ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 16:56:13    
ຊາວ​ຈີນ​ແລະ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢ່າງ​ມ່ວນ​ຊື່ນ​ຟົດ​ຟື້ນ

cri
ຕາມຂ່າວສານຊິນຮວາ,ໃນຫຼາຍມື້ມານີ້,ຊາວຈີນແລະຈີນຕ່າງດ້າວທີ່ອາໄສຢູ່ແຫ່ງ
ຕ່າງໆໃນໂລກໄດ້ຈັດການເຄື່ອນໄຫວຊະນິດຕ່າງໆສະຫຼອງບຸນກຸດຈີນ.

ຕອນຄ່ຳວັນທີ30ມັງກອນ,ຢູ່ອົສໂລ,ຊາວຈີນຕ່າງດ້າວແລະນັກສຶກສານອກທີ່ຮຽນຢູ່
ນອກແວໄດ້ຈັດງານມ່ວນຊື່ນສະຫຼອງບຸນກຸດຈີນ,ງານມ່ວນຊື່ນເຕັມໄປດ້ວຍບັນຍາ
ກາດໄມຕິຈິດແລະມ່ວນຊື່ນແຕ່ຕົ້ນຕະຫຼອດປາຍ.

ຫວ່າງມໍ່ໆນີ້,ຢູ່ຫຼາຍຕົວເມືອງຂອງດານມາກ,ສະຫະພັນຊາວຈີນດານມາກ,ສະຫະພັນ ນັກສຶກສາຈີນທົ່ວປະເທດດານມາກເປັນຕົ້ນໄດ້ຈັດການເຄື່ອນໄຫວສິລະປະຫຼາຍຮູບ
ຫຼາຍສີສະຫຼອງບຸນກຸດຈີນ.

ຊາວຈີນແລະຈີນຕ່າງດ້າວຫຼາຍຮ້ອຍຄົນທີ່ອາໄສຢູ່ຕຸຍນີຊີໄດ້ເຕົ້າໂຮມກັນຢູ່ສະຖານ
ທູດຈີນປະຈຳຕຸຍນີຊີ,ສະຫຼອງບຸນກຸດຈີນຢ່າງມ່ວນຊື່ນຄຶກຄື້ນ.

ຕອນຄ່ຳວັນທີ30ມັງກອນ,ຊາວຈີນແລະຈີນຕ່າງດ້າວທີ່ອາໄສຢູ່ເວເນຊູເອລາໄດ້ຈັດ
ງານມ່ວນຊື່ນສະຫຼອງບຸນກຸດຈີນຢູ່ຫໍສະມາຄົມຈີນທີ່ຢູ່ເມືອງວາເລນຊີອາຂອງເວເນ
ຊູເອລາ.ປີນີ້,ຢູ່ຄຸ້ມຊາວຈີນສຳຄັນ8ແຫ່ງຂອງເວເນຊູເອລາລ້ວນແຕ່ໄດ້ຈັດການເຄື່ອນ
ໄຫວສະຫຼອງບຸນກຸດຈີນດ້ວຍຮູບການຕ່າງກັນ.

ການສະຫຼອງບຸນກຸດຈີນຢູ່ອິນໂດເນເຊຍມ່ວນຊື່ນຄຶກຄື້ນເປັນພິເສດ,ການເຄື່ອນໄຫວ
ສະຫຼອງມີຢູ່ຢ່າງຫຼວງຫຼວງ.ໃນຕົວເມືອງໃຫຍ່ແລະຜ້ານກາງຈຳນວນໜຶ່ງທີ່ມີຊາວຈີນ
ຂ້ອນຂ້າງຫຼາຍ,ເວລາໃດມີການເຄື່ອນໄຫວສະຫຼອງ,ຊົນຊາດອື່ນໆກໍໄດ້ເຂົ້າຮ່ວມ,ການ
ເຄື່ອນໄຫວໄດ້ເຕັມໄປດ້ວຍບັນຍາກາດມ່ວນຊື່ນແລະກົມກຽວກັນ.