ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 19:28:44    
ລັດ​ຖະ​ບານ​ຈີນ​ຈະ​ໃຊ້​ມາດ​ຕະ​ການ​ເສີມ​ສ້າງ​ສິ່ງ​ກໍ່​ສ້າງ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ຢູ່​ທີ່​ປັກ​ກິ່ງ,​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ກະ​ຊວງ​ກໍ່​ສ້າງ​ຈີນ​ກ່າວ​ວ່າ,ປີ2006,ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ຈະ​ເພີ່​ມທະວີ​ການ​ສ້າງ​ສິ່ງ​ກໍ່​ສ້າງ​ປົວ​ແປງ​ສິ່ງ​ແວດ​ລ້ອມ​ໃນ​ຕົວ​ເມືອງ​ແລະ​ຄຸ້ມ​ຄອງ​ການ​ໝູນ​ເດີນ​.

ເຈົ້າ​ໜ້າ​ທີ່​ຜູ່​ນີ້​​ແນະນຳ​ວ່າ,ອີງ​ຕາມ​ກົດໝາຍ​ຂອງ​ລັດຖະບານ​ຈີນກ່ຽວ​ກັບ​ການ​ຊຳ​ລະ​ນ້ຳ​ໂສ​ໂຄກ​ແລະ​ຊຳລະ​ຂີ້​ເຫຍື້ອ​ໃນ​ຕົວ​ເມືອງ​ໃຫ້​ປອດ​ສານພິດ,​ແຫ່ງ​ຕ່າງໆ​ຕ້ອງ​ວາງ​ແຜນ​ປະ​ຕິ​ບັດ​ຢ່າງ​ລະອຽດ,​ເພີ່ມ​ການ​ລົງທຶນ​ໃຫ້​ຫຼາຍ​ກວ່າ​ເກົ່າ,​​ເຈ​າະຈົງ​ແກ້​ໄຂ​ການ​ປະ​ກອບ​ເປັນ​​ຊຸດ​ແລະ​ບູລະນະ​ຕາໜ່າງທໍ່​ສົ່ງ​ນ້ຳ​ໂສ​ໂຄກ​ແລະ​ສິ່ງ​ກໍ່ສ້າງ​​ເກັບ​ແລະ​ຂົນ​ສົ່ງ​ຂີ້​ເຫຍື້ອ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່.ຈັດ​ຕັ້ງ​ປະຕິບັດ​ລະບອບ​ເກັບ​ຄ່າ​ຊຳລະ​ນ້ຳ​ໂສ​ໂຄກ​ແລະ​ຂີ້​ເຫຍື້ອ,​ຫ້າງ​ຫາ​​ເງິນ​ທຶນ​ດ້ວຍ​ຫຼາຍ​ຊ່ອງ​ທາງ​, ສ້າງ​ໂຮງຊຳລະນ້ຳ​ໂສ​ໂຄກ​ແລະ​ສິ່ງ​ກໍ່​ສ້າງ​ຊຳ​ລະ​ຂີ້​ເຫຍື້ອ,​ຍົກ​ສູງ​ຄວາມ​ສາ​ມາດ​ຊຳລະແລະ​ນຳ​ໃຊ້​ນ້ຳ​ໂສ​ໂຄກ​ຄືນ​ໃໝ່​.