ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 14:46:31    
ບຸນ​ກຸດ​ຈີນ-ງານ​ມະ​ໂຫ​ລານ​ຂອງ​ທົ່ວ​ປວງ​ຊົນ​ໃນ​ການ​ບໍ​ລິ​ໂພກ

cri


ການ​ປະຢັດ​ມັດ​ທະຍັດ​ແມ່ນ​ຄຸນ​ສົມ​ບັດ​ອັນ​ດີງາມ​ຂອງ​ປະຊາ​ຊາດ​ຈີນທີ່​ມີ​ມາ​ແຕ່​ຫຼາຍ​ພັນ​ປີ,​ມາ​ຮອດ​ສັງຄົມ​ປັດຈຸ​ບັນ,​ການ​ຝາກ​ເງິນ​ໃຫ້​ຫຼາຍ,​ໃຊ້​ເງິນ​ໜ້ອຍ​ກໍ່​ແມ່ນ​ຂໍ້​ບັນຍັດ​ຂອງ​ຊາວ​ຈີນ​ຫຼາຍ​ຄົນ.​ແຕ່​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີຂໍ້​ຍົກ​ເວັ້ນ,​ໃນ​ໄລຍະ​ຄົງ​ທີ່​ທຸກໆປີ,​ຊາວ​ຈີນ​ຈະ​ລືມ​ຄຸນ​ສົມ​ບັດ​ອັນ​ຈົບ​ງາມ​ເຫຼົ່າ​ນີ້​ຊົ່ວ​ຄາວ,​ແລ້ວ​ໄປ​ບໍ​ລິ​ໂພກ​ຕາມ​ລຳ​ພັງ​ໃຈ.​ໄລຍະ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ເພີ່ງ​ພໍ​ໃຈທີ່​ສຸດ​ກໍ່​ແມ່ນ​ບຸນ​ກຸດ​ຈີນ.

ການ​ຮ່ວມ​ພາ​ເຂົ້າພ້ອມ​ກັນ​ກັບ​ຄອບຄົວ​ໃນ​ຕອນ​ຄ່ຳ​ວັນ​ສິ້ນ​ປີ​ຕາມ​ຈັນ​ທະ​ຄະຕິ,​ແມ່ນ​ປະ​ເພ​ນີ​ຂອງ ຊາວ​ຈີນ​ໃນ​ການ​ຫຼິ້ນ​ບຸນ​ກຸດ​ຈີນ.​ໃນ​ເມື່ອ​ກ່ອນ,​ຊາວ​ຈີນ​ສ່ວນ​ຫຼາຍ​ແມ່ນ​ກິນ​ອາຫານ​ຄ່ຳ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ປີ​ໜຶ່ງ​ຢູ່​ໃນ​ເຮືອນ,​ປັດຈຸ​ບັນ​ຄຽງ​ຄູ່​ກັບ​ລາຍ​ໄດ້​ແລະ​ຄວາມ​ຕ້ອງ​ການ​ດ້ານ​ບໍລິ​ໂພກ​ຍົກ​ສູງ​ຂຶ້ນ,​ມີ​ຄົນ​ນັບ​ມື້​ນັບ​ຫຼາຍ​ໄດ້​ພາ​ກັນ​ໄປ​ກິນ​ເຂົ້າ​ຢູ່​ນອກ​ເຮືອນ.​ແຕ່​ກ່ອນ​ເມື່ອ​ຮອດ​ບຸນ​ກຸດ​ຈີນ,​ພັດ​ຕາ​ຄານ​ແລະ​ໂຮງ​ແຮມ​ຕ່າງໆ​ກໍ່​ປິດ​ປະຕູ​ແລ້ວ,​ປັດຈຸ​ບັນ​ພັດ​ຈະ​ເລີນ​ຂຶ້ນ​ນຳ​ຄູ່​ປີ.​ຢູ່​ພັດ​ຕາ​ຄານ​ຍີ່​ຫໍ້​ເກົ່າ​ຫຼາຍ​ແຫ່ງ​ຂອງ​ເມືອງ​ໃຫຍ່​ຄື​ປັກ​ກິ່ງ,​ຊຽງ​ໄຮ້,​ຈຸງ​ກິ່ງ,​ແລະ​ກວາງ​ໂຈ່ວ​ເປັນ​ຕົ້ນ,ທີ່​ນັ່ງກໍ່​ໄດ້​ຖືກ​ຈອງ​ເຕັມ​ເມື່ອ​ສອງ​ເດືອນ​ກ່ອນ.​ຮ້ານ​ເປັດ​ຢ້າງ​ຊວນ​ຈູ້​ເຕີ​ທີ່​ມີ​ຊື່ສຽງ​ດົ່ງ​ດັງ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງ​ປະ​ເທດ​ກໍ່​ຄື​ກັນ.​ນາງ​ລິວກຸ້ຍ​ຟ່າງ ຜູ້​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ກຸ່ມ​ບໍລິ​ສັດ​ຊວນ​ຈູ້​ເຕີ​ຄາດ​ວ່າ,​ໃນ​ໄລຍະ​ບຸນ​ກຸດ​ຈີນປີ​ນີ້,​ມຸນ​ຄ່າ​ທຸ​ລະ​ກິດ​ຂອງ​ພັດ​ຕາ​ຄານ ຈະ​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ.
 
ແຕ່​ມື້ຂຶ້ນ1​ຄ່ຳ​ຮອດ7ຄ່ຳ​,ຫ້ອງ​ດ່ຽວ​ໄດ້​ຖືກ​ຈອງ​ໝົດ​ແລ້ວ,​ປີ​ກາຍ​ນີ້​ໃນ​ບຸນ​ກຸດ​ຈີນປີ​ກາຍ​ນີ້,​ລາຍ​ໄດ້​ທຸລະ​ກິດ​ຂອງ​ກຸ່ມບໍ​ລິສັດ​ຊວນຈູ້​ເຕີ​ຢູ່​ປັກ​ກິ່ງ​ມີເຖິງ​10​ລ້ານ​ຢວນ,​ພວກ​ເຮົາຫວັງ​ວ່າ​ປີ​ນີ້​ຈະ​ດີ​ກວ່າ​ປີ​ກາຍ​ນີ້.
 
ໃນ​ຄະນະ​ດຽວ​ກັນ,ຮ້ານ​ອາ​ຫານ​ກິນ​ໄວ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ທີ່​ລົງທຶນ​ຢູ່​ຈີນ​ກໍ່​ພາ​ກັນ​ໃຊ້​ມາດ ຕະ​ການ​ຕ່າງໆ​ຍາດ​ແຍ່ງ​ໂອກາດ​ການ​ຄ້າ​ດ້ານ​ກິນ​ດື່ມ​ໃນ​ຍາມ​ບຸນ​ກຸດ​ຈີນ,ຮ້ານ​ອາ​ຫານ​ແມັກ​ໂດ​ນັດ​ໄດ້​ຈັດການ​ເຄື່ອນ​ໄຫວ​ແຖມ​ບັດ​ລົດ​ລາຄາ​ເພື່ອ​ຊຸກ​ຍູ້​ການຈຳ​ໜ່າຍ,​KFC​ພັດ​ໄດ້​ແຂວນ​ເຄື່ອງ​ເອ້​ດັ້ງ​ເດີມ​ສຳ​ລັບ​ປີ​ໃໝ່​ຂອງ​ຈີນ​ເຊັ່ນ​ຂອດ​ຈີນ​ເປັນ​ຕົ້ນ.​ຄາດ​ວ່າ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້,ລາຍ​ໄດ້​ຂອງ​ຂະ​ແໜງ​ການ​ກິນ​ດື່ມ​ຂອງ​ຈີນ​ມີ​ຫວັງ​ຈະລື່ນ​ກາຍ​200​ລ້ານ​ຢວນ.
 
ນອກ​ນີ້,​ວິ​ສາ​ຫະກິດ​ຂາຍຍ່ອຍ​ທີ່​ຕ່າງປະ​ເທດ​ລົງທຶນ​ຢູ່​ຈີນ​ກໍ່​ເຫັນ​ໄປ​ໃນ​ແງ່​ດີ​ຕໍ່​ໂອ​ກາດ​ການ​ຄ້າ​ໃນ​ຍາມ​ບຸນ​ກຸດ​ຈີນ,​ພາ​ກັນ​ໃຊ້​ພາ​ຫະນະ​ຊຸກ​ຍູ້​ການ​ຈຳໜ່າຍ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ,​ເພື່ອ​ຫາ​ຜົນ​ກຳ​ໄລ​ສ່ວນ​ໜຶ່ງ​ໃນ​ຕະ​ຫຼາດ​ບໍລິ​ໂພ​ກ​ໃນ​ຍາມ​ບຸນ​ກຸດ​ຈີນ.ຮ້ານ​ຊຸບ​ເປີ​ມາ​ເກັດ​ຝ່າຍ​ຕາ​ເວັນ​ຕົກ​ຄື​ວອນມັດ,​ກາ​ເຣີຟົວ​ເປັນ​ຕົ້ນ​ກໍ​ເຂົ້າ​ບ້ານ​ຕາ​ຫຼິ່ວ​ຕ້ອງ​ຫຼິ່ວ​ຕາ​ຕາມ,​ປະດັບ​ຕົກ​ແຕ່ງ​ໃໝ່,​ບາງ​ຮ້ານ​ແຂວນ​ໂຄມ​ໄຟ,​ບາງ​ຮ້ານ​ຕິດ​ຮູບ​ປີ​ໃໝ່,​ແລະ​ໄດ້​ວາງ​ຕູ້ຂາຍ​ສິນ​ຄ້າ​ສະ​ຫຼອງ​ບຸນ​ກຸດ​ຈີນ​ເຊັ່ນ​ຂະໜົມ,​ຢາສູບ,​ເຫຼົ້າ​ແລະ​ຊິ້ນ​ເອືອບ​ເປັນ​ຕົ້ນຢູ່​ບ່ອນ​ເດັ່ນ,​ເພື່ອ​ດຶງ​ດູດ​ລູກ​ຄ້າ.
 
ໂດຍ​ບໍ່​ຕ້ອງ​ສົງ​ໄສ​ເລີຍ​ວ່າ,​ຍາມ​ພັກ​7ມື້​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ໄດ້​ອຳນວຍ​ໂອ​ກາດ​ດີ​ໃຫ້​ຊາວ​ຈີນ​ໄປ​ທ່ອງ​ທ່ຽວ​ຢູ່​ນອກ​ພາຍ​ຫຼັງ​ຂຸ້ນ​ນຳວຽກ​ປີ​ໜຶ່ງ​ແລ້ວ.​ໃນ​ຍາມ​ບຸນ​ກຸດ​ຈີນ,​ບ່ອນ​ທ່ອງ​ທ່ຽວ​ທີ່​ຫຼາຍ​ຄົນ​ນິ​ຍົມທີ່​ສຸດ​ແມ່ນ​ຮົງ​ກົງ,​ມາ​ກາວ​ແລະ​ເຂດ​ອາຊີ​ອາຄະ​ເນ​ທີ່ຂ້ອນ​ຂ້າງ​ໃກ້.​ທ່ານ​ຈ່າງ​ຊົ້ວ ຜູ້ຈັດ​ການ​ຊັ້ນ​ສູງ​ຂອງ​ພະ​ແນກ​ເຜີຍ​ແຜ່ຕະ​ຫຼາດ​ຂອງ​ບໍລິ​ສັດ​ທ່ອງ​ທ່ຽວ​ສາກົນ​ຈີນ​ເຫັນ​ໃນ​ແງ່​ດີ​ຫຼາຍ​ຕໍ່​ທຸລະ​ການ​ທ່ອງ​ທ່ຽວ​ແດນ​ນອກ​ໃນ​ຍາມ​ບຸນ​ກຸດ​ຈີນ.​ທ່ານ​ເວົ້າ​ວ່າ,
 
ແຕ່​ກ່ອນ,​ເມື່ອ​ຮອດບຸນ​ກຸດ​ຈີນຄົນ​ທັງ​ໝົດ​ໃນຄອບ​ຄົວ​ຕ້ອງ​ເຕົ້າ​ໂຮມ​ກັນ​ງັນ​ກັນ​ໝົດ​ຄືນ​ວັນ​ສິ້ນ​ປີ,​ແຕ່​ປັດ​ຈຸ​ບັນ,​ທັດ​ສະ​ນະ​ດັ້ງ​ເດີມ​ດັ່ງ​ກ່າວ​ພວມ​ປ່ຽນ​ແປງ​ເທື່ອ​ລະ​ກ້າວ.​ຫຼາຍ​ຄົນ​ໄປ​ທ່ຽວ​ນອກ​ໃນ​ຍາມ​ບຸນ​ກຸດ​ຈີນ,​ຈົນ​ກະທັ້ງ​ໃນ​ວັນ​ສິ້ນ​ປີ.​ບຸນ​ກຸດ​ຈີນ​ໄດ້​ກາຍ​ເປັນ​ໄລ​ຍະ​ທ່ອງ​ທ່ຽວ​ທີ່​ຈະ​ເລີ​ນດ້ານ,​ແນ່ນ​ອນ​ແລ້ວ​ຈະ​ມີປະ​ສິດ​ທິ​ຜົນ​ສູງ.
 
ຕາມ​ສະຖິ​ຕິ,​ແຂກ​ທ່ອງ​ທ່ຽວ​ແດນ​ນອກ​ຕົ້ນຕໍ​ໂຮມ​ສູນ​ຢູ່​ສອງ​ຕົວ​ເມືອງ​ໃຫຍ່​ຂອງ​ຈີນ​ຄື​ປັກ​ກິ່ງ​​ແລະ​ຊຽງ​ໄຮ້.​ປີ​ກາຍ​ນີ້,​ຜູ້​ໄປ​ທ່ຽວ​ຕ່າງປະ​ເທດ​ຂອງ​ປັກ​ກິ່ງ​ມີ​ເຖິງ3​ໝື່ນ2​ພັນ​ຄົນ,​ຂອງ​ເມືອງ​ຊຽງ​ໄຮ້​ມີ2​ໝື່ນ8​ພັນ​ຄົນ.​ບຸກ​ຄົນ​ວົງ​ການ​ທ່ອງ​ທ່ຽວ​ຄາດ​ຄະ​ເນ​ວ່າ,​ຈຳນວນ​ຄົນ​ທີ່ໄປ​ທ່ຽວ​ຕ່າງ​ປະ​ເທດ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້​ອາດ​ຈະ​ສ້າງ​ສະຖິ​ຕິ​ໃໝ່.
 
ບຸນ​ກຸດຈີນບຸນ​ເກົ່າ​ແກ່​ຂອງ​ຈີນ​ກໍມີ​ເນື້ອ​ໃນ​ວັດທະ​ນະ​ທຳ​ອັນ​ເລິກ​ເຊິ່ງ​ຕະ​ຫຼອດ​ມາ.​ປັດຈຸ​ບັນ, ຄົນ​ທັງຫຼາຍ​ໄດ້​ເອົາ​ໃຈ​ໃສ່​ນຳ​ຄຸນ​ຄ່າ​ດ້ານ​ເສດ​ຖະກິດ​ນັບ​ມື້​ນັບ​ຫຼາຍ.​ທ່ານ​ກ່າວ​ເຕີ​ປູ້​ແມ່ນ​ສາດ​ສະ ດາ​ຈານ​ຂອງວິ​ທະຍາ​ໄລເສດ​ຖະກິດ​ມະຫາ​ວິທະ​ຍາ​ໄລ​ປະຊາ​ຊົນ​ຈີນ,​ທ່ານ​ບອກ​ນັກ​ຂ່າວ​ວ່າ,ການ​ບໍລິ​ໂພກ​ໃນ​ຍາມ​ບຸນ​ກຸດ​ຈີນ​ໄດ້​ຊັກ​ນຳໃຫ້​ເສດຖະ​ກິດ​ເຕີບ​ໂຕໃນ​ລະດັບ​ໃດ​ໜຶ່ງ.
 
ການ​ບໍລິ​ໂພກ​ສິນ​ຄ້າ​ແລະ​ການ​ບໍລິ​ໂພກ​ການ​ບໍລິ​ການ​ລ້ວນ​ແຕ່​ຈະ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ​ໃນ​ຍາມ​ບຸນ​ກຸດ​ຈີນ,​ຈະ​ມີ​ບົດບາດ​ຊັກ​ນຳ​ຢ່າງ​ແຂງ​ແຮງ​ຕໍ່​ທົ່ວ​ຕະ​ຫຼາດ.​ນອກ​ນີ້​ການ​ບໍລິ​ໂພກ​ສິນ​ຄ້າ​ໄດ້​ປ່ຽນ​ເປັນ​ການ​ບໍລິ​ໂພກ​ການ​ບໍລິ​ການ,​ນີ້​ແມ່ນ​ການ​ປ່ຽນ​ແປງ​ໃຫຍ່​ອັນ​ໜຶ່ງ​ໃນ​ຍາມ​ບຸນ​ກຸດ​ຈີນ​ປີ​ນີ້,​ທັງ​ນີ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ,​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຍົກ​ສູງ​ຂຶ້ນ​ແລ້ວ.​ຮ້ານ​ຄ້າ​ຕ່າງໆ​ຄວນ​ນຳໃຊ້​ທ່ວງ​ທ່າ​ປ່ຽນ​ແປງ​ມາ​ບຸກ​ເບີກ​ຕະ​ຫຼາດ​ໃນ​ຍາມ​ບຸນ​ກຸດ​ຈີນ​ໃຫ້​ລົງ​ສູ່​ລວງ​ເລິກ​ກວ່າ​ເກົ່າ.
 
ທ່ານ​ກ່າວ​ເຕີ​ປູ້​ອະທິບາຍ​ວ່າ,​ການ​ບໍລິ​ໂພ​ກ​ໃນ​ຍາມ​ບຸນ​ກຸດ​ຈີນ​ຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຕົ້ນ ຕໍ​ແມ່ນ​ຍ້ອນ​ເສດຖະ​ກິດ​ຈີນ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.​ໃນຫຼາຍ​ປີ​ມາ​ນີ້,​ຈັງ​ຫວະ​ເຕີບ​ໂຕ​ຂອງ​ເສດ​ຖະ ກິດ​ຈີນ​ແມ່ນ​9%​ຂຶ້ນ​ຕໍ່​ປີ,​ປະ​ຊາ​ຊົນ​ໃນ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ໄດ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ສົມ ຄວນ,​ເງິນ​ອອມ​ສິນ​ຂອງ​ປະ​ຊາ​ຊົນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜັກ​ແໜ້ນ.​ການ​ທ່ອງ​ທ່ຽວ,​ການ​ກິນ​ດື່ມ,​ໂທລະ​ຄົມ,​ຄົມ​ມະ​ນາ​ຄົມ​ແລະ​ຂະ​ແໜງ​ການ​ອື່ນໆ​ກໍ່​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ບຸນ​ກຸດ​ຈີນ,​ມວນ​ຊົນ​ໃຊ້​ຈ່າຍ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ,​ຮ້ານ​ຄ້າ​ຕ່າງໆ​ກໍ່​ໄດ້​ຮັບ​ຜົນ​ກຳ​ໄລ​ຢ່າງ​ຫຼວງ​ຫຼາຍ.​ຕາມການ​ຄາດ​ຄະ​ເນທີ່​ບໍ່​ຄົບ​ຖ້ວນ,​ປັດຈຸ​ບັນ​ຂະ​ໜາດ​ຕະ​ຫຼາດ​ບໍລິ​ໂພກ​ໃນ​ບຸນ​ກຸດ​ຈີນ​ໄດ້​ສູງ​ເຖິງ​ຫຼາຍ​ສິບ​ຕື້​ຢວນ​ແລ້ວ.
 
ທ່ານ​ສາດສະ​ດາ​ຈານ​ກ່າວ​ເຕີ​ປູ້​ຊີ້​ອອກ​ວ່າ,​ຍ້ອນ​ລະ​ດັບ​ລາຍ​ໄດ້​ຕ່າງ​ກັນ,​ໃນ​ສະ​ເພາະ​ໜ້າ​ນີ້,​ຮູບ​ການ​ບໍລິ​ໂພກ​ຂອງ​ຕົວ​ເມືອງ​ແລະ​ຊົນນະ​ບົດ​ຈີນ​ໃນ​ຍາມ​ບຸນ​ກຸດ​ຈີນ​ຍັງ​ມີ​ຄວາມ​ຕ່າງ​ກັນ​ຫຼາຍ​ຢູ່,​ການ​ບໍລິ​ໂພກ​ຂອງ​ຄອບ​ຄົວ​ຕົວ​ເມືອງ​ໃນ​ຍາມ​ບຸນ​ກຸດ​ຈີນ​ໄດ້​ຂ້າມ​ຜ່ານ​ໄປ​ສູ່​ການ​ບໍລິ​ໂພກ​ການ​ບໍລິ​ການ​ຄື​ການ​ທ່ອງທ່ຽວ​ເປັນ​ຕົ້ນ,​ແຕ່​ຄອບ​ຄົວ​ຊົນນະ​ບົດ​ສ່ວນ​ຫຼາຍ​ທີ່​ສຸດ​ຍັງ​ໂຮມ​ສູນ​ຢູ່​ໃນ​ການ​ຊື້​ສິນ​ຄ້າ.​ເມື່ອ​ພິຈາ​ລະ​ນາ​ເຖິງ​ສະ​ພາບ​ທີ່​ຈີນ​ມີ​ຊາວ​ກະສິ​ກອນ​ເກືອບ​900ລ້ານ​ຄົນ​ແລ້ວ​ເຫັນ​ວ່າ,​ຕະ ຫຼາດ​ບໍ​ລິ​ໂພກ​ໃນ​ຍາມ​ບຸນ​ກຸດ​ຈີນ​ໃນ​ອະ​ນາ​ຄົດ​ຍັງ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ອັນ​ມະຫາ​ສານ​ໃນ​ການພັດ​ທະ ນາ​.