ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-01-31 20:37:04    
ການອອກກຳລັງ​ກາຍ​ໄດ້​ກາຍ​ເປັນ​ເລື່ອງ​ນິຍົມ​ກັນ​ຂອງ​ຊາວ​ຈີນໃນ​ໄລຍະບຸນກຸດ​ຈີນ

cri Author: lm

ບຸນ​ກຸດ​ຈີນ​ແມ່ນ​ບຸນ​ປະ​ເພນີ​ຂອງ​ຊາ​ວຈີນ​ທີ່​ອຶກ​ກະ​ທຶກ​ຄຶກ​ຄື້ນທີ່​ສຸດ. ​ໃນ​​ໄລຍະ​ບຸນ​ກຸດ​ຈີນ, ຄົນ​ຈີນຈັດ​ການ​ເຄື່ອນ​ໄຫວສະ​ຫຼອງ​ຫຼາຍ​ຢ່າງ​ຫຼາຍ​ແນວ, ຕົວຢ່າງ​ຄື ການຫຼິ້ນ​ງານ​ວັດ ຊົມ​ໂຄມ​ໄຟ ​ໄປ​ຢາມ​ຍາດ​ພີ່ນ້ອງ​ມິດ​ສະ​ຫາຍ ຫຼື​ໝົດ​ຄອບ​ຄົວ​ຊຸມ​ນຸມ​ພາ​ເຂົ້າ. ​ແຕ່​ວ່າ ​ໃນບໍ່​ເທົ່າ​ໃດປີ​ມາ​ນີ້ ຄົນ​ຈີນ​ນັບ​ມື້​ນັບ​ຫຼາຍ​ໄດ້​​ຖືການ​ອອກ​ກຳ​ລັງ​ກາຍ​ເປັນ​ລາຍ​ການ​ຜ່ານ​ບຸນ​ກຸດ​ຈີນ, ສາ​ມາດ​ເວົ້າ​ໄດ້​ວ່າ, ການ​ອອກ​ກຳ​ລັງ​ກາຍ​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ຄົນ​ນິຍົມ​ກັນ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ.

ຄົນ​ຈີນຈຳນວນຫຼວງຫຼາຍ ​ໂດຍ​ສະ​ເພາະ​ແມ່ນ​ຊາວ​ໜຸ່ມ​ລ້ວນ​ແຕ່​ຖືໂອກາດ​ໄລຍະ​ພັກ​ບຸນ​ກຸດ​ຈີນ 7 ມື້ ​ໄປ​ອອກກຳລັງ​ກາຍ​ດ້ວຍ​ຮູບ​ແບບ​ຕ່າງໆ ​ເຊັ່ນ ປິນພູ ລອຍ​ນ້ຳ​ໃນ​ລະດູ​ໜາວ ​ແລ່ນ​ທົນ​ແລະຫຼິ້ນ​ບານ​ປະ​ເພດ​ຕ່າງໆ, ຫຼື​ໄປ​ອອກກຳລັງ​ກາຍ​ໃນ​ສະ​ໂມ​ສອນ​ຫັດກາຍ​ບໍ​ລິ​ຫານ. ​ໃນ​ໄລຍະ​ບຸນ​ກຸດ​ຈີນ, ນັກ​ຂ່າວ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ສະ​ໂມ​ສອນ​ຫັດກາຍ​ບໍ​ລິ​ຫານ​ແຫ່ງ​ໜຶ່ງ​ທີ່​ປັກ​ກິ່ງ, ທ່ານ​ຫວັງ ຄູ​ຝຶກ​ການ​ຫັດກາຍ​ບໍລິຫານ​ຂອງ​ສະ​ໂມ​ສອນ​ບອກ​ນັກ​ຂ່າວ​ວ່າ: ໃນ​ໄລຍະ​ພັກ​ວຽກ ສະ​ໂມ​ສອນ​ພວກຂ້າ​ພະ​ເຈົ້າ​ມີ​ຄົນ​ຈຳນວນ​ຫຼວງ​ຫຼາຍມາ​ອອກກຳລັງ​ກາຍ, ​ເຖິງ​ວ່າ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ກໍ່​ເປັນ​ແນວ​ນີ້.

​ເປັນ​ຫຍັງ​ຄົນ​ຈີນຫຼາຍປານນີ້ລ້ວນ​ແຕ່​ເລືອກ​ເອົາ​​ໄລຍະ​ບຸນ​ກຸດ​ຈີນ​ມາ​ອອກກຳລັງ​ກາຍ? ​ໃນຫຼາຍປີ​ມາ​ນີ້, ​ເນື່ອງ​ຈາກ​ວ່າ ຈັງຫວະ​ຊີວິດ​ການ​ເປັນ​ຢູ່​ໃນ​ຕົວ​ເມືອງ​ຂອງ​ຈີນ​ໄດ້​ໄວ​ກວ່າ​ເກົ່າ, ກຳລັງ​ໜີບ​ຂອງ​ຄົນ​ຈີນ​ໃນ​ດ້ານ​ວຽກ​ງານ​ແລະ​ຊີວິດ​ກໍ່​ນັບ​ມື້​ນັບ​ຫຼາຍ, ສະ​ນັ້ນ ​ໂຣກ​ພະ​ຍາດ​ທີ່​ເກີດ​ຂຶ້ນຍ້ອຍ​ກຳລັງ​ໜີບ​ກໍ່​​ລົບ​ກວນ​ຄົນ​ທັງຫຼາຍ, ຮ່າງກາຍ​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ສຸ​ຂະ​ພາບ​ປານ​ໃດ ໄດ້​ກາຍ​ເປັນ​ເລື່ອງ​ອຸກ​ອັ່ງ​ຂອງ​ມວນ​ຊົນ​ໃນຕົວ​ເມືອງ​ຫຼາຍ​ແຫ່ງ. ຄຳ​ສຸພາສິດ​ທີ່​ວ່າ "ຊີວິດ​ຢູ່​ນຳ​ກິລາ" ​ເລີ່​ມ​ເປັນ​ສິ່ງ​ຊີ້​ນຳ​ແນວ​ຄິດ​ຂອງ​ຄົນ​ທັງ​ຫຼາຍ, ການ​ອອກກຳລັງ​ກາຍ​ຈຶ່ງ​ກາຍ​ເປັນ​ເລື່ອງ​ນິຍົມ​ກັນ​ຂອງ​ຄົນ​ທັງຫຼາຍ.

ນາງ​ຊຸນ​ເວີຍມີ​ອາຍຸ 26 ປີ ​ເປັນ​ບັນນາທິການ​ໜັງ​ສື​ພິມ​, ​ໃນ​ຍາມ​ທຳ​ມະ​ດາ ນາງ​ກໍມັກ​ຫຼິ້ນກິລາ, ນາງ​ຍັງເຫັນ​ວ່າ, ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ ຫຼິ້ນກິລາ​ອອກກຳລັງ​ກາຍ​ຍິ່ງ​ມີ​ຄວາມ​ຈຳ​ເປັນ. ນາງ​ເວົ້າວ່າ: ໃນ​ເວລາ​ຜ່ານ​ບຸນ​ປະ​ເພນີ, ຄົນ​ຈີນ​ກິນ​ຊີ້ນ​ແລະຂອງ​ມັນຫຼາຍ, ໝົດ​ຄອບຄົວ​ຊຸມນຸມ​ພາ​ເຂົ້າ, ມີ​ເປັດ​ໄກ່​ໝູ​ປາຫຼາຍກວ່າ​ຍາມ​ທຳ​ມະ​ດາ, ທັງມັນ​ກວ່າ​ຍາມ​ທຳ​ມະ​ດາ, ຂໍ​ຍົກ​ເອົາຂ້າພະ​ເຈົ້າ​ມາເປັນ​ຕົວຢ່າງ, ໃນ​ໄລຍະ​ມື້ບຸນ ​ໂດຍ​ສະ​ເພາະ​ແມ່ນ​ໄລຍະ​ບຸນ​ກຸດ​ຈີນ, ນ້ຳໜັກ ຮ່າງກາຍ​ຈະ​​ເພີ່ມ​ຂຶ້ນຫຼາຍສົມຄວນ, ສະນັ້ນ ​ໃນ​ໄລຍະ​ບຸນ​ກຸດ​ຈີນ ຂ້າພະ​ເຈົ້າກໍ​ລຸກແຕ່​ເຊົ້າ ​ໄປ​ແລ່ນທົນ ​ເຕັ້ນ​ເຊືອກ ຫຼືຫຼິ້ນດອກ​ປີກ​ໄກ່​ກັບ​ພີ່​ນ້ອງ. ​ເມື່ອ​ເປັນ​ແນວ​ນີ້ ​ໄປ​ອອກກຳລັງ​ກາຍ​ໜ້ອຍ​ໜຶ່ງ ຈະ​ບໍ່​ອ້ວນ​ຂຶ້ນ; ນອກ​ນີ້, ຄົນ​ທັງ​ຫຼາຍ​ນອກ​ຈາກ​ເບິ່ງ​ໂທລະພາບ​ທີ່​ມີ​ລາຍການຫຼາຍຢ່າງແລ້ວ ​ໄປ​ອອກກຳລັງ​ກາຍ​ໜ້ອຍ​ໜຶ່ງ, ກໍ່​ຈະ​ເຮັດ​ໃຫ້​ຈິດໃຈຫ້າວຫັນ​ຂຶ້ນ​.

ການ​ອອກກຳລັງ​ກາຍ​ນອກຈາກ​​ເຮັດ​ໃຫ້​ສຸຂະພາບ​​ແຂງ​ແຮງ​ຂຶ້ນ​ແລ້ວ​ ຍັງມີ​ສັບພະ​ຄຸນ​ອີກຫຼາຍຢ່າງ. ທ່ານ​ມາ​ເລິ​ຍ​ອາຍຸ 27 ປີ​ ແມ່ນ​ເຮັດ​ວຽກ​ທາງ​ເວັບ​ໄຊ, ທ່ານ​​ເປັນ​ແມ່ນ​ຜູ່​ມັກ​ຫຼິ້ນກິລາ. ​ໃນ​ສາຍຕາ​ຂອງ​ທ່ານ​ມາ​ເລິ​ຍ, ການ​ໄປ​ຫຼິ້ນກິລາອອກກຳລັງ​ກາຍ ​ໂດຍ​ສະ​ເພາະ​ແມ່ນ​ໄປ​ຫັດກາຍ​ບໍລິຫານ​ໃນ​ໄລຍະ​ມື້ບຸນ, ຍິ່ງ​ມີ​ຄວາມ​ໝາຍ​ໃນ​ການ​ແລກປ່ຽນກັນ​ລະຫວ່າງ​ຄົນ​ກັບ​ຄົນ, ທ່ານ​ເວົ້າວ່າ: ການ​ອອກກຳລັງ​ກາຍ​ແມ່ນ​ເພື່ອຫຼຸດຄວາມ​ອ້ວນ ຫຼື​ເພື່ອ​ບຳລຸງ​ສຸຂະ​ພາບ, ຂ້າພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ສະພາບ​ແລະ​ບົດບາດ​ໃນ​ຂັ້ນ​ຕົ້ນ. ຍັງ​ມີບົດບາດ​ຍິ່ງ​ສຳຄັນ​ກວ່າ ຕົວຢ່າງ​ຄື ​ເມື່ອ​ພວກ​ເຮົາ​ເຕີບ​​ໃຫຍ່​ແລ້ວຂຸ້ນ​ນຳວຽກຫຼາຍ, ​ບໍ່ພຽງ​ແຕ່​ເທົ່າ​ນີ້ ​ໃນ​ປະ​ຈຸບັນ ​ເຮັດ​ວຽກ​ຢູ່ປັກ​ກິ່ງ​ມີ​ກຳລັງ​ໜີບຫຼາຍ, ສະນັ້ນ ຄົນ​ທັງ​ຫຼາຍ​ນັດກັນ ​ໄປ​ອອກກຳລັງ​ກາຍ​ນຳ​ກັນ, ນີ້​ແມ່ນ​ຮູບ​ການ​ແລກປ່ຽນ​ທີ່​ດີທີ່​ສຸດ.

​ຕາມ​ປະ​ເພນີຈີນ, ຄົນ​ຈີນ​​ເອົາ​ໃຈ​ໃສ່​ນຳ​ການ​ແລກປ່ຽນອາລົມ​ຈິດລະຫວ່າງ​ຍາດ​ພີ່​ນ້ອງ​ແລະ​ເພື່ອນ​ມິດ, ການ​ຫຼິ້ນກິລາຫັດກາຍນຳ​ກັນ ​​ກໍ​ເປັນຮູບ​ການ​ແລກປ່ຽນ​ກັນລະ​ຫວ່າງ​ຄົນ​ກັບ​ຄົນ, ສົນ​ພໍ​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ນິຍົມ​ກັນ​ຂອງ​ຄົນ​ຈີນໃນ​ໄລຍະ​ມື້ບຸນ​.