ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-02 19:28:20    
ສົມ​ຫວັງ​ທຸກ​ປະ​ການ​(ສຽງ)

cri Author: shuo


ທີ່​ນີ້​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ,ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ ສູ່​ລາຍການ​ນັດ​ພົບ​ໃນ​ວັນ​ອາທິດຂອງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ພວກ​ເຮົາ.ມື້​ນີ້​ແມ່ນ​ວັນ​ທີ29​ມັງ​ກອນ,​ຄ້ອມ​ພໍ​ດີ​ແມ່ນ​ມື້​ຂຶ້ນ​ປີ​ໃໝ່ ຄື ບຸນ​ກຸດ​ຈີນ ບຸນ​ປະ​ເພ​ນີ​ຂອງ​ຈີນ.​ໃນ​ລາຍ​ການມື້​​ນີ້,​ພວກ​ເຮົາ​ໄດ້​ຈັດ​ເພງມ່ວນ​ຊື່ນ​ປະ​ມວນ​ໜຶ່ງ​ທີ່​ມີ​ຄວາມ​ໝາຍ​ສິ​ລິ​ມຸງ​ຄຸນ,​ຫວັງ​ແບ່ງ ປັນ​ຄວາມ​​ເບີກ​ບານ​ມ່ວນ​ຊື່ນ​​ກັບ​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ໃນ​ມື້​ບຸນ.

ກ່ອນ​ອື່ນ,​ເຊີນທ່ານ​ຟັງ​ເພງwan shi ru yi "ສົມຫວັງ​ທຸກ​ປະການ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ເຢ.​ເພງ​ນີ້​ສຽງ​ອ່ອນ​ຫວານ,​ອົບ​ອຸ່ນ,​ມີ​ຄຳ​ອວຍ​ພອນ​ທີ່​ຄົນ​ທັງຫຼາຍມັກ​ເວົ້າຕໍ່​ຍາດຕິພີ່ ນ້ອງ ມິດ​ສະ​ຫາຍ​ໃນ​ບຸນ​ກຸດ​ຈີນ:"​ໃນ365ຄ່ຳ,ຄ່ຳຄືນ​ທີ່​ຫວານ​ກວ່າ​ໝູ່​ແລະ​ງາມ​ກວ່າ​ໝູ່​ແມ່ນ​ຄ່ຳ​ຄືນ ສົ່ງ​ທ້າຍ​ປີ​ເກົ່າ.ຢູ່​ໃນ​ສາຍ​ລົມ​ພັດ​​ມີກິ່ນ​ຫອມ​,​ຢູ່​ໃນຫິມມະ​ຂາວ​ຫຸ້ມ​ມີລົດ​ຫວານ, ຄະຕິ​ຄູ່​ຂຽນ​ແຕ່​ຄຳ​ສັບ​ສິລິ​ມຸງ​ຄຸນ,ຢູ່​ໃນ​ຈອກ​ເຫຼົ້າ​​ເຈັ​ມແຕ່​ຄວາມ​ຈະ​ເລີ​ນຮັ່ງ​ມີ.​​ແສງ​ໂຄມ​ໄຟ ແດງ,​ເຍືອງ​ໝົດ​ຄອບ​ຄົວ​ໃຫ້​ມີ​ຄວາມ​ສຸກ,​ໄຟ​ທຽນ​ແດງ​​ໄດ້​ສົ່ງ​ຂ່າວ​ໄຊ​ຂ່າວ​ດີ​ມາຮອດ. ຄວາມ​ຮັກ​ແພງກັນ​ລະ​ຫວ່າງ​ຍາດ​ຕິ​ພີ່ນ້ອງ​ໃນ​ບ້ານ​ເກີດ​ເມືອງ​ນອນ​​ໃຫ້​ລູກ​ຫຼານ​ປະ​ຊາ​ຊາດ​ຈີນ​ຮູ້​ສຶກ​ອ່ອນ​ຫວານ,​ຄຳ​ອວຍ​ພອນ​ທຸກໆ​ຄຳ​ຂໍສົ່ງ​ໃຫ້​ເຈົ້າ,ຂໍ​ໃຫ້​ເຈົ້າ​ສົມ​ຫວັງ​ທຸກ​ປະການ."

ທີ່​ຟັງ​ມານັ້​ນ​ແມ່ນ​ເພງwan shi ru yi "ສົມ​ຫວັງ​ທຸກ​ປະການ​"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ຈ່າງ​ເຢ.​ເວົ້າສຳລັບ​ຄົນ​ຈີນ,ບຸນ​ກຸດ​ຈີນ​ກໍ​ຄື​ກັນ​ກັບ​ບຸນ​ຄຼິສ​ມາດສ໌​ຂອງ​ຄົນ​ຝ່າຍ​ຕາ​ເວັນ​ຕົກ,​ຄົນ​ທັງ ຫຼາຍ​ລ້ວນ​ແຕ່​​ເມືອ​ບ້ານ,ໝົດ​ຄອບ​ຄົວ​ເຕົ້າ​ໂຮມ​ຊຸມ​ນຸມ​ກັນ,​ເພື່ອ​ສະ​ເຫວີຍ​ຄວາມ​ມ່ວນ​ຊື່ນ​. ຕໍ່​ໄປ,​ເຮົາ​ຈະ​ມອບ​ເພງ​huan ju yi tang"​ເຕົ້າ​ໂຮມ​ຊຸມ​ນຸມ​ກັນ"ສູ່​ທ່ານ​ຟັງ,​ທຳ​ນອງ​ເພງ​ ມ່ວນ​ຊື່ນ,​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ​ບານ​ຊື່ນ​ໃຈ​ໃນ​ວັນ​ບຸນ.​ເພງ​ນີ້​ມີ​ເນື້ອ​ຮ້ອງ​ວ່າ: "​ເຕົ້າ​ໂຮມ​ກັນ​​ເພື່ອ​ຄວາມ​ມ່ວນ​ຊື່ນ,​ເຕົ້າ​ໂຮມ​ກັນ​ເພື່ອ​ຄວາມ​ສິ​ລິ​ມຸງ​ຄຸນ,​ເຕົ້າ​ໂຮມ​ກັນ​ໃນ​ລຶກ​ງາມ​ຍາມ​ດີ.​ເຕົ້າ​ໂຮມ​ກັນ,ດື່ມ​ເຫຼົ້າ​ຈອກ​ໜຶ່ງ​ກ່ອນ​ໃຫ້​ຈິດ​ໃຈມ່ວນ​ຊື່ນ​,​ເຕົ້າ​ໂຮມ​ກັນ​,​ແລ້ວ​ຮ້ອງ​ເພງ​ມິດຕະພາບ​ຖາວອນ."

ທີ່​ຟັງ​ມານັ້ນ​ແມ່ນ​ເພງ huan ju yi tang"​ເຕົ້າ​ໂຮມ​ຊຸມນຸມກັນ"ທີ່​ມ່ວນ​ອອນຊອນ.ບຸນ​ກຸດ​ຈີນ​ແມ່ນ​​ໄລຍະ​ຕົ້ນຂອງ​ປີ​ໃໝ່​ຕາມ​ປະຕິທິນ​​ຈີນ,ຍັງ​ໝາຍ​ຄວາມ​ວ່າ​ລະດູບານ​ໃໝ່​ຈະ​ວຽນ ມາ​ເຖິງ.​ໃນ​ຍາມ​ບຸນ​ກຸດ​ຈີນ,ຄົນ​ທັງຫຼາຍ​ໃນ​ເວລາພົບ​ກັນ​​ຕ່າງ​ສົ່ງ​ຄຳ​ອວຍ​ພອນ​ເຊິ່ງ​ກັນ​ແລະ​ກັນ,​ຫວັງ​ໃນ​ປີ​ໃໝ່​ນີ້,ທຸກ​ສິ່ງ​ທຸກ​ຢ່າງ​ຈົ່ງ​ປະສົບ​ຄວາມ​ສະ​ດວກ​ສະ​ບາຍ,​ແລະ​ໂຊກດີມີ​ໄຊ​ຕະ​ຫຼອດ​ໄປ.(ປ່ອຍ​ເພງ)ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງxi shi deng men"​​ເລື່ອງ​ດີ​ຮອດ​ບ້ານ".​ໃນ​ເພງ​ມີ​ເນື້ອ​ຮ້ອງ​ວ່າ:"​ເລື່ອງ​ດີ​ມາ​ຮອດ​ບ້ານ,ມື້​ໃດ​ກໍ​ຮຸ່ງ​ເຮືອງ​ປານ​ລະ​ດູ​ບານ​ໃໝ່,​ໂຊກ​ດີ​ມາ​ເຄາະ​ປະຕູ​ບ້ານ".

ໃນ​ຕອນ​ສຸດ​ທ້າຍຂອງລາຍ​ການ​ພາກ​ນີ້,​ເຊີນຟັງ​ເພງ xin xiang shi cheng"ຄິດ​ຫຍັງ​ກໍ​ດັ່ງ​ໝາຍ"ທີ່​ຂັບ​ຮ້ອງ​ໂດຍ​ນາງ​ລູ​​ເວີ່​ຍ ນັກ​ຮ້ອງ​ໜຸ່ມ.​ເນື້ອ​ຮ້ອງ​ມີ​ຢູ່ວ່າ: "ນົກ​ສິລິ​ມຸງຄຸນ​ຄາບ​ດາວ​ໂຊກ​ດີ​ມາ​ໃຫ້,ຢູ່​ທຸກໆ​ບ້ານ​ທຸກໆ​ເມືອງ​ເຫັນ​ຮອຍ​ຍີ້ມ​ແຍ້ມ​ແຈ່ມ​​ໃສ,​ປະ​ຊາ​ຊົນ​ທີ່​ດຸ​ໝັ່ນ ຄິດ​ຫຍັງ​ກໍ​ດັ່ງ​ໝາຍ,ວຽກ​ງານ​ໄດ້​ຮັບ​ຜົນ​ງານ​ດີ,​ມີ​ອະ​ນາ​ຄົດ​ຮຸ່ງ​ເຮືອງ,​ເສັ້ນ​ທາງ​ກວ້າງ​ຂວາງ​ຮາບ​ພຽງ ສະ​ດວກ​ສະ​ບາຍ​."ນະ​ທີ່​ນີ້​,​ຂ້າ​ພະ​ເຈົ້າ​ຂໍ​ເອົາ​ສຽງ​ເພງ​ທີ່​ມ່ວນ​ຊື່ນ​ຟົດ​ຟື້ນ​ເພງ​ນີ້​ສົ່ງ​ຄຳ​ອວຍ​ພອນ​ອັນ​ປະ​ເສີດ​ໄປ​ຍັງ​ທ່ານ​ຜູ້​ຟັງ​ທັງຫຼາຍ,ຂໍ​ໃຫ້​ທ່ານ​ຈົ່ງ​ສົມ​ຫວັງ​ທຸກ​ປະການ​ແລະ​ຄິດ​ຫຍັງ​ກໍ​ດັ່ງ​ໝາຍ​ໃນ​ປີ​ໃໝ່.

ໃນທ່າມກາງ​ສຽງ​ເພງ​ທີ່​ມ່ວນ​ຊື່ນ,ລາຍ​ການ​ນັດ​ພົບ​ໃນ​ວັນ​ອາທິດ​ພາກ​ນີ້​ຂໍ​ສ້ຽງ​ສຸດ​ລົງ​ພຽງ​ທໍ່​ນີ້.​ສຸດ​ທ້າຍ​ນີ້,​ພະ​ນັກ​ງານ​ໝົດ​ທຸກ​ຄົນ​ໃນ​ພະ​ແນກ​ພາ​ສາ​ລາວ​ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຂໍ​ສົ່ງ​ຄຳ​ອວຍ​ພອນ​ຂອງ​ພີ່​ນ້ອງ​ປະ​ເທດ​ຊາດ​ໄປ​ຍັງ​ຊາວ​ຈີນ​ຕ່າງ​ດ້າວ​ທີ່​ອາ​ໄສ​ຢູ່​ລາວ,​ຂໍ ອວຍ​ພອນ​ພວກ​ທ່ານ​ມີ​ຄວາມ​​ເບີກ​ບານ​ສຳ​ລານ​ໃຈ​ໃນ​ໂອກາດ​ບຸນ​ກຸດ​ຈີນ,​ແລະ​ຂໍ​ໃຫ້​ທ່ານ​ຜູ້​ຟັງ​ທັງ​ຫຼາຍ​ຂຽນ​ຈົດ​ໝາຍ​ມາ​ຍັງ​ພວກ​ເຮົາ,​ເລົ່າ​ເລື່ອງ​ພວກ​ທ່ານສະ​ເຫຼີມ​ສະ​ຫຼອງ​ບຸນ​ກຸດ​ຈີນ​ຢູ່​ລາວແນວ​ໃດ,ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ,ພົບ​ກັນ​ໃໝ່​ໃນ​ອາທິດ​ໜ້າ,​ສະ​ບາຍ​ດີ.