ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 18:18:24    
ລອນ​ດອນ​ສະ​ຫຼອງ​ປີ​ໃໝ່​ດັ້ງ​ເດີມ​ຂອງ​ຈີນ

cri Author: dabin


ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິຂອງ​ຈີນ​ວຽນ​ມາ​ເຖິງ,​ຫວ່າງ​ກ່ອນ​ນີ້​ບໍ່​ດົນ ອົງ​ການ​ປົກ​ຄອງ​ນະ​ຄອນ​ລອນ​ດອນ​ໄດ້​ຈັດ​ພິທີ​ສະ​ຫຼອງ​ວັດ​ທະ​ນະ​ທຳ​ຈີນ​ທີ່​ມີ​ຊື່ວ່າ​"ຈີນ​ຢູ່​ລອນ​ດອນ ປີ2006"​ທີ່​ມີ​ຂະ​ໜາດ​ໃຫຍ່​ກວ່າ​ໝູ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່​ອັງ​ກິດ. ໃນ​ວັນ​ທີ 29 ມັງ​ກອນ,​ການ​ເຄື່ອນ​ໄຫວ​ຄົນ​ທັງ​ຫຼາຍ​ສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ໄດ້​ເກີດ​ມີ​ກະ​ແສ​ສູງ.

ວັນ​ທີ 29 ມັງ​ກອນ​ແມ່ນ​ມື້​ທຳ​ອິດ​ຂອງ​ປີ​ໃໝ່​ທາງ​ຈັນ​ທະ​ຄະ​ຕິ​ຈີນ.​ຄຽງ​ຄູ່​ກັບ​ສຽງ​ຄ້ອງ​ສຽງ​ກອງ​ດັງ​ກ້ອງ​ກັງ​ວານ,​ພາຍ​ໃຕ້​ການ​ນຳພາ​ຂອງ​ການ​ເຊີດ​ມັງ​ກອນ​ໃຫຍ່​ສອງ​ໂຕ,​ຂະ​ບວນ​ແຫ່​​ແຕ່ງ​ໜ້າ​ສີ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຂະ​ໜາດ​ໃຫຍ່​ໂຕ​ມະ​ໂຫ​ລານ​ໄດ້​ອອກ​ເດີນ​ທາງ​ຈາກ​ຖະ​ໜົນ​ຄົນ​ຈີນ,​ໄປ​ສະ​ໜາມ​ຫຼວງ​ທຼາຟາ​ກາ​ຢູ່​ໃຈ​ກາງ​ເມືອງ​ລອນ​ດອນ.​ການ​ແຫ່​ຂະ​ບວນ​ແຕ່ງ​ໜ້າ​ສີ​ແມ່ນ​ກະ​ແສ​ສູງ​ຂອງ​ການ​ເຄື່ອນ​ໄຫວ​ທີ່ຄົນ​ທ້ອງ​ຖິ່ນ​ສະຫຼອງ​ບຸນ​ກຸດ​ຈີນປີ​ຈໍ,​ທັງ​ແມ່ນ​ຈຸດ​ຮຸ່ງ​ໃນ​ການ​ເຄື່ອນ​ໄຫວ​"ຈີນ​ຢູ່​ລອນ​ດອນ​ປີ​2006".

ຢູ່​ສະໜາມ​ຫຼວງ​ທຼາຟາ​ກາ,​ນົກ​ກາງ​ແກທີ່​ບິນ​ເຕັມ​ທ້ອງ​ຟ້າ​ພ້ອມ​ກັບ​ວ່າວ ໝາກ​ໂປ່ງ​ແດງ​ໂຄມ​ໄຟ​ແດງ ປະ​ກອບ​ເປັນຮູບ​ພາບ​ທີ່​ສະຫງ່າ​ລາສີ.​ການ​ສະ​ແດງ​ຢູ່​ສະ​ໜາມ​ຫຼວງ​ມີ​ເນື້ອ​ໃນ​ຫຼາຍ​ຮູບ​ຫຼາຍ​ແບບ,​ຄື​ການ​ເຊີດ​ສິງ​ໂຕ ການ​ເຊີດ​ມັງ​ກອນ ກາຍ​ຍະ​ສິນ ກັງ​ຟູ​ຈີນ​ແລະ​ງີ້ວ​ປັກ​ກິ່ງ​ເປັນ​ຕົ້ນ. ທ່ານ​ລີ​ເວັນ​ສະ​ໂຕນ ເຈົ້າຄອງ​ນະ​ຄອນ​ລອນ​ດອນ​ທີ່​ຕັ້ງ​ເດີນ​ທາງມາ​ເຂົ້າ​ຮ່ວມ​ໂດຍ​ຈຳ​ເພາະ​ໄດ້​ເວົ້າ​ວ່າ:

"ຂໍ​ໃຫ້​ລ້ຳລວຍ.​ຂ້າພະ​ເຈົ້າຫວັງ​ວ່າ ພວກ​ຂ້າພະ​ເຈົ້າ​ຈະສາ​ມາດ​ທຳ​ຄວາມ​ພະຍາ​ຍາມ​ຫຼາຍ​ກວ່າ​ເກົ່າ ​ໃຫ້​ລອນ​ດອນ​ກັບ​ປັກ​ກິ່ງ​ຕິດ​ຕໍ່​ພົວ​ພັນ​ກັນ. ​ໃນ​ເດືອນ​ເມສາ​ປີ​ນີ້,​ຂ້າພະ​ເຈົ້າ​ຈະ​ພາຄະ​ນະ​ຜູ້​ແທນ​ໄປ​ຢ້ຽມ​ຢາມ​ປັກ​ກິ່ງ​ແລະ​ຊຽງ​ໄຮ້ຢ່າງ​ມີ​ກຽດ,​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະກິດ ການ​ທ່ອງ​ທ່ຽວ​ແລະ​ການ​ສຶກ​ສາ​ລະ​ຫວ່າງ​ພວກ​ຂ້າພະ​ເຈົ້າກັບ​ຈີນ,​ຂ້າພະ​ເຈົ້າຫວັງ​ສະ​ແດງ​ຄວາມ​ອວຍ​ພອນ​ອັນ​ສຸດ​ອົກ​ສຸດ​ໃຈ​ຕໍ່​ປະຊາ​ຊົນ​ຈີນ."

ໄທ​ເມືອງ​ລອນ​ດອນນັບ​ເປັນ​ໝື່ນ​ຄົນ​ໄດ້​ອ້ອມ​ຮອບ​ສະໜາມ​ຫຼວງ​ທຼາຟາ​ກາ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ,ໜ້າ​ມຸກ​ຂອງຕຶກ​ແຄມຖະ​ໜົນ​ກໍ່​ເຕັມ​ໄປ​ດ້ວຍ​ໄທ​ເມືອງ​ທີ່​ຄອຍ​ຖ້າ​ຊົມເບິ່ງ.
 
ການ​ເຄື່ອນ​ໄຫວ"ຈີນ​ຢູ່​ລອນ​ດອນ​ປີ2006"​ໄດ້​ເລີ່​ມຕົ້ນ​ກ່ອນ​ປີ​ໃໝ່​ຕາມ​ຈັນທະ ຄະຕິ​ຂອງ​ຈີນ.ວັນ​ທີ26ມັງ​ກອນ,ທ່ານ​ລີ​ເວັນສ​ໂຕນ​ເຈົ້າ​ຄອງ​ນະ​ຄອນ​ລອນ​ດອນ​ກັບ​ນາງ​ຫຼີຢູ​ຊຸ່ນ ຜູ້​ຊະນະ​ເລີດ​ຂອງ​ລາຍ​ການ​"ຊຸບ​ເປີ​ເກີວ"​ຂອງ​ຈີນ​ໄດ້​ຮ່ວມ​ກັນ​ຈູດ​ໂຄມ​ໄຟ​ຈີນ​ທີ່​ອອກ​ແບບ​ພິ​ເສດ​ຢູ່​ສະ​ໜາມ​ຫຼວງ​ອົກສເຟີດ​ແຫ່ງ​ສູນ​ການ​ຄ້າ​ລອນ​ດອນ,​ໄດ້​ເປີດການ​ເຄື່ອນ​ໄຫວ​ຄັ້ງ​ນີ້​ຢ່າງ​ເປັນ​ທາງ​ການ.​ທ່ານ​ໂຈນ ​ໂຣຍສ໌ ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ນະຄອນ​ລອນ​ດອນ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ,
 
ການ​ແລກປ່ຽນ​ດ້ານ​ເສດຖະກິດ​ແລ​ະການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ລອນ​ດອນ​ແນ່​ນອນ​ແລ້ວ​ແມ່ນ​ສຳຄັນ​ທີ່​ສຸດ,​ແຕ່​ສາມັນ​ຊົນ​ອັງ​ກິດ​ຍິ່ງ​ຫຼາຍ​ກວ່າ​ເກົ່າ​ຍິ່ງ​ຫວັງ​ຢາກໄດ້​ເຫັນ​ຊີວິດ​ການ​ເປັນ​ຢູ່​ຂອງ​ຈີນ,​ແລະສິ​ສັນ​ພິ​ເສດ​ດ້ານ​ວັດທະ​ນະ​ທຳ​ຂອງ​ຈີນ.​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່​ລອນ​ດອນມາ​ຫຼາຍ​ປີ​ແລ້ວ,​ແຕ່​ປີ​ນີ້​ພວກ​ຂ້າ​ພະ​ເຈົ້າ​ໄດ້​ສຳ​ຫຼວດ​ແລະ​ຊັກ​ຖາມ​ຄວາມ​ຄິດ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງ​ໃນ​ໄລ​ຍະ​ກະ​ກຽມ,​ເພື່ອ​ເຮັດ​ໃຫ້​ການ​ເຄື່ອນ​ໄຫວ​"ຈີນ​ຢູ່​ລອນ​ດອນ​ປີ2006"ທີ່​ມີ​ຂະໜາດ​ໃຫຍ່​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປີ​ນີ້​ຍິ່ງ​ມີ​ລັກ​ສະ​ນະ​ແນ​ໃສ່,​ຍິ່ງ​ສາມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ສົນ​ໃຈ​ຂອງສາ​ມັນ​ຊົນ​ທີ່​ມີ​ຕໍ່​ປະ​ຫວັດ​ສາດ​ແລະ​ວັດ​ທະນະ​ທຳ​ຈີນ.
 
ການ​ເຄື່ອນ​ໄຫວ​"ຈີນ​ຢູ່​ລອນ​ດອນ​ປີ2006"​ຈະ​ແກ່​ຍາວ​ໄປ​ຮອດ​ເດືອນ​ມີນາ.​ໃນ​ໄລຍະ​ການ​ເຄື່ອນ​ໄຫວ,​ແຕ່​ໃຈ​ກາງ​ນະຄອນ​ລອນ​ດອນ​ຮອດ​ຫໍພິ​ພິທະ​ພັນ​ແຫ່ງ​ຕ່າງໆ, ຄົນ​ທັງ​ຫຼາຍ​ລ້ວນ​ແຕ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຈີນ​ຫຼາຍ​ຢ່າງ​ຫຼາຍ​ແນວ,​ແລະ​ໄດ້​ຊົມ​ເບິ່ງ​ສິນ​ລະ​ປະ​ຂອງ​ຈີນ​ທີ່​ອຸດົມ​ສົມບູນ.