
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຊາວຈີນພວມສະຫຼອງບຸນກຸດຈີນ ເຊິ່ງແມ່ນບຸນປະເພນີສຳຄັນທີ່ສຸດຂອງຈີນ. ໃນໄລຍະບຸນກຸດຈີນປີນີ້, ຢູ່ນະຄອນປັກກິ່ງແລະຫຼາຍຕົວເມືອງ ໄດ້ມີສຽງໝາກກະໂພກດັງຂຶ້ນອີກເຊິ່ງໄດ້ມິດງຽບໄປຫຼາຍປີແລ້ວ, ນີ້ແມ່ນບຸນກຸດຈີນຄັ້ງທຳອິດພາຍຫຼັງຕົວເມືອງເຫຼົ່ານີ້ໄດ້ຍົກເລີກຄຳຫ້າມຈູດໝາກກະໂພກ.
ຊາວຈີນມັກຈູດໝາກກະໂພກໃນມື້ບຸນຫຼືໃນເວລາມີເລື່ອງສິລິມຸງຄຸນສຳຄັນ ເພື່ອສ້າງບັນຍາກາດສະຫຼອງ. ປະເພນີນີ້ມີປະຫວັດເກືອບ 2000 ປີແລ້ວ. ແຕ່ການຈູດໝາກກະໂພກມີຜົນທາງລົບ ນັ້ນກໍ່ຄືມັກເຊື່ອມພິດສິ່ງແວດລ້ອມ, ຖ້າບໍ່ລະວັງ ຍັງອາດຈະພາໃຫ້ເກີດໄພໄຟໄໝ້, ຈົນກະທັ້ງເຮັດໃຫ້ຄົນຕາຍຫຼືບາດເຈັບ. ແຕ່ຕົ້ນຊຸມປີ 90 ສະຕະວັດທີ່ແລ້ວເປັນຕົ້ນມາ, 280 ກວ່ານະຄອນຂອງຈີນຄື ປັກກິ່ງແລະຊຽງໄຮ້ເປັນຕົ້ນ ໄດ້ຫ້າມຈູດໝາກກະໂພກ.
ເຖິງວ່າການຫ້າມຈູດໝາກກະໂພກມີຜົນດີຕໍ່ການອະນຸລັກສິ່ງແວດລ້ອມແລະຄວາມປອດໄພຂອງຄົນກໍ່ຕາມ, ແຕ່ຄົນທັງຫຼາຍໄດ້ຄ່ອຍໆຮູ້ສຶກວ່າ ໃນເວລາຜ່ານມື້ບຸນ ຖ້າບໍ່ໄດ້ຈູດໝາກກະໂພກແລ້ວກໍ່ຮູ້ສຶກວ່າຂາດບັນຍາກາດ. ໃນບໍ່ເທົ່າໃດປີມານີ້, ຕົວເມືອງທີ່ຫ້າມຈູດໝາກກະໂພກເຫຼົ່ານັ້ນ ໄດ້ມີການປ່ຽນແປງ, ຄືປ່ຽນຈາກການຫ້າມຈູດໝາກກະໂພກເປັນອະນຸຍາດໃຫ້ຈູດໝາກກະໂພກໂດຍມີຄວາມຈຳກັດ, ກໍ່ຄື ອະນຸຍາດໃຫ້ຈູດໝາກກະໂພກຕາມເວລາແລະເຂດທີ່ກຳນົດໄວ້ກ່ອນ, ຕົວຢ່າງຄື ໃນຍາມກາງຄືນທີ່ຄົນທັງຫຼາຍນອນພັກຜ່ອນແລ້ວ ຫ້າມບໍ່ໃຫ້ຈູດໝາກກະໂພກ, ຢູ່ເຂດອ້ອມຂ້າງບູຮານນະສະຖານ ສະຖານີລົດໄຟຫຼືຄິວລົດແລະເຂດອ້ອມຂ້າງໂຮງໝໍຫ້າມບໍ່ໃຫ້ຈູດໝາກກະໂພກ.
ແຕ່ປີນີ້ເປັນຕົ້ນໄປ, ປັກກິ່ງເລີ່ມປ່ຽນການຫ້າມເປັນການອະນຸຍາດໂດຍມີຄວາມກຳຈັດ, ມາດຕະການນີ້ໄດ້ຮັບຄວາມນິຍົມຊົມຊອບໂດຍທົ່ວໄປຈາກໄທເມືອງ. ທ່ານໂຫວຮູ້ຍ ຜູ່ຊ່ຽວຊານດ້ານຮີດຄອງປະເພນີປັກກິ່ງເວົ້າວ່າ: ການຈູດໝາກກະໂພກແມ່ນລາຍການສະຫຼອງບຸນກຸດຈີນທີ່ເປັນແບບຢ່າງທີ່ສຸດແລະມີບັນຍາກາດທີ່ສຸດ, ແມ່ນວັດທະນະທຳຢ່າງໜຶ່ງທີ່ສືບທອດກັນມາໃນສາຍເລືອດຂອງຄົນຈີນ. ການອະນຸຍາດໃຫ້ຈູດໝາກກະໂພກໂດຍມີຄວາມຈຳກັດ ໄດ້ສະແດງເຖິງການເຂົ້າໃກ້ຊິດກັບມະຕິມະຫາຊົນ ໂຄລົບວັດທະນະທຳແລະໂຄລົບຮີດຄອງປະເພນີຊົນຊາດ.
ເພື່ອຮັບປະກັນຄວາມປອດໄພຂອງມວນຊົນໃນເວລາຈູດໝາກກະໂພກ, ຫຼຸດຜົນສະທ້ອນຂອງການຈູດໝາກກະໂພກທີ່ມີຕໍ່ຊີວິດການເປັນຢູ່ຂອງຄົນທັງຫຼາຍ, ອົງການປົກຄອງທ້ອງຖິ່ນແຫ່ງຕ່າງໆຂອງຈີນລ້ວນແຕ່ໄດ້ວາງມາດຕະການຕ່າງໆ, ເພີ່ມຄວາມແຮງໃນການປະຕິບັດກົດໝາຍ, ຍັງກຳນົດບ່ອນຂາຍໝາກກະໂພກເປັນສະເພາະ, ຂາຍແຕ່ໝາກກະໂພກທີ່ຜ່ານການກວດກາດ້ານຄວາມປອດໄພ. ທ່ານລີກຸຍຈື້ ເຖົ້າແກ່ຂາຍໝາກກະໂພກແຫ່ງໜຶ່ງທີ່ປັກກິ່ງແນະນຳວ່າ: ໝາກກະໂພກເຫຼົ່ານີ້ລ້ວນແຕ່ແມ່ນມາຈາກຊ່ອງທາງທີ່ຊອບກົດໝາຍ, ລ້ວນແຕ່ແມ່ນຫ້ອງການຄວບຄຸມໝາກກະໂພກແຫ່ງຊາດຈັດສົ່ງມາໃຫ້, ບໍ່ອະນຸຍາດໄປສັ່ງຊື້ໂດຍຕົນເອງ.
ຕໍ່ຂໍ້ກຳນົດທີ່ອະນຸຍາດໃຫ້ຈູດໝາກກະໂພກໂດຍມີຄວາມຈຳກັດນັ້ນ, ໄທເມືອງສ່ວນຫຼາຍທີ່ສຸດແມ່ນເຂົ້າໃຈນຳແລະປະຕິບັດຕາມ. ທ່ານລີເວີຍ ໄທເມືອງຊຽງໄຮ້ເວົ້າວ່າ: ດຽວນີ້ໄດ້ອະນຸຍາດໃຫ້ຈູດໝາກກະໂພກໂດຍມີຄວາມຈຳກັດ, ຂ້າພະເຈົ້າເຫັນວ່າດີຫຼາຍ, ແຫຼ່ງທີ່ມາຂອງໝາກກະໂພກໄດ້ຖືກຄວບຄຸມ ຄຸນນະພາບມີຄວາມຮັບປະກັນ ແລະຫ້າມບໍ່ໃຫ້ຈູດໝາກກະໂພກຢູ່ເຂດສຳຄັນແລ້ວ, ເມື່ອເປັນແນວນີ້ ກໍ່ບໍ່ຫ່ອນຈະເກີດໄພອັນຕະລາຍ.
ດຽວນີ້ ຊາວຈີນຍັງຢູ່ໃນບັນຍາກາດມ່ວນຊື່ນຟົດຟື້ນ, ຢູ່ຊົນນະບົດແລະຕົວເມືອງສ່ວນຫຼາຍ, ຍັງສາມາດໄດ້ຍິນສຽງໝາກກະໂພກໃນທຸກມື້.
|