ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-03 16:48:12    
ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ​ເຫັນ​ວ່າ​ຈີນ​ເຂັ້ມ​ແຂງ​ຂຶ້ນ​ຈະ​ສະ​ໜອງ​ໂອ​ກາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ການ​ຮ່ວມ​ມື​ສາ​ກົນ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ2​ກຸມ​ພາ​ຢູ່​ທີ່​ພະນົມ​ເປັນ,​ທ່ານ​ຮຸນແຊນ ນາຍົກ​ລັດຖະ​ມົນ​ຕີ​ກຳ​ປູ​ເຈຍ​ກ່າວ​ວ່າ,​ຈີນ​ນັບ​ມື້​ນັບ​ເຂັ້ມ​ແຂງ​ຂຶ້ນ,​ຈະສະ​ໜອງ​ໂອ​ກາດ​ຍິ່ງ​ຫຼາຍ​ໃຫ້​ແກ່​ການ​ຮ່ວມ​ມື​ພາກ​ພື້ນ​ກໍ່​ຄື​ສາກົນ.

ມື້​ດຽວ​ກັນຢູ່​ສຳນັກ​ງານ​ນາຍົກ,​ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ນາງ ຈ່າງ​ຈິ່ນ​ເຟິ້ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍຜູ້​ໃໝ່,ທ່ານ​ຮຸນ​ແຊນ​ເວົ້າ​ວ່າ,​ລັດ​ຖະ​ບານ​ຈີນ​ປະ​ຕິ​ບັດ​ຫຼັກ​ຫ້າ​ປະ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,​ການ​ເຕີບ​ໂຕ​ແລະ​ຄວາມ​ເຂັ້ມ​ແຂງ​ຂອງ​ຈີນບໍ່ພຽງ​ແຕ່ຈະ​ສ້າງ​ຄວາມ​ສຸກ​ໃຫ້​ແກ່ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ,​ຍັງ​ໄດ້​ສະ​ໜອງ​ໂອ​ກາດ​ຍິ່ງ​ຫຼາຍ​ໃຫ້​ແກ່​ການ​ຮ່ວມ​ມື​ພາ​ກພື້ນ​ກໍ່​ຄື​ສາກົນ,​ປະ​ກອບ​ສ່ວນ​ຍິ່ງ​ຫຼາຍ​ເຂົ້າ​ໃນ​ພາ​ລະກິດ​ສັນ​ຕິພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ.

ທ່ານ​ຮຸນ​ແຊນ​ກ່າວ​ລື້ມວ່າ,​ຜູ້​ນຳ​ກຳປູ​ເຈຍ​ຊຸດ​ໃໝ່​ຈະ​ສືບ​ທອດ​ແລະ​ສົ່ງ​ເສີມ​ມິດ​ຕະ​ພາບ​ອັນ​ມີ​ມູນ​ເຊື້ອ​ລະ​ຫວ່າງ​ກຳປູ​ເຈຍ​ຈີນ,​ອອກ​ແຮງ​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກໆ​ຂົງ​ເຂດ​ລົງ​ສູ່​ລວງ​ເລິກ,​ເດັດ​ດ່ຽວ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈີນ​ດຽວ,​ສະໜັບ​ສະໜູນ​ພາລະ​ກິດ​ອັນ​ຍິ່ງ​ໃຫຍ່​ທີ່​ທ້ອນ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ໂດຍ​ສັນຕິ​ຂອງ​ຈີນ.