ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-02 16:46:31    
ທ່ານ​ມູ​ບາ​ລັກ​ກັບ​ຜູ້​ນຳ​ປາ​ເລັສ​ຕິນ​ຫາ​ລື​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ

cri


ຕາມ​ຂ່າວCRI,​ວັນ​ທີ1ກຸມ​ພາ​ຢູ່​ເລີ​ແກ,​ທ່ານ​ມູ​ບາ​ລັກ ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ໄດ້​ແຍກ​ອອກເຈ​ລະ​ຈາ​ກັບ​ທ່ານ​ອັບ​ບາສ ປະ​ທານ​ອົງ​ການ​ອຳ​ນາດ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ແລະ​ທ່ານ​ນາງ​ຊີ​ປີ​ລິວ​ນີ ລັດ​ຖະມົນ​ຕີ​ການ​ຕ່າງ​ປະ​ເທດ​ອິດສຣາ​ແອນ​ທີ່​ໄປ​ຢ້ຽມ​ຢາມ​ເອຢິບ,​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖານະ​ການ​ພາກພື້ນ​ໃນ​ຫວ່າງ​ມໍ່ໆ​ນີ້,​ຫາລື​ຂະ​ບວນວິ​ວັດ​ສັນຕິ​ພາບ​ຕາ​ເວັນ​ອອກ​ກາງ.

ໃນ​ງານ​ຖະ​ແຫຼງ​ຂ່າວ​ຫຼັງ​ການເຈ​ລະ​ຈາ,​ທ່ານ​ອາ​ວັດ ໂຄສົກ​ລັດຖະ ບານ​ເອຢິບ​ເວົ້າ​ວ່າ,​ປະ​ຊາ​ຄົມ​ໂລກ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ກ່ຽວ​ກັບ​ຊຸກ​ຍູ້​ຂະ​ບວນ​ວິວັດ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ແລະ​ແກ້​ໄຂບັນ​ຫາ​ປາ​ເລັສ ຕິນ​ຢ່າງ​ຍຸດ​ຕິ​ທຳ​ແລະ​ບັນ​ຫາ​ອື່ນໆ,​ບໍ່​ວ່າ​ຈະ​ແມ່ນ​ພັກ​ໃດ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ຄະນະ​ກຳມະ​ການ​ນິຕິບັນ​ຍັດ​ປາ​ເລັສຕິນ​ຫຼື​ການ​ເລືອກ​ຕັ້ງ​ຂອງ​ອິດ​ສຣາ​ແອນ​ທີ່​ໃກ້​ຈະ​ຈັດ​ຂຶ້ນ,​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ລ້ວນ​ແຕ່​ຄວນ​ຮັບ​ເອົາ​ຄວາມ​ຮັບ​ຮູ້​ກັນ​ເຫຼົ່າ​ນີ້.ທ່ານ​ກ່າວ​ເນັ້ນ​ວ່າ,​ເອຢິບ​ຫວັງ​ໃຫ້​ຂະ​ບວນວິວັດ​ສັນຕິ ພາບ​ຕາ​ເວັນ​ອອກ​ກາງ​ຈະ​ສາ​ມາດ​ຂະ​ຫຍາຍ​​ຕໍ່​ໄປ.