼືອ ລັດ​ຖະ​ບານ​ປາ​ເລັສ​ຕີນ​ທີ່​ຢູ່​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ອັບ​ບາສ​ເທົ່ານັ້ນ,​ອາ​ເມ​ລິ​ກາ​ບໍ​ຫ່ອນ​ຈະ​ສະ​ໜອງ​ເງິນ​ທຶນ​ໃຫ້​ແກ່​ອົງ​ການ​ຈັດຕັ້ງ​ທີ່​ເປີດ​ປ່າວ​ວ່າຈະ​ດັບສູນ​ອິດສ​ຣາ​ແອນ.

ນອກ​ນີ້,ຕາມ​ຂ່າວ​ແຈ້ງວ່າ,​ວັນ​ທີ29​ມັງກອນ,​ຢູ່​ເຢລູ​ສະ​ເລມ,ທ່ານ​ນາງ​ເມີ​ເຄິນ ນາຍົກ​ລັດ​ຖະ​ມົນ​ຕີ​ເຢຍລະ​ມັນ​ທີ່​ພວມ​ຢ້ຽມ​ຢາມ​ອິດ​ສຣາ​ແອນ​ກ່າວ​ວ່າ,​ທະ​ແນມ​ແຕ່​ອົງ​ການ​ຮາ​ມາສ​ປະ​ຕິ​ເສດ​ບໍ່ປະ​ລະ​ກຳ​ລັງ​ອາ​ວຸດ,​ແລະບໍ່​ຮັບ​ຮອງ​ສິດ​ຄົງ​ຕົວ​ຂອງ​ອິດສຣາ​ແອນ,​ສະຫະ​ພາບ​ເອີ​ລົບ​ກໍ່​ບໍ່​ຫ່ອນ​ຈະ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທາງ​ເສດ​ຖະ​ກິດ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ປາ​ເລັສ​ຕີນ.

ມື້​ດຽວ​ກັນ,​ທ່ານ​ຈາ​ຮານ ຜູ້​ນຳ​ຂອງ​ອົງການ​ຮາ​ມາສ​ຢູ່​ກາ​ຊາ​ກ່າວ​ວ່າ,​ອົງ​ການ​ຮາມາສ​ຍຶດ​ໝັ້ມ​ຫຼັກ​ໝັ້ນ​ທີ່ບໍ່​ຮັບ​ຮອງ​ອິດສ​ຣາ​ແອນ,​ແຕ່​ມີ​ຄວາມ​ອາດ​ສາ​ມາດ​ຢຸດ​ຍິງ​ກັບ​ອິດ​ສຣາ​ແອນ​ຢ່າງ​ຍາວ​ນານ.