ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 18:11:37    
ງານ​ລາ​ຕີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ທາງ​ອິນ​ເຕີ​ເນັດ​ໄດ້​ຄ່ອຍໆ​ກາຍ​ເປັນ​ຈຸດ​​ເບິ່ງ​ໃໝ່​ຂອງ​ບຸນ​ກຸດ​ຈີນ​

cri

ໃນ​ຫຼາຍ​ປີ​ມາ​ນີ້,​ຄຽງຄູ່​ກັບ​ການ​ພັດທະນາ​ຂອງ​ອິນ​ເຕີ​ເນັດ,​ງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນທີ່​ເວັບ​ໄຊ​ຈັດ​ຂຶ້ນ​ແລະ​ຊາວ​ເນັດ​ເຂົ້າ​ຮ່ວມ​ໂດຍ​ກົງນັ້ນ,ພວມ​ກາຍ​ເປັນ​ແຟຊັ່ນ​ໃໝ່​ຂອງ​ຄົນ​ຈີນ​ໃນ​ການ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ເທື່ອ​ລະ​ກ້າວ.ຕໍ່​ໄປ​ເຊີນ​ຟັງ​ບົດ​ລາຍ​ງານ​ຂ່າວທີ່​ກ່ຽວຂ້ອງ:

ທ່ານ​ພວມຟັງ​ຢູ່​ນີ້ແມ່ນ​ ​ອັດສຽງຂອງ​ລາຍ​ການ​ເຊີດສິງ​ໂຕ ​ເຊິ່ງ​ເປັນ​ລາຍການ​ເປີດ​ສາກ​ຂອງງານ​ລາຕີ​ຊາວ​ຈີນ​ທົ່ວ​ໂລກ​ສະ​ຫຼອງ​ບຸນ​ກຸດ​ຈີນປີ​2006"ທາງ​ອິນ​ເຕີ​ເນັດ,​ໃນ​ທ່າມ​ກາງສຽງ​​ເພງ​​ມ່ວນໆ," ສິງ​ໂຕ​ໃຫຍ່"ສີຄຳ​ຄູ່​ໜຶ່ງ​ຖືກ​ເຊີດ​ອອກ​ມາ​ຢ່າງກະ​ຢໍ​ກະ​ຢ້ອງ,​ໄດ້​ເປີ​ດສາກ​ງານ​ລາຕີ.ວັນ​ທີ26​ມັງ​ກອນ,ງານ​ລາຕີ​ທີ່​ເວັບ​ໄຊ​​ຫຼາຍ​ແຫ່ງ​ຮ່ວມ​ກັນຈັດ​ຂຶ້ນ​ນັ້ນ​ກໍ່​ໄດ້​ຖ່າຍ​ທອດ​ສົດ​​ທາງ​ອິນ​ເຕີ​ເນັດ​​ແລ້ວ,ຊາວ​ຈີນ​ທົ່ວ​ໂລກ​ມີ​ສຽງສະ​ທ້ອນ​ຄືນ​ຢ່າງ​ຄຶກຄື້ນ,​ເຖິງວ່າ,ປະຈຸ​ບັນ​ຍັງ​ບໍ່​ໄດ້​ນັບຈຳນວນ​ການ​ກົດ​ເວັບ​ໄຊກໍ່ຕາມ,​ແຕ່​ຂໍ້​ຄວາມ​ແລະ​ໂທລະສັບ​ຂອງ​ຊາວ​​ເນັດ​ຈຳນວນ​ຫຼວງ​ຫຼາຍກໍ່​ໄດ້ຢັ້ງຢືນ​​ຂໍ້​ນີ້​ແລ້ວ.ທ່ານ​ນາງ​ຈູ່ສຽວ​ອ້ຽນ ຜູ້​ຮັບຜິດຊອບ​ເວັບ​​ໄຊຊີ​ນາ(sina)​ເຊິ່ງ​ເປັນຝ່າຍ​ຈັດ​ງານຝ່າຍ​ໜຶ່ງ​​ເວົ້າ​ວ່າ,

 "​ເວັນ​ໄຊ​ບໍ່​ຖືກ​ຈຳ​ກັດ​ໂດຍ​ເວລາ​​ເທ​ສະ,​ສາມາດ​​​ສະ​ໜອງ​ຂໍ້​ມູນ​ຂ່າວສານ​ດ້ານ​ບັນ​ເທິງຍິ່ງ​ຫຼາຍ​ໃຫ້​ຊາວ​ເນັດ​ອັນ​ໄພສານ.​ໂດຍ​ສະ​ເພາະ​ແມ່ນ​ຊາວ​ຈີນ​ພົ້ນ​ທະ​ເລ,ລາງ​ເທື່ອພວກ​ເຂົາ​ເຈົ້າ ຮັບ​​ເບິ່ງ​ລາຍການ​ບຸນ​ກຸດ​ຈີນ​ຈາກໂທລະພາບ​ພາຍ​ໃນປະ​ເທດ​ຈີນ​ບໍ່​ໄດ້,ຍ້ອນ​ແນວ​ນີ້,ພວກ​ເຮົາ​ຈີ່​ງ​ສະໜອງ​ງານ​ລາຕີ​ອັນ​ມ່ວມ​ຊື່ນ​ຊຸດໜຶ່ງ ​ໃຫ້​ຊາວ​ຈີນ​ພົ້ນ​ທະ​ເລ​ແລະ​ຊາວ​ຈີນ​ພາຍ​ໃນ​ປະ​ເທດ​."

ຕາມ​ສະ​ເໜີ​ໃຫ້​ຮູ້​ວ່າ,ງານ​ລາຕີ​ດັ່ງກ່າວ​ໄດ້​ສ່ອງ​​ແສງ​ໃຫ້​ເຫັນທ່າ​ແຮງ​ເຂົ້າ​ຮ່ວມ​ນຳ​ກັນ​ຂອງ​ອິນ​ເຕີ​ເນັດ​ຢ່າງ​ເຕັມ​ສ່ວນ,ມີຫຼາຍ​ລາຍການ​ລ້ວນ​ແຕ່​​ແມ່ນຊາວ​ເນັດສ້າງ​ຂຶ້ນເອງ,ຄືລະ​ຄອນສັ້ນ ການ​ເວົ້າ​ຊວນ​ຫົວ ການ​ຮ້ອງ​ເພງແລະ​ກາຍຍະ​ສິນ​ເປັນ​ຕົ້ນ.ຊາວເນັດ​ໄດ້​ປ່ອນ​ບັດຕໍ່​ລາຍການ​ເຫຼົ່ານີ້,​ຕົກລົງຈະ​ຈົ່ງ​ໄວ້​ຫຼື​ຄັດ​ອອກ.

ທີ່​ຈິງ​ແລ້ວ,​ເມື່ອ 2 ປີ​ກ່ອນ,"ງານ​ລາຕີສະ​ຫຼອງ​ບຸນ​ກຸດ​ຈີນ​ທາງອິນ​ເຕີ​ເນັດ"​ກໍ່ໄດ້​ປະກົດຕົວ​ຂຶ້ນແລ້ວ.ພຽງ​ແຕ່​ວ່າ,ງານ​ລາຕີ​ທາງ​ອິນ​ເຕີ​ເນັດ​ປີ 2006 ມີ​ຂະໜາດ​ໃຫຍ່​ເທົ່າ​ນັ້ນ.ຕາມ​ຊາບ​ວ່າ,ປະຈຸ​ບັນ,ຢ່າງ​ໜ້ອຍ​​ໄດ້​ມີງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ທາງອິນ​ເຕີ​ເນັດ​ທີ່​ມີ​ລັກສະນະ​ຕ່າງ​ກັນ 3 ຊຸດ​ປະກົດ​ຕົວກ່ອນ​ຫຼື​ຫຼັງຄືນ​ວັນ​ສິ້ນ​ປີ."ງານ​ລາຕີສະ​ຫຼອງ​ບຸນ​ກຸດ​ຈີນ​ດ້ວຍ​ຮູບ​ກາ​ຕູນ​ປີ 2006"ທີ່​ຈັດ​ໂດຍ​ສະມາຄົມ​ອິນ​ເຕີ​ເນັດ​ຈີນ​ນັ້ນ​ກໍ່​ແມ່ນ​ລາຍການ​ຊຸດ​ໜຶ່ງ.ສິ່ງ​ທີ່​ຕ່າງ​ກັບ​ງານ​ລາຕີ​ອື່ນໆນັ້ນ​ແມ່ນ,ລາຍການ​ເຫຼົ່າ​ນີ້​ລ້ວນ​ແຕ່​ແມ່ນ​ສະ​ແດງດ້ວຍ​ຮູບແຟຼສ​ກາ​ຕູນ,​ເຮັດ​ໃຫ້​ຜູ້​ຊົມ​ໄດ້​ຊົມ​ເບິ່ງສະ​ເໜທີ່​ມີ​ເອກະລັກພິ​ເສດ​ຂອງ​ອິນ​ເຕີ​ເນັດ​ແລະ​ກາ​ຕູນ​ຢ່າງ​ເຕັມ​ສ່ວນ.

ທ່ານ​ນາງ​ຊູ່​ນຢົງ​ເກີ ຜູ້​ຮັບຜິດຊອບ​ທີ່​ກ່ຽວ​ຂ້ອງ​ຂອງ​ສະມາຄົມ​ອິນ​ເຕີ​ເນັດ​ຈີນ​ເວົ້າ​ວ່າ,​ແຕ່​ປີ 2004 ​ເປັນ​ຕົ້ນ​ມາ,ສະ​ມາຄົມ​ອິນ​ເຕີ​ເນັດ​ຈີນ​ກໍ່​ໄດ້​ເລີ່ມ​ຈັດງານ​ລາຕີສະ​ຫຼອງ​ບຸນ​ກຸດ​ຈີນ​ດ້ວຍ​ຮູບ​ກາ​ຕູນ​ແລ້ວ.ທ່ານ​ນາງ​ເວົ້າ​ວ່າ:

ງານ​ລາຕີ​ສະຫຼອງບຸນ​ກຸດ​ຈີນ​ທາງ​ໂທລະພາບ​ໄດ້​ຈັດ​ຂຶ້ນ​ຢູ່​ຈີນ 20 ກວ່າ​ປີ​ແລ້ວ, ​ໄດ້​ຈົ່ງ​ພາບ​ພົບ​ອັນ​ເລິກ​ເຊິ່ງທີ່​ສຸດ​​​ໄວ້​​​ໃນ​ຄວາມ​ຊົງ​ຈຳ​ຂອງ​ປະ​ຊາ​ຊົນ, ມີ​ຜົນ​ສະທ້ອນ​ອັນ​ໃຫຍ່ຫຼວງ. ລັດ​ກໍ​ໄດ້​ເອົາ​ໃຈ​ໃສ່​ທີ່​ສຸດ​ນຳ​​ອຸດສາ​ຫະກຳ​ກາ​ຕູນ, ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ຈຸດ​ໜັກ​ຂອງ​ການ​ພັດ​ທະນາ​ເສດ​ຖະກິດ​ແຫ່ງ​ຊາດ​ແລ້ວ. ສະນັ້ນ, ບໍ່​ວ່າ​​ແມ່ນ​ເພື່ອ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງການ​ຂອງ​ປະຊາ​ຊົນ​ທີ່​ມີ​ຕໍ່​ວັດ​ທະ​ນຳ​ທຳ​ດ້ານ​ຈິດ​ໃຈ​ແລະ​ການ​ລື້ນ​ລື​ງ, ຫຼື​​ແມ່ນເພື່ອ​ຊຸກ​ຍູ້​ໃຫ້​ອຸດສາ​ຫະກຳ​ກາ​ຕູນ​ແລະ​ອິນ​ເຕີ​ເນັດ​ພັດທະ​ນາ​ຢ່າງ​ປອດ​ໃສ, ງາ​ນລາຕີ​ສະ​ຫຼອງບຸນ​ກຸດ​ຈີນດ້ວຍ​ກາ​ຕູນ​​ລ້ວນ​ແຕ່ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ.

ທ່ານ​ມາ​ເວີຍ​ກົ່ງ ບັນນາທິການ​ໃຫຍ່​ຂອງ​​ເວັບ​ໄຊCRI online ​ເວົ້າວ່າ:
ງາ​ນລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​ທາງ​ອິນ​ເຕີ​ເນັດ​ແມ່ນ​ການ​ທົດ​ລອງ​ໃໝ່​ຊະນິດ​ໜຶ່ງ​ທີ່​ນຳ​ໃຊ້​ພາ​ຫະນະ​ສື່​ມວນ​ຊົນ​ໃໝ່, ​ເຖິງ​ວ່າ​​ເບິ່ງ​ຈາກ​ດ້ານຮູບ​ການ​ແລະ​ເນື້ອ​ໃນ​​ເທິງ​ອິນ​ເຕີເນັດ​ແລ້ວ​ເຫັນ​ວ່າ, ມັນ​ຍັງ​ງ່າຍດາຍ​ແລະ​ບໍ່​ອຸດົມ​ສົມບູນ​ປານ​ໃດກໍ່ຕາມ, ​ແຕ່​ມັນ​​ແມ່ນ​ການ​ທົດ​ລອງ​ໃໝ່​ຊະນິດ​ໜຶ່ງ, ຄວນ​ເວົ້າ​ໄດ້​ວ່າ​ມັນ​ມີ​ຄວາມ​ໝາຍຫຼາຍ.

ທ່ານ​ເວົ້າວ່າ, ຮູບ​ການ​ແລະ​ວິທີ​ການສະ​ແດງ​ໃນ​ງານ​ລາຕີ​ສະຫຼອງ​ບຸນ​ກຸດ​ຈີນ​​ເທິງອິນ​ເຕີ​ເນັດ​ຫຼືທາງ​ໂທ​ລະ​ພາບ​ລ້ວນ​ແຕ່​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ອັນ​ເລິກ​ເຊິ່ງ​ໃນ​ສັງ​ຄົມ. ນີ້​ແມ່ນ​ການ​ປ່ຽນ​ແປງ​ໃໝ່​ຍ້ອນ​ເສດ​ຖະ​ກິດຈີນ​​ເຕີບ​ໂຕ​ຢ່າງ​ວ່ອງໄວ​ແລະ​ສັງຄົມ​ປ່ຽນ​ແປງ​ຢ່າງ​​ໄວ​ພະລັນ​ໃນ 20 ກວ່າ​ປີ​ມາ​ນີ້, ມັນ​ບໍ່​ພຽງ​ແຕ່​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ການ​ປະຕິ​ຮູບ​ດ້ານ​ເຕັກ​ນິກ​ທໍ່​ນັ້ນ, ຫາກ​ຍັງ​ສ່ອງ​ແສງ​ໃຫ້​ເຫັນ​ການ​ປ່ຽນ​ແປງ​ດ້ານ​ຈິດ​ໃຈ​ຂອງ​ປະຊາ​ຊົນ​ຈີນອີກ​ດ້ວຍ.