ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 18:48:09    
[ບຸນ​ກຸດ​ຈີນ]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ອາລະຍະ​ທຳ​ພັນ​ປີ, ກໍ​ຄື​ກັນ​ກັບ​ບຸນຄຼິສມາດ​ຂອງ​ຊາວ​ຕາ​ເວັນ​ຕົກ, ບຸນ​ກຸດ​ຈີນ​ແມ່ນ​ມື້ບຸນ​ທີ່​​ຄຶກຄື້ນມ່ວນ​ຊື່ນ​ກວ່າ​ໝູ່​ຂອງ​ຊາວ​ຈີນໃນ​ປີ​ໜຶ່ງ, ​ເຖິງ​ວ່າ​ຄຽງ​ຄູ່​ກັບ​ຍຸກ​ສະ​ໄໝ​ໄດ້​ມີ​ການປ່ຽນ​ແປງ, ​ເນື້ອ​ໃນ​ຂອງ​ບຸນ​ກຸດ​ຈີນ​ກໍ່ພວມ​ປ່ຽນ​ແປງ, ຮູບ​ການສະຫຼອງ​ມື້ບຸນ​ຂອງ​ຄົນ​ທັງຫຼາຍກໍ່ພວມ​ປ່ຽນ​ແປງຢູ່​ກໍ່ຕາມ, ​ແຕ່​ຍັງ​ບໍ່​ມີ​ສິ່ງ​ໃດ​ສາມາດ​ເຂົ້າ​ແທນຖານະ​ຂອງ​ບຸນ​ກຸດ​ຈີນ​ໃນ​ຊີວິດ​ການ​ເປັນ​ຢູ່​ແລະ​ຈິດ​ສຳນຶກຂອງ​ຄົນ​ທັງຫຼາຍ​ໄດ້. ວັນ​ທີ 29 ມັງກອນ​ນີ້​​ແມ່ນ​ມື້ບຸນ​ກຸດ​ຈີນ​ຕາມ​ຈັນ​ທະ​ຄະ​ຕິຈີນ, ຕໍ່​ໄປ​ເຊີນ​ຟັງ​ລາຍ​ລະອຽດ​ກ່ຽວກັບບຸນ​ກຸດ​ຈີນ.

ຕາມ​ເວົ້າກັນ​ວ່າ ບຸນ​ກຸດ​ຈີນ​ມີ​ປະຫວັດມາ 4000 ປີ​ແລ້ວ, ​ແຕ່​ຫົວທີ​ບໍ່​ເອີ້ນ​​ເປັນ​ບຸນ​ກຸດ​ຈີນ, ກໍ່​ບໍ່​​ໄດ້​ກຳນົດ​ເອົາ​ມື້​ໃດ​​ເປັນ​ມື້ບຸນ. ກ່ອນ​ ຄ.ສ.2100 ກວ່າ​ປີ​, ຄົນ​ທັງຫຼາຍ​ໃນ​ສະ​ໄໝ​ນັ້ນ​ໄດ້​ອີງ​ຕາມ​ກົດ​ເກນ​ການ​ໝູນ​ເດີນ​ຂອງ​ດາວ​ພະຫັດ​ມາ​ຄຳ​ຄວນ​ປີ, ​ແລະ​ເອີ້​ນບຸນ​ກຸດ​ຈີນ​ເປັນ "ຊຸ້ຍ" ໝາຍ​ເຖິງ​ "ປີ". ຮອດ​ກ່ອນ ຄ.ສ.1000 ປີ, ຄົນ​ທັງຫຼາຍ​ໄດ້​ໃຊ້ "ໜຽນ" ມາໝາຍ​ເຖິງບຸນ​ກຸດ​ຈີນ. "ໜຽນ" ​ໃນ​ຄາວ​ນັ້ນ​​ແມ່ນໝາຍ​ເຖິງການ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ອຸດົມສົມບູນ, ປີ​ໃດ​ໄດ້ຮັບຜົນ​ອຸດົມສົມບູນ​ກໍ່​ເອີ້ນ​ວ່າ "​ໂຢວໜຽນ" ໝາຍ​ຄວາມ​ວ່າ "ປີ​ອຸດົມສົມບູນ", ຖ້າ​ໄດ້​ຮັບ​ຜົນ​ອຸດົມສົມບູນ​ທີ່​ສຸດ​ກໍ່​ເອີ້ນ​ວ່າ "ຕ້າ​ໂຢວໜຽນ" ໝາຍ​ເຖິງ "ປີ​ທີ່ໄດ້​ຮັບ​ຜົນ​​ເກັບ​ກ່ຽວອັນ​ມະຫາສານ".

ຕາມ​ປະ​ເພນີ​ພື້ນ​ເມືອງຂອງ​ຈີນ​ແລ້ວ, ບຸນ​ກຸດ​ຈີນດ້ານ​ຄວາມ​ໝາຍ​ກວ້າງ​ໄດ້​ເລີ່​ມ​ແຕ່ມື້​ແຮມ 8 ຄ່ຳ​ເດືອນ 12 ​ຕາມ​ຈັນທະຄະຕິ​ຈີນ, ແກ່ຍາວ​ໄປ​ຮອດ​ບຸນຂະໜົມບົວລອຍ​ຄື ມື້​ຂຶ້ນ 15 ​ຄ່ຳເດືອນ​ຈຽງ​ປີ​ໃໝ່, ​ແຕ່​ຕົ້ນຕະຫຼອດປາຍ​ມີ​ປະມານ 3 ອາທິດ. ​ໃນ​ໄລຍະ​ນີ້​ໄດ້​ຖື​ເອົາ​ວັນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ແລະ​ມື້​ອອກ​​ໃໝ່​ໜຶ່ງຄ່ຳ​​ເດືອນ​ຈຽງ​ເປັນ​ມື້ສຳຄັນ​ແລະ​ສະຫຼອງກັນຢ່າງ​ຟົດ​ຟື້ນ​ທີ່​ສຸດ.

ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ, ຄົນ​ທັງຫຼາຍສະຫຼອງບຸນກຸດ​ຈີນ​ມີ​ປະ​ເພນີ​ແລະ​ຄວາມ​ຊີ​ນ​ເຄີຍ​ຕ່າງ​ກັນຫຼາຍຢ່າງ, ​ແຕ່​ຕອນ​ຄ່ຳ​​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ ສະມາຊິກ​ຄອບຄົວ​ໝົດ​ທຸກ​ຄົນ​ຕ້ອງ​ມາ​ພ້ອມພຽງ​ຮຽງ​ໜ້າ​ກັນ ກິນ​ເຂົ້າຮ່ວມ​​ໂຕະ​, ບໍ່​ວ່າ​ຢູ່​ພາກ​ເໜືອຫຼືຢູ່​ພາກ​ໃຕ້ ລ້ວນ​ແຕ່​ແມ່ນ​ປະ​ເພນີ​ທີ່​ຂາດ​ບໍ່​ໄດ້. ຢູ່​ພາກ​ໃຕ້, ຄາບຄ່ຳ​ນີ້​ທຳ​ມະ​ດາ​ແລ້ວ​ຈະ​ມີອາຫານ 10 ກວ່າ​ເຍື່ອງ, ​ໃນ​ນັ້ນຕ້ອງ​ມີ​ເຕົ້າຮູ້​ແລະ​ປາ, ​ເພາະວ່າ​ໃນ​ພາສາ​ຈີນ ​ເຕົ້າຮູ້​ແລະ​ປາ​​ອອກສຽງ​ຄ້າຍຄື​ກັນ​ກັບຄຳ​ວ່າ "ຟູ້ອີ້" ໝາຍ​ເຖິງ "ລ້ຳ​ລວຍ. ຢູ່​ພາກ​ເໜືອ, ພາ​ເຂົ້າຄາບ​ນີ້ສ່ວນຫຼາຍ​ແມ່ນ​ກິນ​ກ້ຽວ, ສະມາຊິກ​ຄອບຄົວພາກັນ​ຫໍ່​​ກ້ຽວ, ​ແລ້ວ​ຕົ້ມ​ໃຫ້​ສຸກ, ​ໃສ່​ເຄື່ອງປຸງ​ແຕ່ງ​ລົດ​ຊາດ, ໝົດຄອບຄົວ​ມານັ່ງ​ກິນ​ຢູ່ໂຕະ​ດຽວ​ກັນຢ່າງ​ຄຶກຄື້ນ, ​ໃນຫຼາຍປີ​ມາ​ນີ້, ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໄດ້​ຍົກ​ສູງ​ຂຶ້ນ, ມີ​ຄອບຄົວ​ບໍ່​ໜ້ອຍ​ໃນ​ຕົວ​ເມືອງ​​ໄປ​ກິນ​ເຂົ້າຄາບ​ຄ່ຳ​ນີ້​ຢູ່​ຮ້ານ​ອາຫານ, ​ບໍ່​ຕ້ອງ​ເສຍ​ເວລາ​ກຽມພາ​ເຂົ້າ​ເອົາເອງ. ​ແນ່ນອນ​ແລ້ວ ຄອບຄົວ​ສ່ວນຫຼາຍ​ແໜງ​ເຮັດ​ອາຫານ​​ເອົາເອງ, ​ຈະ​ມ່ວນ​ກວ່າ. ອາຫານ​ດັ້ງ​ເດີມ​​ໃນ​​ໄລຍະ​ບຸນ​ກຸດ​ຈີນ​ຍັງ​ມີ​ເຂົ້າໜົມ​ເຂ້​ງປີ​ໃໝ່​ແລະ​ເຂົ້າໜົມບົວລອຍ​ທີ່​ເຮັດ​ດ້ວຍ​​ແປ້ງ​ເຂົ້າໜຽວ, ອາຫານ​ເຫຼົ່ານີ້​​​ໄດ້​ໝາຍ​ເຖິງ​ລະດັບຊິວິດ​ການ​ເປັນ​ຢູ່ສູງ​ຂຶ້ນຄູ່​ປີ, ສະມາຊິກ​ຄອບຄົວມາ​ພ້ອມພຽງ​ຮຽງ​ໜ້າກັນ​ແລະ​ມີ​ຄວາມສຸກ.

​ວັນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ຕ້ອງງັນ​ກັນ​ໝົດ​ຄືນ, ນີ້​ກໍ່​ແມ່ນ​ປະ​ເພນີ​ດັ້ງ​ເດີມ​ຂອງບຸນ​ກຸດ​ຈີນ. ​ໃນຄືນ​ນີ້ ຄົນ​ທັງຫຼາຍຈະ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ໃນທ່າມກາງບັນ​ຍາກາດອັນ​ມ່ວນ​ຊື່ນຟົດ​ຟື້ນ. ​ໃນ​ເມື່ອ​ກ່ອນ, ​ເວລາ​ປີ​ໃໝ່​ວຽນມາ​ເຖິງ, ຄົນ​ທັງຫຼາຍຈະ​ຈູດ​ໝາກກະ​ໂພ​ກ ​ເພື່ອ​ສະ​ເຫຼີມສະຫຼອງ. ​ປະ​ເພນີທີ່ກຳ​ເນີ​ດ​ຈາກການ​ຂັບ​ໄຫຼ່ຜີ​ສາງ​ນາງ​ຮ້າຍ​ດັ່ງກ່າວ​ນີ້ ຍ້ອນ​ມູນ​ເຫດ​ດ້ານ​ຄວາມ​ປອດ​ໄພ​ແລະ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ, ຢູ່​ປັກ​ກິ່ງ​ແລະ​ຕົວ​ເມືອງ​ໃຫຍ່​ຈຳນວນ​ໜຶ່ງ​ໄດ້​ຈຳກັດ​ການ​ຈູດ​ໝາກກະ​ໂພ​ກຢູ່​ເຂດ​ກາງ​ເມືອງ. ​ແຕ່​ຢູ່​ເຂດ​ຊົນນະບົດ​ອັນ​ໄພສານ, ການ​ຈູດ​ໝາກກະ​ໂພ​ກຍັງ​ແມ່ນ​ລາຍການ​ທີ່​ຂາດ​ບໍ່​ໄດ້. ຮອດ​ມື້​ອອກ​ໃໝ່​ໜຶ່ງ​ຄ່ຳ, ໝົດ​ຄອບຄົວ​ຈະ​​ໃສ່​​ເສື້ອ​ຜ້າຊຸດໃໝ່, ຕ້ອນຮັບ​ແຂກ​ມາ​ຢາມຫຼື​ໄປ​ຢາມ​ຍາດ​ພີ່ນ້ອງ. ​ໃນຫຼາຍປີ​ມາ​ນີ້, ​ໃນ​ໄລຍະ​ບຸນ​ກຸດ​ຈີນ ​ໃນ​ຕົວ​ເມືອງ​ໃຫຍ່​ຄື​ ປັກ​ກິ່ງ​ເປັນຕົ້ນກໍ່​ໄດ້​ຈັດ​ງານ​ວັດຕາມ​ປະ​ເພນີ​ຢູ່​ສວນສາທາລະນະ, ​ໃນ​ງານ​ວັດດັ່ງກ່າວ ມີ​ການສະ​ແດງ​ປະ​ເພນີພື້ນ​ເມືອງ​ຕ່າງໆ, ຕົວຢ່າງ​ຄື ​ເອົານ້ຳຕານມາ​ປັ້ນ​ເປັນ​ຮູບຄົນ ສານ​ຂອດຈີນ ​ເຊີດ​ສິງ​ໂຕ ຊ່ວງ​ເຮືອ​ໂຄກແລະ​ອື່ນໆ, ​ໄດ້​ດຶງ​ດູດ​ຫຼາຍພັນຫຼາຍໝື່ນ​ຄົນ​ມາ​ຊົມ​ເບິ່ງ.

ການ​ເຄື່ອນ​ໄຫວດ້ານວັດທະນະທຳ​ໃນ​ໄລຍະ​ບຸນ​ກຸດ​ຈີນ​ກໍ່​ມີຫຼາຍຢ່າງຫຼາຍ​ແນວ. ​ໃນ​ຫຼາຍ​ປີ​ມາ​ນີ້, ວັນ​ປີ​ໃໝ່​ສາກົນ​ຫາ​ກໍ່​ຜ່ານ​ໄປ, ຮູບ​ເງົາ​ສະຫຼອງບຸນ​ກຸດ​ຈີນ​ກໍ່​ເລີ່ມ​ເຫີ່​ກັນ​ສາຍ​ໃນ​ທົ່ວ​ປະ​ເທດ​​ແລ້ວ. ສ່ວນຢູ່​ເຂດ​ຊົນນະບົດ​ອັນ​​ໄພສານ, ​ກໍ່ມີ​ການສະ​ແດງ​ຄີ​ຕະ​ສິນ​ທ້ອງ​ຖິ່ນ ຟ້ອນ​ອຽງ​ເກີ​ແລະ​ໄປ​ທ່ຽວ​ງານ​ວັດ​ເປັນຕົ້ນ, ​ເຕັມ​ໄປ​ດ້ວຍ​ບັນຍາ​ກາດ​ອັນ​ມ່ວນ​ຊື່ນ​ຟົດ​ຟື້ນ​​ໃນ​ຍາມ​ບຸນ.

ການ​ຕິດ​ຄະຕິຄູ່​ໃສ່​ສອງ​ຂ້າງປະຕູ ຕິດ​ຮູບ​ແຕ້ມ ​ໄຕ້​ໂຄມ​ໄຟ, ກໍ່​ແມ່ນ​ເນື້ອ​ໃນ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຂອງ​ຄົນ​ທັງຫຼາຍ. ຄຽງ​ຄູ່​ກັບ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໄດ້​ຍົກ​ສູງ​ຂຶ້ນ, ​ໃນ​ຂະ​ນະ​ທີ່​ໄດ້​ຮັກສາ​ປະ​ເພນີ​ດັ້ງ​ເດີມ​ຂອງ​ມື້ບຸນ​ນັ້ນ, ຄົນ​ທັງຫຼາຍກໍ່​​ໄດ້​ພັດ​ທະ​ນາ​ລາຍ​ການ​ເຄື່ອນ​ໄຫວ​ສະຫຼອງມື້ບຸນ.

ສິ່ງ​ທີ່​ຍັງ​ຕ້ອງກ່າວ​ເຖິງ​ນັ້ນ​ແມ່ນ ຈີນ​ແມ່ນ​ປະ​ເທດ​ທີ່​ປະກອບ​ດ້ວຍຫຼາຍຊົນ​ເຜົ່າ, ນອກ​ຈາກ​ເຜົ່າ​ຮັ້ນ​ແລ້ວ ຍັງ​ມີ​ຊົນ​ເຜົ່າ​ສ່ວນ​ໜ້ອຍ 55 ຊົນ​ເຜົ່າ. ​ເຖິງ​ວ່າ​ພວກ​ເຂົາ​ເຈົ້າມີ​ພາສາ​ແລະ​ຕົວ​ໜັງ​ສື​ຕ່າງ​ກັນ, ມີ​ວິຖີ​ຊີວິດ​ແລະ​ຮີດຄອງປະ​ເພນີ​ຕ່າງ​ກັນກໍ່ຕາມ, ​ແຕ່ພວກ​ເຂົາ​ເຈົ້າ​ສ່ວນຫຼາຍກໍ່​ຖື​ບຸນ​ກຸດ​ຈີນ​ເປັນ​ມື້ບຸນ​ສຳຄັນ​ຂອງ​ຊົນ​ເຜົ່າ​ຕົນ. ບາງ​ຊົນ​ເຜົ່າ​ຄື ​ເຜົ່າ​ເອີ້​ລຸນ​ຊຸນ ​ເຜົ່າ​ຕາ​ວໍ້​ເອີ ​ເຜົ່າ​ເກົາຫຼີ​ແລະ​ເຜົ່າ​ມົ້ງ​ເປັນຕົ້ນ, ການ​ເຄື່ອນ​ໄຫວ​ສະຫຼອງມື້ບຸນ​ຂອງ​ພວກ​ເຂົາ​ເຈົ້າຍັງ​ມີ​ຈຸດ​ພິ​ເສດ​ຂອງ​ຊົນ​ເຜົ່າ​ຕົນ.