ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-02 17:19:45    
ການ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ໄດ້​ຮັບ​ຜົນ​ເດັ່ນ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ​ໃນປີ​ກາຍ​​ໄດ້ຮັບ​ຜົນ​ເດັ່ນ. ພາກສ່ວນບໍລິຫານຄຸ້ມ​ຄອງ​ອຸດສາຫະກຳການ​ຄ້າ​ແລະ​ອົງການ​ພາ​ສີ​ເປັນ​ຕົ້ນ​ໄດ້​ສຳ​ຫຼວດຄະດີ​ລ່ວງ​ລ້ຳ​ສິດ​ຊັບ​ສິນ​ທາງ​ປັນຍາລວມ 2 ໝື່ນ 2000 ກວ່າ​ລາຍ, ​ໃນ​ນັ້ນ ຄະ​ດີ​ທີ່​ກ່ຽວ​ພັນ​​ເຖິງ​ສິດ​ກາ​ໝາຍ​ສິນຄ້າ​ຕ່າງປະ​ເທດ​ມີ 3500 ກວ່າ​ລາຍ, ຜູ່​ກ່ຽວ 100 ກວ່າ​ຄົນ​ຖືກ​ອົງ​ການ​ຕຸລາການ​ດຳ​ເນີນ​ຄະດີ.

ຕາມ​ໄດ້​ຊາບ, ​ໃນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ​ປີ​ກາຍ, ພາກສ່ວນ​ລິ​ຂະ​ສິດ ພາກສ່ວນ​ຄຸ້ມ​ຄອງ​ວັດ​ທະນະທຳ​ແລະ​ພາກສ່ວນ​ສິດທິ​ບັດ​ຂອງ​ຈີນ​ຍັງ​ໄດ້​ສຳຫຼວດ​ແລະຍຶດ​ໄດ້​ເຄື່ອງ​ສຽງ​ແລະ​ຜະ​ລິດ​ຕະພັນ​ລັກລອກ​ແບບປະ​ເພດ​ຕ່າງໆທີ່​ຜິດ​ກົດໝາຍ 200 ລ້ານ​ກວ່າ​ເຄື່ອງ, ສຳ​ຫຼວດ​ແລະ​ຊຳ​ລະຄະດີ​​ຫຍີ່​ຫໍ້ປອມ 3000 ກວ່າ​ລາຍ, ສຳຫຼວດ​​ແລະ​ຊຳລະ​ສາຍ​ຜະ​ລິດ​​ແຜ່ນ CD ທີ່​ຜິດ​ກົດ​ໝາຍ 33 ສາຍ, ພ້ອມ​ກັນນັ້ນ ​ໄດ້​ຍົກ​ເລີກ​ຫົວ​ໜ່ວຍ​ທຸລະ​ກິດທີ່​ຜິດ​ກົດ​ໝາຍ 2 ໝື່ນ 3000 ກວ່າ​ແຫ່ງ.