ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 20:24:58    
ການສະ​ແດງລາຍການ "ຮ້ອງ​ເພງ​ດຽວ​ກັນ" ຢູ່​ທະ​ວີບ​ອາ​ເມ​ລິ​ກາ​ເໜືອ​ໄດ້​ຮັບ​ຜົນ​ສຳ​ເລັດ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ຫວ່າງ​ມໍ່ໆ​ນີ້ ການສະ​ແດງ​ລາຍການ "ຮ້ອງ​ເພງ​ດຽວ​ກັນ" ຢູ່​ທະ​ວີບ​ອາ​ເມ​ລິ​ກາ​ເໜືອ ​ເຊິ່ງ​ແມ່ນ​ລາຍການ​ໂທລະພາບ​ທີ່​ຮູ້​ກັນ​ໝົດ​ທຸກ​ຄົນ​ຢູ່​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ.

​ເນື່ອງ​ໃນ​ໂອກາດ​ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຈີນ​ວຽນມາ​ເຖິງ, ນັກ​ຮ້ອງ​ 18 ທ່ານທີ່​ມາ​ຈາກ​ແຜ່ນດິນ​ໃຫຍ່​ ​ຮົງ​ກົງ​ແລະເຂດ​ໄຕ້​ຫວັນຂອງ​ຈີນ ​ໄດ້​ສະ​ແດງ​ການ​ຮ້ອງ​ເພງຕໍ່​ຊາວ​ຈີນ​ທີ່​ອາ​ໄສ​ຢູ່​ທະວີບອາ​ເມ​ລິ​ກາ​ເໜືອ​ ​ເພື່ອສົ່ງ​ຄຳ​ຢື້ຢາມຖາມຂ່າວແລະຄວາມ​ອວຍ​ພອນ​ຂອງ​ປະ​ຊາຊົນ​ປະ​ເທດ​ຊາດໃນ​ບຸນ​ກຸດ​ຈີນ.

ທ່ານ​ກາວ​ຈ້ຽນມິນ ຫົວໜ້າ​ຄະນະ​ກ່າວ​ວ່າ, ​ລາຍການ​ສະ​ແດງ​​ລ້ວນ​ແຕ່​ແມ່ນ​ເພງ​ທີ່​ຊາວ​ຈີນ​ພົ້ນທະ​ເລ​ລື້​ງຫູລື້​ງຕາ, ​ແລະ​ລ້ວນ​ແຕ່ໃຫ້​ຜູ່​ຮ້ອງ​ເດີມ​ມາຮ້ອງ​ສະ​ແດງ, ມີ​ກຳລັງ​ດຶງ​ດູດຫຼາຍ, ​ໄດ້​ເຮັດ​ໃຫ້​ຜູ່​ຢູ່​ຊ້ອງ​ໜ້າຮູ້ສຶກ​ຕື້ນ​ຕັນ​ໃຈ​ຢ່າງ​ເລິກ​ເຊິ່ງ.