ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 17:46:49    
ລັດ​ຖະ​ບານ​ຈີນ​ຊ່ອຍ​ກອບ​ກູ້​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ທີ່​ປະສົບ​ອຸປະຕິ​ເຫດ​ລົດ​ຢູ່​ເອຢິບ​ໂດຍ​ດ່ວນ

cri

ຕາມ​ຂ່າວCRI: ພາຍຫຼັງ​ຄະນະ​ທ່ອງ​ທ່ຽວຊາວ​ຮົງ​ກົງ​ຈີນຄະນະ​ໜຶ່ງ​ປະສົບ​ອຸປະຕິ​ເຫດ​ລົດ​ຢູ່​ເອຢິບ​ແລ້ວ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​​ໃນ​ທັນທີ, ​ກອບ​ກູ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ແລະ​​ແກ້​ໄຂ​ບັນຫາ​ກ່ຽວຂ້ອງຢ່າງ​ເໝາະ​ສົມ.

ຕາມ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງ​ສະຖານທູດ​ຈີນ​ປະຈຳ​ເອ​ຢິບ​ກ່າວ​ວ່າ, ພາຍຫຼັງ​​ໄດ້​ເກີດອຸປະຕິ​ເຫດ​, ສະຖານທູດ​ຈີນ​ປະຈຳ​ເອຢິບ​ໄດ້​ແຈ້ງ​​ສະພາບ​ການ​ທີ່​ກ່ຽວຂ້ອງ​ຕໍ່​ກະຊວງ​ທ່ອງ​ທ່ຽວ ກະຊວງ​ພາຍ​ໃນ​ແລະ​ກະຊວງ​ສາທາ​ລະນະ​ສຸກ​ເອຢິບ​ໃນ​ທັນທີ. ພ້ອມ​ກັນ​ນັ້ນ, ສະຖານທູດ​ຈີນ​ຍັງ​ໄດ້​​ປະຊຸມ​ດ່ວນ, ປະສານ​ງານ​ກັບ​ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ເຮັດ​ວຽກ​ກອບ​ກູ້​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ໃຫ້​ດີ.

ນອກ​ນັ້ນ, ພະນັກງານ​4ຄົນ​ຂອງ​ຫ້ອງການກວດຄົບ​ເຂົ້າ​ເມືອງແລະ​ພະນັກງານ​ປິ່ນປົວ2​ຄົນ​ທີ່​ພະ​ແນ​ກ​ຄຸ້ມ​ຄອງ​ປິ່ນປົວ​ຂອງອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ແຕ່ງ​ໄປ​ກຊ່​ໄດ້​ເດີນທາງ​ໄປ​ເອຢິບ​ໃນ​ຕອນ​ຄ່ຳ​​ເກີດ​ອຸປະຕິ​ເຫດ. ​ໃຕ້​ການ​ຊ່ອຍ​ເຫຼືອ​ຂອງຫ້ອງການກວດຄົບເຂົ້າ​ເມືອງ, ຄອບຄົວ​ຂອງ​ສະມາ​ຊິດ​ຄະນະ​ທ່ອງ​ທ່ຽວ​ທີ່​ປະສົບ​ອຸປະຕິ​ເຫດ​ກໍ​ໄດ້​ເດີນທາງ​ໄປ​ເອຢິບ​ໂດຍ​​ແບ່ງ​ເປັນ​ງວດ​ໃນ​ຕອນ​ຄ່ຳ​ມື້​ດຽວ​ກັນ.

ຕອນ​ເຊົ້າ​ວັນ​ທີ 31 ມັງກອນ​ຢູ່​ເມືອງຮົວກາ​ຕາ ທີ່​ພາກ​ໃຕ້​ເອຢິບ, ຄະນະ​ທ່ອງ​ທ່ຽວ​ຊາວຮົງ​ກົງ​ຈີນຄະນະ​ໜຶ່ງ​ໄດ້​ປະສົບ​ອຸປະຕິ​ເຫດ​ລົດ, ​ໄດ້​ຮູ້​ວ່າ​ມີ 14 ຄົນ​ເສຍ​ຊີວິດ​ແລະ 30 ຄົນ​ບາດ​ເຈັບ.