ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-30 19:29:43    
ຜູ້​ຊ່ຽວ​ຊານ​ຈີນ​ເວົ້າ​ວ່າ ຈະ​ຊຸກຍູ້​ການ​ຄົ້ນ​ຄວ້າ​ດ້ານ​ສາ​ສະໜາ​ຊົນ​ເຜົ່າ​ຕໍ່ຕູ່ນ​ຮວງ​ໃຫ້​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ຫວ່າງ​ກ່ອນ​ນີ້,ບັນດາ​ຜູ້​ຊ່ຽວຊານ​ໃນ​ວົງ​ການ​ຄົ້ນຄວ້າ​ຕູ່​ນຮວງ​ຂອງ​ຈີນ​ໄດ້​ຈັດ​ງານ​ສົນທະນາ​ຢູ່​ເມືອງ​ລານ​ໂຈ່​ວ​ແຂວງ​ກ່ານ​ຊູ້,ບັນດາ​ຜູ້​ຊ່ຽວຊານ​ເວົ້າ​ວ່າ,ຈະ​ຊຸກຍູ້​ການ​ຄົ້ນຄວ້າ​ດ້ານສາສະໜາ​ຊົນ​ເຜົ່າຕູ່ນຮວງ​ໃຫ້​ຂະຫຍາຍຕົວ​ລົງ​ສູ່​ລວງ​ເລິກ.

ຕາມ​ໄດ້​ຊາບ,​ໃນ​ເອກະສານ​ບູຮານ​ທີ່​ຂຸດ​​ໄດ້​ຈາກຖ້ຳ​ເຊື່ອງ​ຄຳ​ພີ​ຕູ່ນຮວງ,ມີ​ສະບັບທີ່​ຂຽນ​ດ້ວຍ​ໜັງ​ສື​ຊົນ​​ເຜົ່າ​ຈຳ​ນວນ​ຫຼວງ​ຫຼາຍ,​ແຕ່​ຍ້ອນມີ​ອຸປະ​ສັກ​ດ້ານ​ພາ​ສາ​ແລະ​ຕົວ​ໜັງສື​​ເປັນ​ຕົ້ນໃນ​ເມື່ອ​ກ່ອນ,​​ໃນຂົງ​ເຂດ​ສາສະໜາ​ຊົນ​ເຜົ່າຕູ່​ນຮວງ​ຈຶ່ງຂາດ​ການລົງ​ເລິກ​ຄົ້ນຄວ້າ.

ປີ 2005,ສະ​ຖາ​ບັນ​ຄົ້ນ​ຄວ້າ​ຕູ່​ນຮວງ​ຂອງ​ຈີນ​ໄດ້​ສ້າງ​ຕັ້ງ​ອົງ​ການ​ຄົ້ນ​ຄວ້າ​ສາ​ສະ​ໜາ​ວັດທະ​ນະ​ທຳ​ຊົນ​ເຜົ່າຕູ່​ນຮວງ​ໂດຍ​ຈຳ​ເພາະ.​ທ່ານ​ນາງ​ຟານ​ຈີນ​ຊື່ ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ຕູ່​ນຮວງ​ເວົ້າ​ວ່າ,ຈະ​ຜ່ານ​ຈາ​ກການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ກັບ​ວົງ​ການ​ວິຊາ​ການ​ຂອງ​ຈີນ​ແລະ​ຕ່າງປະ​ເທດ,ພ້ອມ​ກັນ​ຊຸກຍູ້​ການ​ຄົ້ນຄວ້າ​ດ້ານ​ສາສະ​ໜາ​ຊົນ​​ເຜົ່າຕູ່​ນຮວງ​ໃຫ້ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ.