ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 16:23:01    
ທ່ານ​ປູ​ຕີນ​ເວົ້າ​ວ່າ​ການ​ຮ່ວມ​ມື​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ແມ່ນ​ປັດ​ໄຈ​ສຳ​ຄັນ​ທີ່​ເພີ່ມ​ທະ​ວີ​ສະ​ຖຽນ​ລະ​ພາບ​ທາງ​ຍຸດ​ທະ​ສາດ​ຂອງ​ໂລກ

cri
ຕາມ​ຂ່າວສານ​ຊີນ​ຮວາ,​ວັນ​ທີ31​ມັງ​ກອນ,​ຢູ່​ມົສກູ,ທ່ານ​ປູ​ຕີນ ປະ​ທາ​ນາ ທິບໍ​ດີ​ຣັດ​ເຊຍ​ເວົ້າ​ວ່າ,ການ​ຮ່ວມ​ມື​ລະຫວ່າງ​ຣັດ​ເຊຍ​ກັບ​ຈີນ​ໄດ້​ກາຍ​ເປັນ​ປັດ​ໄຈ​ສຳ​ຄັນ​ທີ່​ເພີ່ມ​ທະ​ວີ​ສະ​ຖຽນ​ລະ​ພາບ​ທາງ​ຍຸດ​ທະ​ສາດ​ຂອງ​ໂລກ,​ຝ່າຍ​ຣັດ​ເຊຍ​ທະ​ນຸ​ຖະ​ໜອມ​ທີ່​ສຸດ​ຕໍ່​ເລື່ອງ​ນີ້.​ທ່ານ​ຫວັງ​ໃຫ້​ສອງ​ປະ​ເທດ​ຈັດ​ການ​ເຄື່ອນ​ໄຫວ​"ປີ​ປະ​ເທດ"​ຊຶ່ງ​ກັນ​ແລະ​ກັນ​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຕໍ່​ສອງ​ລົງ​ສູ່​ລວງ​ເລິກຕື່ມ​ອີກ.

ໃນ​ເວລາ​ຕອບ​ຄຳຖາມ​ຂອງ​ນັກ​ຂ່າວ​ຈີນ​ໃນ​ງານ​ຊຸມ​ນຸມ​ນັກ​ຂ່າວ​ຂະ ໜາດ​ໃຫຍ່​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,​ທ່ານ​ປູ​ຕິນ​ເວົ້າ​ວ່າ,​ຝ່າຍ​ຣັດ​ເຊຍ​ຈະ​ພັດ​ທະ ນາ​ການ​ພົວ​ພັນ​ຄູ່​ຂາ​ປະ​ສານ​ງານ​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ​ບົນ​ພື້ນ​ຖານ​ເຊັນ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ກັບ​ຈີນ.​ຝ່າຍຣັດ​ເຊຍ​ໄດ້​ເຫັນ​ວ່າ,​ຝ່າຍ​ຈີນ​ກໍ່​ມີ​ຄວາມ​ປາຖະ​ໜາ​ດັ່ງ​ກ່າວ​ເຊັ່ນ​ດຽວ​ກັນ.

ໃນ​ເວລາ​ເວົ້າ​ເຖິງ​ບັນຫາ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ຈີນ​ຣັດ​ເຊຍ,​ທ່ານ​ປູ​ຕີນ​ເວົ້າ​ວ່າ, ເປົ້າ​ໝາຍ​ທີ່​ຮອດ​ປີ2010​ຍອດ​ມູນ​ຄ່າ​ການ​ຄ້າ​ສອງ​ຕໍ່​ສອງ​ມີ​ເຖິງ​60ຕື້​ໂດ​ລາ​ນັ້ນ​ແມ່ນ​ສາ​ມາດ​ບັນລຸ​ຜົນ​ເປັນ​ຈິງ.