ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 20:40:35    
ຮີດຄອງ​ປະ​ເພນີ​​ບຸນ​ກຸດ​ຈີນ(ສຽງ)

cri Author: da


ບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ຂອງ​ຄົນ​ຈີນ​ໄດ້​ວຽນມາ​ເຖິງ​ແລ້ວ.ບຸນ​ກຸດ​ຈີນ​ປີ​ນີ້ ​ກົງ​ກັບ​ວັນ​ທີ 29 ມັງກອນ.ບຸນ​ກຸດ​ຈີນ​ແມ່ນ​ບຸນປະ​ເພນີທີ່​ຄຶກ​ຄື້ນ​ແລະ​ມ່ວນ​ຊື່ນ​ກວ່າ​ໝູ່ໃນ​ປີ​ໜຶ່ງ​ຂອງ​ຄົນ​ຈີນ. ​ມາ​ທ່ຽວ​ຈີນ​ໃນ​ຍາມບຸນ​ກຸດ​ຈີນ,​ແມ່ນ​ໂອກາດ​ດີ​ທີ່​ສຸດ​​ເພື່ອຊ​ອກ​ຮູ້​ຮີດຄອງ​ປະ​ເພນີ​ຂອງ​ຈີນ.​ໃນ​ລາຍການ​ສີສັນ​ແດ​ນມັງກອນ​ພາກ​ນີ້,ພວກ​ເຮົາ​ຈະ​ແນະນຳ​ບຸນ​ວັດນະຄອນ​ປັກ​ກິ່ງ ບຸນ​ໂຄມ​ໄຟ​​ເມືອງ​ນານ​ກິ່ງແລະ​ຕະຫຼາດ​ດອກ​ໄມ້​ເມືອງ​ກວາງ​ໂຈ່​ວ​ໃນ​ຍາມ​ບຸນ​ກຸດ​ຈີນ​ສູ່​ທ່ານ​ຟັງ.

​ໄປ​ຫຼິ້ນ​ບຸນ​ວັດ​ແມ່ນ​ຮີດຄອງ​ປະ​ເພນີ​ຢ່າງ​ໜຶ່ງ​ຂອງຄົນ​ປັກ​ກິ່ງ​​ໃນ​ຍາມ​ບຸນ​ກຸດ​ຈີນ.ບຸນ​ວັດ​​ປັກ​ກິ່ງມີ​ປະຫວັດມາຫຼາຍ​ຮ້ອຍປີ​ແລ້ວ,​ແຕ່​ກ່ອນ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຄົນ​ທັງຫຼາຍ​​ບູຊາ​​ເທວະ​ດາຟ້າ​ແຖນ,ພາຍຫຼັງ​ມາ ຈຶ່ງຄ່ອຍໆ​ຈັດ​ເປັນຕະຫຼາດນັດ ​​ແລະມີ​ລາຍ​ການລື້​ນ​ເລີງ,​​ກາຍ​ເປັນ​ການ​​ເຄື່ອນ​ໄຫວ​ສະຫຼອງບຸນຂອງ​ມະຫາ​ຊົນ​ຢ່າງ​ໄວວາ,ສີສັນ​​ສາສະໜາ​ກໍນັບ​ມື້ນັບ​ຈາງ​ລົງ.

ບຸນ​ວັດ​ປັກ​ກິ່ງ​​ໃນ​ຍາມ​ບຸນ​ກຸດ​ຈີນ,ລ້ວນ​ແຕ່ແຂວນ​ໂຄມ​ໄຟ,ປະດັບ​ປະດາ​ຢ່າງ​ຕາມ​ຮີດຄອງ,ມີຄົນ​ໄປ​ທ່ຽວ​ຢ່າງ​​ຄັບຄາ​ໜາ​ແໜ້ນ.ຢູ່​ໃນ​ບຸນ​ວັດ,ທ່ານ​ຈະ​​ໄດ້​ຊົມ​ການສະ​ແດງ​ຮີດຄອງ​ປະ​ເພນີ​ຄື ​ການ​ເຊີດ​ສິງ​ໂຕ ​ເຊີດ​ມັງກອນ​ແລະຫຼິ້ນ​ໄມ້​​ໂຖກ​ເຖກ​ເປັນຕົ້ນ,ຈະ​​ໄດ້​ຊີມ​ຂະໜົມ​ແຊບໆ​ແບບປັກ​ກິ່ງຫຼາຍຢ່າງຫຼາຍ​ແນວ,ມີເຄື່ອງ​ວິຈິດ​ຕະກຳ​ພື້ນ​ເມືອງຊະນິດ​ຕ່າງໆ​ວາງ​ຂາຍ​ເຊັ່ນຄື ວ່າວ ​ຮູບເຈ້ຍ​ຕັດ ຮູບ​ຄົນດິນ​ປັ້ນ ​ແລະກົງ​ຫັນນ້ອຍ​ເປັນຕົ້ນ.ຢູ່​ໃນ​ບຸນ​ວັດ ຄົນ​ຄັບຄາ​ກັນ​ທີ່​ສຸດ ຕ່າງ​ກໍ​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ມ່ວນ​ຊື່ນເບີກບານ, ຖັນ​ແຖວຟ້ອນ​ຢາງ​ເກີ​ ສຽງຄ້ອງ​ສຽງກອງ​ທີ່​ມ່ວນ​ຊື່ນ ​ແລະ​ໝູ່ຄົນ​ທີ່ຖື​ກົງຫັນ​ນ້ອຍ​ສີ​ແດງ​ສີຂຽວ,ໄດ້​​ເພີ່ມ​ບັນຍາກາດ​ສິລິ​ມຸງຄຸນ​ແລະ​​ມ່ວນ​ຊື່ນ​ໃຫ້​ແກ່​ວັດວາທີ່​ເກົ່າ​ແກ່​ ​ແລະ​ສວນສາທາລະນະ​​ປັກ​ກິ່ງ. ປີ​ນີ້​ແມ່ນ​ປີ​ຈໍ​ຈັນທະຄະຕິ​ຂອງຈີນ,ສະນັ້ນ ​ໃນ​ບຸນ​ວັດ​ກໍ​ຍັງ​ຈັດ​ໃຫ້​​ມີ​ລາຍການ​​ລື້ນ​ເລີງ​ກ່ຽວ​ກັບ​ໝາ​ເຊັ່ນ ການ​ໂຊ​ໝາຊະນິດ​ຕ່າງໆແລະການ​ໂຊ​ເຝິກ​ໝາ​ເປັນຕົ້ນ.
ທ່ານ​ຈັ່ງ​ໂຊ້ ຜູ້ຈັດການ​ສຳນັກງານ​​​ທ່ອງ​ທ່ຽວ​ສາກົນ​ຈີນ​ເວົ້າຕໍ່​ນັກ​ຂ່າວ​ວ່າ:

"​ໃນ​ໄລຍະ​ບຸນ​ກຸດ​ຈີນ,ບຸນ​ວັດ​​ມີ​ເອກະລັກ​ພິ​ເສດ​ທີ່​ສຸດ​ຢູ່​ນະຄອນ​ປັກ​ກິ່ງ.ປີ​ນີ້​ແມ່ນ​ປີ​ຈໍ,​ບຸນ​ວັດ​​ທຸກ​ແຫ່ງ​ຢູ່​ປັກ​ກິ່ງລ້ວນ​ແຕ່​ສ່ອງ​ແສງ​ໃຫ້​​ເຫັນ​ຈຸດ​ພິ​ເສດ​ທາງ​ວັດທະນະທຳ​ດັ່ງກ່າວຂອງ​ຈີນ."

ຢູ່​​ປັກ​ກິ່ງ, ບຸນ​ວັດ​​ຂະໜາດ​​ໃຫຍ່​ກວ່າ​ເພິ່ນແມ່ນ​ຈັດ​ຢູ່​ສາມ​ບ່ອນ,​ຢູ່​3ເຂດ​ທີ່ຕ່າງ​ກັນ,ຄື:​​​ວັດໄປ​ຢຸນກ້ວນ​ແລະວັດ​ຕົ່ງ​​ເຢ້ ຊຶ່ງ​ເປັນວັດສາສະໜາ​ເຕົ໋າສອງ​ແຫ່ງ ​ແລະ​ຕີ້​ຖານ ຊຶ່ງ​ເປັນ​ສະຖານ​ທີ່​ບວງສວງ​ຂອງ​ເຈົ້າຊີວິດ​ສະ​ໄໝ​ບູຮານ​.

​​ເມື່ອ​ໄດ້ແນະນຳ​ບຸນ​ວັດ​​ປັກ​ກິ່ງ​ແລ້ວ, ຕໍ່​ໄປພວກ​ເຮົາ​ຈະ​ພາ​ທ່ານ​ໄປ​ຊົມ​ບຸນ​ໂຄມ​ໄຟ​ຢູ່ເມືອງ​ນານ​ກິ່ງ ​ເມືອງ​ບູຮານ​ເກົ່າ​ແກ່​ຢູ່​ຍ່ານ​ໃຕ້​ແມ່ນ້ຳຢາງ​ເຊ ​ແມ່ນ້ຳ​ໃຫຍ່​ກວ່າ​ໝູ່​ຢູ່ຈີນ,​ໄປ​ເບິ່ງ​ບຸນ​ໂຄມ​ໄຟ​ຢູ່​ແຫ່ງ​ນັ້ນ.

ນານ​ກິ່ງ​ແມ່ນ​​ລາດຊະ​ທານີ​ຂອງ 10 ລາດ​ຊະ​ວົງທີ່​ມີ​ຊື່​ສຽງ​ຂອງ​ຈີນ,​ຊຶ່ງ​ໝາຍ​ຄວາ​ມວ່າ, ​ໃນ​ປະຫວັດສາດ​ຈີນເຄີຍ​ມີ​ 10 ລາຊະວົງຫຼື​​ອຳນາດ​ການ​ປົກຄອງທີ່ມີ​ຊື່​ສຽງ​ໄດ້​ຕັ້ງນະຄອນຫຼວງ​ຢູ່​ແຫ່ງນີ້.​ແມ່ນ້ຳຊິນ​ຮວຍ​ທີ່​ໄຫຼ​ຜ່ານ​ເມືອງນີ້,ມີ​ຊື່​ລື​ນາມ​ຍ້ອນ​ມີ​ພາບ​ວິວຫໍຜາສາດ​ລຽນ​ກັນ​ເປັນ​​ແຖວຢູ່​ແຄມ​ນ້ຳທີ່​ຍາວຕັ້ງ 10 ​​ລີ້,ບວກ​ກັບ​ສຽງ​ພາຍ​ເຮືອ​​ແລະ​​ແສງ​ໂຄມໄຟທີ່​ສວຍງາມ​.ວັດ​ຟູ່ຈືທີ່​ສ້າງຢູ່​​ແຄມແມ່ນ້ຳຊິນ​ຮວຍ,​​ແຕ່​ມື້​​ເດືອນ​ຈຽງ​ອອກ​ໃໝ່1 ຄ່ຳຮອດ​​ແຮມ 3 ຄ່ຳ ຈັນທະ​ຄະຕິ​​ຈີນ​,ຕ້ອງ​ຈັດ​ບຸນ​ໂຄມ​ໄຟ​ຢູ່​ວັດ​ຟູ່ຈື ທຸກ​ປີ,ບຸ​ນ​ໂຄມ​ໄຟ​​ໄດ້ກາຍ​ເປັນ​ບຸນ​ວັດ​ທີ່​ມີຊື່​ສຽງ​ໃນ​ຍາມ​ບຸນ​ຢູ່​ແຖບ​ພາກ​ໃຕ້​ແມ່ນ້ຳຢາງ​ເຊ.

​ວັດຟູ່ຈື ​ກໍແມ່ນ​​ວັດ​ຂົງຈື້ນັ້ນ​ເອງ,​ແມ່ນ​ສະຖານ​ທີ່ທີ່​ຄົນ​ສະ​ໄໝ​ບູຮານ​ບູຊາ​ຂົງຈື.ວັດ​ຟູ່ຈື​ເມືອງ​ນານ​ກິ່ງ ມີ​ປະຫວັດ 900 ກວ່າ​ປີ​​ແລ້ວ. ກ່ອນ​ແລະ​ຫຼັງ​ເດືອນ​ຈຽງ 15 ຄ່ຳ​ ຄື​ບຸນ​ຂະໜົມບົວລອຍທຸກ​ປີ,ຜູ້​ໄປ​ທ່ຽວ​ວັດ​ຟູ່ຈື​ແລະຊົມ​ໂຄມ​ໄຟ​ຢູ່​ແຄມ​ແມ່ນ້ຳຊິນຮວຍ​ ມີຫຼາຍ​ເຖິງ​ຫຼາຍ​ແສນ​ຄົນ.​ ເມື່ອ​ເວົ້າ​ເຖິງ​ສະພາບ​ບຸນ​ວັດ​ຟູ່ຈືປີ​ນີ້,ທ່ານຢາງ​ມິ​ງ ນັກ​ຂ່າວ​ວິທະຍຸ CRI ປະຈຳ​ຈ່ຽງຊູ່​ເວົ້າວ່າ:

"ປີ​ນີ້,​ບຸນໂຄມ​ໄຟ​​​ວັດ​ຟູ່ຈື​ເມືອງ​ນານ​ກິ່ງ ມີ​ໂຄມ​​ໄຟ 4 ​ແສນ 5 ໝື່ນ​ໜ່ວຍ​ປ້ອນ​ຕະຫຼາດ,ອັນ​ໄດ້​ສ້າງ​ສະຖິຕິ​ໃໝ່​​ໃນ​ດ້ານຈຳນວນ.​​ສີ​ສັນຊົນຊາດແລະລັກສະ ນະຮີດຄອງໂຄມ​ໄຟ​,​ໄດ້ສ່​ອງ​ແສງ​ໃຫ້​ເຫັນ​ເອກະລັກ​ພິ​ເສດລື່ນ​ໝູ່​ຂອງໂຄມ​ໄຟ​ແມ່ນ້ຳຊິນ​ຮວຍ​."

​​ເມື່ອ​ແນະນຳ​ບຸນ​ວັດ​​ປັກ​ກິ່ງ​ແລະບຸນ​ໂຄມ​ໄຟ​​ນານ​ກິ່ງ​ແລ້ວ,ສຸດ​ທ້າຍ ພວກ​ເຮົາ​ຈະ​​ແນະນຳ​ຕະຫຼາດ​ດອກ​ໄມ້ຂອງເມືອງ​​​ກວາງ​ໂຈ່​ວພາກ​ໃຕ້ຂອງ​ຈີນສູ່​ຟັງ.​ເມືອງ​ກວາງ​ໂຈ່​ວ​ແມ່ນ​ເມືອງ​ດອກ​ໄມ້​ທີ່​ມີ​ຊື່​ສຽງ​ຢູ່​ຈີນ,ຢູ່​ແຫ່ງ​ນີ້ ອາກາດ​ອົບ​ອຸ່ນ​ຕະຫຼອດປີ,​ໃນ​ເມືອງດອກ​ໄມ້​ບານ​​​ເຮື່ອ​ເຮືອງຕະຫຼອດ​ປີ.

​ໃນ​ເວລາ​ປີ​ໃໝ່​ຈັນທະຄະ​ຕິ​ຈີນ​ວຽນມາ​ເຖິງ,​ໄທ​ກວາງ​ໂຈ່ວ​ມັກ​ຊື້​ດອກ​ໄມ້​ຫຼາຍ​ໂຖຫຼື​ຫຼາຍ​ຊໍ່​​ມາ​ເອ້​ໃນເຮືອນ​ຫຼື​ຫ້ອງການ,ພວກ​ເຂົາ​ເຈົ້າ​ຖື​ວ່າ,ດອກ​ໄມ້​ທີ່​​ເບັ່ງ​ບານ ທັງ​ມີ​ສີ​ສວຍ​ງາມ,ທັງຈະ​ນຳເອົາ​​ໂຊກ​ລາບ​ມາ​ໃຫ້​​ຕົນ​ເອງ​ໃນ​ປີ​ໃໝ່.

ທຸກໆ​ປີ,ທະ​ແນມ​ແຕ່​ເປີດ​ຕະຫຼາດ​​ດອກ​ໄມ້,ກໍ​ຈະ​ມີ​​ແຂກຄົນ​ມາ​ຊື້ຢ່າງ​ຫຼວງ​ຫຼາຍ. ​ຕະຫຼາດ​ດອກ​ໄມ້​ຂອງ​ເມືອງ​ກວາງ​ໂຈ່​ວ​​ເວລາຂາຍ​ດີ​ທີ່​ສຸດ​ແມ່ນ​ມື້​ສິ້ນ​ປີ.​ໃນ​ຕອນ​ຄ່ຳ​ມື້​ສິ້ນ​ປີ,​ໄທກວາງ​ໂຈ່​ວທັງຫຼາຍ ​ເມື່ອ​ຊຸມ​ພາ​ເຂົ້າສົ່ງ​ທ້າຍ​ປີ​ເກົ່າ​ແລ້ວ,ກໍ​ພາກັນ​ໄປ​ເລາະ​ຕະຫຼາດ​ດອກ​ໄມ້,​ເລືອກ​ຊື້ດອກ​ໄມ້ກັນ​ອຶກ​ກະ​ທຶກ. ​ໃນ​ຕະຫຼາດ​ນີ້ ມີ​ດອກ​ໂບຕັນ ດອກ​ເບັນ​ຈະ​ມາດ ດອກ​ກຸຫຼາບ ດອກບານ​ເດິກ ດອກ​ສຸ້ຍ​ຊຽນ​ແລະ​ອື່ນໆ,ນອກ​ນີ້​ຍັງ​ມີ​ຕົ້ນໝາກກ້ຽງ​ນ້ອຍທີ່​ໝາຍ​ຄວາມ​​ສິລິ​ມຸງຄຸນ, ດອກ​ໄມ້​ນາໆ​ຊະນິດ​ສີ​ສວຍ​ສົດ​ງົດງາມ,ສົ່ງ​ກິ່ນ​ຫອມ​ຫວນຕ້ອງດັງ.ພ້ອມ​ກັນນັ້ນ ຕະຫຼາດ​ດອກ​ໄມ້​ຍັງ​ຂາຍ​​ປາ​ຄຳ​ແລະ​ເຄື່ອງ​ໃຊ້​ຂອງ​ກິນ​ຕ່າງໆສຳລັບ​ບຸນປີ​ໃໝ່​, ແລະມີ​ໂຄມ​ໄຟ​ຫຼາຍ​ສີສັນ,​ຮູ້ສຶກ​ວ່າ​ກໍມ່ວນ​ຄື​ກັນ .

ຕະຫຼາດ​ດອກ​ໄມ້​ກວາງ​ໂຈ່​ວມີ​ປະ​ຫວັດ 200 ກວ່າ​ປີ​ແລ້ວ,​ເຖິງ​ວ່າ​ຈັດ​ຂຶ້ນ​ສູ່​ປິ,​ແຕ່​ປີ​ໃດ​ກໍ​ມີ​ເນື້ອ​ໃນ​ໃໝ່.ທ່ານ​ເສີນ​ສື່​ຕະ ຜູ້​ຮັບຜິດຊອບ​ວຽກ​ງານ​ຕະຫຼາດ​ດອກ​​ໄມ້​​ປີ​ໃໝ່​​ເມືອງ​ກວາງ​ໂຈ່​ວ​ເວົ້າວ່າ:

"ຕະຫຼາດ​ດອກ​ໄມ້​ເມືອງ​ກວາງ​ໂຈ່​ວ​ປີ​ນີ້,​ໄດ້​​ສົມ​ທົບກັບ​ການທ່ອງທ່ຽວ​ຢ່າງ​ມິ​ອິນ​ຊີ,ຈັດ​​ເອົາລາຍການ​ເລາະ​ຕະຫຼາດ​ດອກ​ໄມ້​ເປັນ​ລາຍການ​ທ່ອງ​ທ່ຽວກວາງໂຈ່ວມື້ໜຶ່ງ."