ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-01 20:47:32    
ງານບຸນ​​ໃນ​ຍາມ​ບຸນ​ກຸດ​ຈີນ​​ທີ່​ມີຫຼາຍ​ຢ່າງ​ຫຼາຍ​ແນວ​ແລະ​ຫຼາຍ​ສີ​ຫຼາຍ​ສັນ(ສຽງ)

cri Author: da


ວັນ​ທີ29 ມັງກອນ​ປີ​ນີ້ແມ່ນ​ບຸນ​ກຸດ​ຈີນ​ເຊິ່ງ​ເປັນວັນ​ບຸນ​ປະ​ເພນີ​ອັນ​ຄຶກຄື້ນ​ທີ່​ສຸດ​ແລະ​ມີ​ຂະໜາດ​ໃຫຍ່​ທີ່​ສຸດ​ຂອງ​ຈີນ.ທ່ຽວງານວັດ​ໃນ​ຍາມບຸນ​ກຸດ​ຈີນ​ກໍ່ແມ່ນ​ການ​ເຄື່ອນ​ໄຫ​ວລື້ນ​ເລີງດັ້ງ​ເດີມ​ລາຍ​ໜຶ່ງ​ທີ່​ຄົນ​ຈີນ​ນິຍົມ​ຊົມ​ຊອບ.​

ງານວັດ​ແມ່ນ​ການ​ເຄື່ອນ​ໄຫວວັດທະນະທຳ​​ລື້ນ​ເລີງ​ດັ້ງ​ເດີມຊະນິດ​ໜຶ່ງ​ຂອງພື້ນ​ເມືອງຈີນ,ມັນ​ອາ​ໄສ​ວັດ​ຫຼື​ສວນ​ສາທາລະນະ,​ແມ່ນຕະຫຼາດນັດ​ທີ່​ເຕົ້າ​ໂຮມ​ການ​ລື້​ນ​ເລີງ​,ການທ່ອງທ່ຽວ​ແລະ​​ຊື້​ຂອງ​ເປັນອັນ​ໜຶ່ງ​ອັນ​ດຽວ​ກັນ,ພ້ອມ​ກັນ​ນັ້ນ​ກໍ່​ແມ່ນ​ເວ​ທີ​ໃຫຍ່​ທີ່​ສະ​ແດງ​ຮີດຄອງ​ປະ​ເພນີ​ວັດທະນະທຳທີ່​ມີ​ມູນ​ເຊື້ອ​ຍາວ​ນານ​ຂອງ​ຈີນ.​ໃນ​ເປັນ​ຮ້ອຍ​ເປັນ​ພັນ​ປີ​ມາ​ນີ້,ງານວັດ​​ໃນ​ຍາມບຸນ​ກຸດ​ຈີນ​ໄດ້​ຈະ​ເລີ​ນຄຶກຄື້ນ​ຢູ່​ຈີ​ນຕະຫຼອດ​ມາ.​ນະຄອນ​ປັກ​ກິ່ງ​​​ໃນ​ຖານ​ເປັນເມືອງ​ບູຮານ​ວັດທະນະທຳ,ການ​ເຄື່ອນ​ໄຫວ​ງານ​ວັດ​ໄດ້​ມີ​ປະຫວັດຍາວ​ນານ,​ແລະມີສີສັນ​ພິ​ເສດຮີດຄອງ​ປະ​ເພນີ​ອັນ​​ເຂັ້ມຂຸ້ນ.

ງານ​ວັດຢູ່​ຫໍ​ຕີ້​ຖານ​ແມ່ນ​ໜຶ່ງ​ຂອງ"8ງານວັດທີ່​ໃຫຍ່​ກວ່າ​ໝູ່"ຂອງນະຄອນ​ປັກ​ກິ່ງ​​ໃນ​ສະ​ໄໝ​ບູຮານ,​ແມ່ນ​ການ​ເຄື່ອນ​ໄຫວລື້​ນ​ເລີງ​ດັ້ງ​ເດີມທີ່ຄົນທັງຫຼາຍຊົມຊອບ.ຫໍ​ຕີ້​ຖານ​ເລີ່​ມສ້າງ​ໃນ​ປີ1530,ມີເນື້ອທີ່ທັງ​ໝົດ​40ກວ່າ​ເຮັດ​ຕາ,​ແມ່ນ​​ບ່ອນ"​ໄຫວ້​​ເຈົ້າທີ່"ຂອງ​ກະສັດ​ສັກດິນາຂອງ​ຈີນ​ໃນ​ເວລາ​ນັ້ນ.​ເລີ່​ມ​ແຕ່​ປີ1985​ເປັນຕົ້ນ​ມາ,​ໃນຍາມ​ບຸນກຸດ​ຈີນ​ແຕ່ລະ​ປີ​​,ແຫ່ງ​ນີ້ກໍ່ລ້ວນ​ແຕ່​​ໄດ້ຈັດ"ງານ​ວັດ​​ໃນ​ຍາມບຸນ​ກຸດ​ຈີນ",ມັນ​​ໄດ້​ກາຍ​ເປັນ​ບ່ອນ​ສຳລັບນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ອັນ​ໄພສານ​ມາ​ພັກ​ຜ່ອນ​ແລະລື້​ນ​ເລີງ.ງານ​ວັດ​ຕີ້​ຖານ​​ໃນປີ​ນີ້​ຈະ​ຈັດ​ຂຶ້ນ​​ແຕ່ວັນ​ທີ28 ມັງກອນ​ຮອດ​ວັນ​ທີ4 ກຸມພາ.

ເມື່ອ​ເວົ້າ​ເຖິງ​ການຈັດ​ວາງສະຖານ​ທີ່​ຂອງ​ງານ​ວັດ​ປີ​ນີ້,ທ່ານ​ວາງ​ຈົ່ງ​ຮວາ ຫົວໜ້າ​ພະ​ແນ​ກ​ສວນອຸທິ​ຍານເຂດ​ຕາ​ເວັນ​ອອກຂອງ​ປັກ​ກິ່ງ​ແນະນຳ​ວ່າ:

"ຄຸນ​ນະພາ​ບ​ໃນ​ການຈັດ​ວາງ​ສິ່ງ​​ແວດ​ລ້ອມ​ໃນປີ​ນີ້​​ໄດ້ຍົກ​ສູງ​ຂຶ້ນອີກ​ຢ່າງ​ເດັ່ນ​ຊັດ​.ກາ​ຕຸ​ນສູບ​ລົມ 12 ນັກສັດນອກ​ປະຕູ​ຕາ​ເວັນ​ຕົກ​ຂອງ​ຕີ້​ຖານ​ໄດ້ປ່ຽນ​​​ເປັນ​ໂຄມ​ລະ​ຍ້າ​ໃນ​ວັງ,​ເຮັດ​ໃຫ້​ສີສັນ​ປະ​ເພນີ​ຂອງງານ​ວັດຍິ່ງ​ເຂັ້ມຂຸ້ນ.ຮູບ​ສາມ​ມີ​ຕິ​ຂອງ​ຕົວ​ນຳ​ໂຊກ​ຂອງ​ງານ​ວັດ​ທີ່​ເຮັດ​ດ້ວຍ​ວັດ​ສະດຸໃໝ່​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້ສຶກ​ແປກ​ຫູ​ແປກ​ຕາ.ນອກ​ນີ້,​ເບື້ອງ​ຫຼັງ​ຂອງ​ສິ່ງ​ກໍ່ສ້າງ​ບູຮານທີ່​ທາ​ດ້ວຍ​ສີ​ແດງ,ປ້າຍ​ປະຕູ​ໂຂງ​ສີ​ເຫຼືອງຄຳ,ກຳ​ແພງ​ຮີດຄອງ​ປະ​ເພນີ​ພື້ນ​ເມືອງທີ່​ ​ໜ້າ​ກາກຂອງ​ງິ້ວປັກ​ກິ່ງ,ຂອດ​ຈີນອັນ​ໃຫຍ່​​ໂຕ,ໝາກບານດອກ​ໄມ້​ອັນ​ສວຍ​ສົດ​ງົດ​ງາມ,​ແຜ່ນ​​ແພ​ແລະ​ຄັນ​ຮົ່ມດອກ​ໄມ້​ເຕັມ​ທ້ອງຟ້າເປັນ​ຕົ້ນ​,​ໄດ້ສ້າງ"ຮູບ​ພາບ​ທີ່ສວນ​ໄດ້​ເຕັມ​ໄປ​ດ້ວຍບັນຍາກາດ​ລະດູ​ໃບ​ໄມ້​ປົ່ງ"​ທີ່​ມີ​ຊີວິດ​ຊີວາ​ແລະ​​ເບີກບານ​ມ່ວນ​ຊື່ນ​ໃຫ້​​ແກ່ນັກ​ທ່ອງ​ທ່ຽວ.

ການສະ​ແດງພິທີ​​​ໄຫວ້​​ເຈົ້າທີ່​ແມ່ນ​ລາຍການ​ດັ້ງ​ເດີມຂອງງານ​ວັດຕີ້​ຖານ.ພາບ​ໄຫວ້​ທີ່​ສະຫງ່າ​ຜ່າ​ເຜີຍ,ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງປະ​ເທດ​ຮູ້ສຶກ​​ເຖິງຄວາມກ້ວາງ​ຂວາງ​ລ້ຳ​​ເລີດຂອງ​ວັດທະນະທຳ​ຊົນຊາດ​ຈີນ.ຖະໜົນສິນຄ້າ​ທີ່​ມີສີສັນ​ພິ​ເສດ​ແມ່ນບ່ອນ​ທີ່​ຈັບ​ໃຈ​ຄົນ​ກວ່າ​ໝູ່​ຂອງ​ງານ​ວັດຫໍ​ຕີ້​ຖານ​ຄັ້ງ​ນີ້,ສິນຄ້າ​ສິລະ​ປະ​ຫັດຖະກຳ,ດອກ​ໄມ້​ແຫ້ງ,ຮູບ​ແຕ້ມ​ປີ​ໃໝ່​,​ເຄື່ອງກິນ​ສີສັນ​ພິ​ເສດ​ເປັນ​ຕົ້ນ​ມີຫຼາ​ຍຢ່າງ​ຫຼາຍ​ແນວ.​ເຄື່ອງ​ຫຼິ້ນ​ແບບ​ເກົ່າ​ບູຮານ​ເຊັ່ນ:,ກົງຫັນ​ລົມ,​ໝາກ​ຂ່າງເປັນ​ຕົ້ນ​ກໍ່​ຖືກ​ນິຍົມ​ຫຼາຍ,​ເຮັດ​ໃຫ້​ຄົນ​ທັງຫຼາຍ​ທີ່​ຂຸ້ນ​ນຳວຽກ​ມາ​ເປັນປີ​​ແລ້ວນັ້ນກັບ​ຄືນ​ສູ່ໄວ​ເດັກທີ່ບໍລິສຸດ.

ທ່ານ​ຢາງ​ສຽວ​ດົ່ງຂອງ​ຄະນະ​​​ຕັ້ງງານວັດຫໍຕີ້​ຖານ​ກ່າວ​ວ່າ,​ການ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ຮ່ວມ​ນຳ​ກັນ​ແມ່ນສີສັນ​ພິ​ເສດຂອງ​ງານ​ວັດຫໍ​ຕີ້​ຖານ​ຄັ້ງ​ນີ້.

"ງານ​ວັດ​ປີ​ນີ້​ບົນ​ພື້ນຖານ​ທີ່​​ໄດ້​ຮັກສາບາງລາຍການຍີ່​ຫໍ້​ຊື່​ດັງ​ໄວ້ນັ້ນ,ສືບ​ຕໍ່ຈັດລາຍການ​ວັດທະນະທຳ​​ໃໝ່,ພ້ອມທັງ​ຍັງ​ເນັ້ນ​ໜັກ​ການ​ແລກປ່ຽນ​ກັນ​ກັບ​ນັກ​ທ່ອງ​ທ່ຽວ,ນັກ​ທ່ອງ​ທ່ຽວ​ບໍ່​ພຽງ​​ແຕ່​ໄດ້​ຊົມ​ແລະ​ເຂົ້າ​ຮ່ວມ​ລາຍການ​ຫຼິ້ນ​ມ່ວນຊື່ນ​ນັບ​ເປັນ 100 ລາຍການ​ເທົ່າ​ນັ້ນ,ຍັງ​​ໄດ້​ເຮັດ​​ເຄື່ອງສິນລະປະ​ຫັດຖະກຳ​ພ້ອມ​ກັບ​ສິລະ​ປິນພື້ນ​ເມືອງ,ສະ​ແດງ​ພ້ອມ​ກັນກັບ​ນັກສະ​ແດງອາຊີບ​ອີກ​ດ້ວຍ."

ງານ​ວັດ​ຂອງ​ສວນ​ສາທາລະນະ​ຫຼົງ​ຖານ​ຫູຢູ່​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປັກ​ກິ່ງ​ຖື​ກິລາ​ແລະ​ຮີດຄອງ​ປະ​ເພນີ​ເປັນ​ຫົວ​ຂໍ້ຫຼັກ,​​ໄດ້ກະກຽມ​ການ​ເຄື່ອນ​ໄຫວ​ວັດທະນະທຳ,ກິລາ,ຫຼິ້ນ​ມ່ວນ​ຊື່ນ​ເປັນ​ຕົ້ນ160ກວ່າລາຍການ​ລວມ8ປະ​ເພດ​ໃຫຍ່,​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສຳ​ຜັດ​ກັບຄວາມ​ມ່ວນ​ຊື່ນ​ໂດຍ​ຕົນ​ເອງ.ຕາມ​ຊາບ​ວ່າ,​ໃນ​ໄລຍະ​ດັ່ງ​ກ່າວ,ນັກ​ກິລາ​ລະ​ດັບ​ຊາດ​ຂອງ​ລາຍການ​ຕ່າງໆຄື​ຢູ​ໂດ,ຊົກມວຍ,​ເທ​ຄວນ​ໂດ​ເປັນ​ຕົ້ນ​ຈະ​ປະກົດຕົວ​ໃນ​ງານ​ວັດ,ຜ່ານ​ບຸນ​ກຸດ​ຈີ​ນພ້ອມກັບ​ນັກ​ທ່ອງທ່ຽວ​ດ້ວຍຮູບ​ການ​ການ​ແຂ່ງຂັນ​ສະ​ແດງ,ການ​ແຂ່ງຂັນ​ຊົກ​ມວຍ​ເປັນ​ຕົ້ນ;ນັກ​ຫຼິ້ນ​ໝາກ​ລຸກ​ຂອງ​ສະ​ຖາ​ບັນ​ໝາກ​ລຸກ​ຈີນ​ຍັງ​ຈະ​ຫຼິ້ນ​ໝາກ​ລຸກກັບ​ນັກ​ທ່ອງ​ທ່ຽວ,​ແລະ​ບັນຍາຍ​ກັບ​ບ່ອນ,ສະ​ແດງ​ຄວາມ​​ເລິກ​ລັບລ້ຳ​ເລີດ​ຂອງ​ໝາກ​ລຸກ,​ເຮັດ​​ໃຫ້ນັກ​ທ່ອງ​ທ່ຽວ​ທີ່​ມັກຫຼິ້ນ​ໝາກ​ລຸກ​​ໄດ້​ເມືອຄືນ​ຢ່າງ​ສົມ​ອົກ​ສົມ​ໃຈ.

ຫໍໄປ​ຢຸນກ້ວນ​ແມ່ນ​ສະຖານ​ທີ່​ເຄື່ອນ​ໄຫວຂອງສາດສະໜາ​ເຕົາ​ປັກ​ກິ່ງ,ງານວັດຢູ່​ແຫ່ງ​ນີ້​ແຕ່ລະ​ປີ​ລ້ວນ​ແຕ່​​ໄດ້ດູດ​ດຶງ"ຄົນ​ປັກກິ່ງ​​ແທ້ໆ"​ຢ່າງ​ຫຼວງຫຼາຍ​.ປີ​ນີ້,​ແຫ່ງ​ນີ້​ບໍ່​ພຽງ​ແຕ່​​ໄດ້​ຮັກສາ​ການ​ເຄື່ອນ​ໄຫວ​ທີ່​ມີ​ມູນ​ເຊື້ອ​ຄືຄຳ​ລີງ​ຫີນ,ຂີ່​ລໍ,ຂີ່​ຕະຫຼ່ຽງ​ໂງກ​ເງກ​ເປັນ​ຕົ້ນ​ໄວ້​ເທົ່າ​ນັ້ນ,ຍັງ​ໄດ້​ຊົມ​ຂອງເກົ່າ​​ແລະ​ພາບ​ຂຽນ​ງາມ​​ແລະຮູບ​ແຕ້ມ,​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຄຳທວາຍ​ທີ່​ມີ​ລາງວັນອີກ​ດ້ວຍ​.​ໃນ​​ເວລາ​ດຽວ​ກັນ,ຫໍໄປຢຸນກ້ວນຍັງ​ອີງ​ຕາມ​ຮີດຄອງປະ​ເພນີ,ຈັດ​​ພິທີ​ພາວະນາ​ຄວາມ​ມຸງຄຸນ​​ໃນ​ມື້​ທີ່​ໜຶ່ງ​ຂອງ​ປີ​ໃໝ່​ຕາມຈັນທະຄະຕິ​ຈີນ,ຂໍ​ໃຫ້ຈີນມີຟ້າ​ຝົນ​ລົມ​ດີ,​ປະຊາ​ຊາດ​ວັດທະນາ​ຖາວອນ,ປະ​ເທດ​ຈະ​ເລີ​ນຮຸ່ງ​ເຮືອງ.