ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 18:06:23    
ກອງ​ປະ​ຊຸມ​ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຮຽກ​ຮ້ອງ​ໃຫ້​ອົງ​ການ​ຮາ​ມາສ​ຮັບ​ຮອງ​ອີດສ​ຣາ​ແອນ​ແລະ​ປະ​ລະ​ກຳ​ລັງ​ຮຸນ​ແຮງ

cri
ຕາມ​ຂ່າວCRI,​ວັນ​ທີ30​ມັງ​ກອນ,ພາຍ​ຫຼັງ​ເຈົ້າ​ໜ້າ​ທີ່​ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຄື​ອາ​ເມ​ລິ​ກາ,​ສະຫະ​ພາບ​ເອີ​ລົບ,​ຣັດ​ເຊຍ​ແລະ​ອົງ​ການ​ສະຫະ​ປະຊາ​ຊາດ​ຈັດ​ການ​ພົບ​ປະ​ເຈ​ລະ​ຈາ​ກັນ​ຢູ່​ລອນ​ດອນ​ແລ້ວ​ອອກ​ຖະ​ແຫຼງ​ການ,​ຮຽກຮ້ອງ​ໃຫ້​ອົງ​ການ​ຮາ​ມາສ​ຈົ່ງ​ຮັບ​ຮອງ​ອິດ​ສຣາ​ແອນ,​ແລະ​ປະລະ​ກຳ​ລັງ​ຮຸນ​ແຮງ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ຫຼັງ​ກອງ​ປະຊຸມ,​ທ່ານ​ອານ​ນານ ເລຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະຊາ​ຊາດ​ໄດ້​ອ່ານ​ຖະ​ແຫຼງ​ການ​ສະ​ບັບ​ນີ້.​ທ່ານ​ເວົ້າ​ວ່າ,​ບັນດາ​ຝ່າຍ​ທີ່​ປະກອບ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ໃນ​ອະນາ​ຄົດ​ນັ້ນ​ຕ້ອງ​ປະ​ລະ​ກຳ​ລັງ​ຮຸນ​ແຮງ,​ຮັບຮອງ​ອິດສ​ຣາ​ແອນ,​ແລະ​ຮັບຮອງ​ເອົາ​ສັນ​ຍາ​ສັນຕິ​ພາບ​ທີ່​ໄດ້​ເຊັນ​ກັນ​ໃນ​ເມື່ອ​ກ່ອນ.

ອົງການ​ຮາ​ມາສ​ໄດ້​ປະ​ຕິ​ເສດ​ບໍ່​ຮັບ​ເອົາ​ຄຳ​ຮຽກ​ຮ້ອງ​ຂອງ​ກອງ​ປະຊຸມ​ດັ່ງ​ກ່າວ,​ມື້​ດຽວ​ກັນ,​ໂຄ​ສົກ​ອົງ​ການ​ຮາ​ມາສ​ກ່າວ​ວ່າ,​ສີ່​ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ຄວນ​ຮຽກ​ຮ້ອງ​ໃຫ້​ອິດສ​ຣາ​ແອນ​ສິ້ນ​ສຸດ​ການ​ຍຶດ​ຄອງ​ແລະ​ຮຸກ​ຮານ​ປາ​ເລັສ​ຕິນ,​ຫາກ​ບໍ່​ຄວນ​ໃຫ້​ຜູ້ປະ​ສົບ​ເຄາະ​ຮ້າຍ​ຮັບ​ຮອງ​ການ​ຍຶດ​ຄອງ​ຂອງ​ອິດສ​ຣາ​ແອນ.

ມື້​ດຽວ​ກັນ,​ກອງ​ປະຊຸມ​ລັດຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະຫະ​ພາບ​ເອີ​ລົບ​ທີ່​ຈັດ​ຂຶ້ນ​ຢູ່​ບຼຸ​ແຊນ​ໄດ້​ຜ່ານ​ຮັບ​ຮອງ​ມະຕິ,​ມະຕິ​ກ່າວ​ລື້ມ​ວ່າ​ສະຫະ​ພາບ​ເອີ​ລົບ​ເດັດ​ດ່ຽວ​ສະໜັບ​ສະ​ໜູນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ລະ​ຫວ່າງ​ປາ​ເລັສ​ຕິນ​ກັບ​ອິດສ​ຣາ​ແອນ​ໂດຍ​ຜ່ານ​ຈາກ​ການ​ເຈ​ລະ​ຈາ,​ແລະ​ຫວັງ​ໃຫ້​ອິດສ​ຣາ​ແອນ​ປະຕິ​ບັດ​ພັນ​ທະ​ຂອງ​ຕົນ​ໃນ​ແຜນ​ການ​ ສັນ ຕິພາບ​ຕາ​ເວັນ​ອອກ,ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນລຸ​ສັນ​ຕິພາບ.