ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-03 17:41:44    
ຈີນ​ໃຊ້​ມາດ​ຕະ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ທ່ອງ​ທ່ຽວ​ຂອງ​ພົນ​ລະ​ເມືອງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ

cri Author: shuo

CRIລາຍງານວ່າ:ປະຈຸ​ບັນ​ນີ້,ປະຊາຊົນ​ຈີນ​ພວມ​ສະ​ເຫຼີມສະຫຼອງບຸນ​ກຸດ​ຈີນ ບຸນ​ປະ​ເພນີ​ທີ່​ສຳຄັນ​ກວ່າ​ໝູ່​ຂອງ​ຈີນ.ຍ້ອນພັກ7​ມື້,​ໃນ​​ໄລ ຍະ​ບຸນ​ກຸດ​ຈີນ​ປີ​ນີ້,​ດັ່ງ​ນັ້ນ,​ຈີນ​ຈະ​ມີ​2​ຕື້​ເທື່ອ​ຄົນ​ເຄື່ອນ​ຍ້າຍ.​ກົມ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ຜະ​ລິດ ຢ່າງ​ປອດ​ໄພ​ແຫ່ງ​ຊາດ​ຈີນ ຫ້ອງ​ການ​ມື້​ບຸນ​ທົ່ວ​ປະ​ເທດ​ຈີນ​ທວງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ແລະ ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ,​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ການ​ທ່ອງ​ທ່ຽວ,​ກຳ​ຈັດ​ຄວາມ​ອັນ​ຕະ​ລາຍ​ທີ່​ມີ​ຕໍ່​ຄວາມ​ປອດ​ໄພ​ການ​ທ່ອງ​ທ່ຽວ,​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ທ່ອງ​ທ່ຽວ​ຂອງ​ພົນ​ລະ​ເມືອງ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ.

ປີ​ນີ້,ຈີນ​ຖື​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໄຂ້ຫວັດ​ສັດ​ປີກ​ເປັນ​ວຽກ​ງານ​ສຳຄັນ​ກວ່າ​ໝູ່​ໃນ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ​​ການທ່ອງທ່ຽວ​ຂອງ​ປະຊາຊົນ​ໃນ​ໄລຍະ​ບຸນ​ກຸດ​ຈີນ. ຄົນ​ຈີນ​ມັກ​ປຸງ​ແຕ່ງ​ແລະກິນ​ອາ​ຫານ​ຫຼາຍ​ຢ່າງ​ຫຼາຍ​ແນວ​ເພື່ອ​ສະ​ຫຼອງ​ບຸນ​ກຸດ​ຈີນ,​ສະ​ນັ້ນ,​ໃນ​ໄລຍະ​ນີ້,ປະລິມານ​ຈຳໜ່າຍ​ຊີ້ນ​ສັດ​ປີກ​ລ້ຽງ​​ຫຼາຍ​ກວ່າ​ຍາມ​ທຳ​ມະ​ດາ​ຢ່າງ​ຫຼວງ​ຫຼາຍ,​ ​ການ​ຂົນ​ສົ່ງ​ຜະ​ລິດ​ຕະພັນ​ຊີ້ນ​ສັດ​ປີກ​ຈາກ​ທາງ​ໄກ​ເປັນ​ວຽກ​ເນື່ອງ​ນິດ,​ບໍ່​ຕ້ອງ​ສົງ​ໄສ​ວ່າ​ນີ້​ໄດ້​​ເຮັດ​ໃຫ້​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​​ໄຂ້​ຫວັດ​ສັດ​ປີກ​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຍິ່ງ​ຂຶ້ນ.

ໂດຍ​ແນ​ໃສ່​ສະພາບ​ການ​ດັ່ງກ່າວ,ກົມ​ຕິດຕາມ​ຄຸ້ມຄອງ​ການ​ຜະລິດ​ຢ່າງ​ປອດ​ໄພ​ແຫ່ງ​ຊາດ​ຈີນ​​ໄດ້​ທວງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ກຽມ​ພ້ອມ​ເປັນ​ຢາງ​ດີ​ເພື່ອ​ຮັບ​ມື​ກັບ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ​ທີ່​ອາດ​ຈະເກີດ​ຂຶ້ນຢ່າງ​ກະ​ທັນ​ຫັນ,​ເພີ່ມ​ຄວາມ​ແຮງ​​ເຂົ້າ​ໃນ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ພະ ຍາດ.​ທ່ານ​ຮວງອີ້ ​ໂຄສົກ​ຖະ​ແຫຼງ​ຂ່າວ​ຂອງ​ກົມ​ຕິດ​ຕາມ​ຄຸ້ມ​ຄອງ​ການ​ຜະ​ລິດ​ຢ່າງ​ປອດ​ໄພ​ແຫ່ງ​ຊາດ​ຈີນ​ແນະນຳ​ວ່າ:"ຜ່ານ​​ການ​ກວດກາ,​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ໃຊ້​ມາດ​ຕະ​ການ,​ກຳ​ຈັດ ໄພ​ອັນ​ຕະ​ລາຍ​ທີ່​ຊ້ອນ​ຕົວ​ຢູ່​ຢ່າງ​ເອົາ​ຈິງ​ເອົາ​ຈັງ​;​ໃນ​ໄລ​ຍະ​ມື້​ບຸນ,​ຢູ່​ສະ​ຖານ​ທີ່​ສາ​ທາ​ລະ​ນະ ​ໄດ້ວາງ​ແຜນ​ຮັບ​ມື​ໂດຍ​ດ່ວນ,​ແລະ​​ຈັດ​ວາງ​ມາດ​ຕະ​ການ​ປ້ອງ​ກັນ​ທຸກ​ລາຍ​ຈົນ​ຮອດ​ແຕ່​ລະ ​ຄົນ."

ນອກ​ນີ້,ພາກ​ສວ່ນອະນາ​ໄມ​ແລະປ້ອງ​ກັນ​ພະຍາດ​ຍັງ​ເຜີຍ​ແຜ່​ແລະ​ນຳ​ໃຊ້​ວັກ​ແຊງ​​ແບບ​ໃໝ່,​ເພີ່ມ​ທະວີ​ການປ້ອງ​ກັນ​ພະຍາດ.ພ້ອມ​ກັນນັ້ນ,ຖືການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຄົນ​ເປັນ​ພະຍາ​ດ​ໄຂ້​ວັດ​ສັດ​ປີກ​ເປັນ​ຈຸດ​ໜັກ,​​​​ກວດກາ​ຜູ້​ເປັນ​ພະຍາດ​ໂລກ​ປອດ​ອັກ​ເສບ​ທີ່​ຮູ້​ສາຍ​ເຫດ​ຢ່າງ​ເຂັ້ມ​ງວດ​ແລະ​ເປັນ​ແບບ​ສະບັບ,ຍົກ​ສູງ​ລະດັບການ​ກອບກູ້​ແລະ​ປິ່ນປົວ.

ໃນ​ໄລຍະ​ບຸນ​ກຸດ​ຈີນ,ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ສະ​ຫຼອງ​ແລະ​ທ່ອງ​ທ່ຽວ​ຫຼາຍ​ຮູບ​ຫຼາຍ​ແບບ,ຕົວຢ່າງ​ຄື​ງານ​ວັດ,ຊົມ​​ໂຄມ​ໄຟ​ເປັນ​ຕົ້ນ.ການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ດຶງ​ດູ​ດ​ມວນ​ຊົນ​ເຂົ້າ​ຮ່ວມ​ຫຼາຍ​ທີ່​ສຸດ.​ຫ້ອງ​ການ​ມື້​ບຸນ​ທົ່ວ​ປະ​ເທດ​ຈີນ​ທວງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຕ້ອງ​ປະ​ກາດ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ທ່ອງ​ທ່ຽວ​ໃຫ້​ດີ,​ຊັກ​ນຳ​ແຂກ​ທ່ອງ​ທ່ຽວ​ຢ່າງ​ສົມ​ເຫດ​ສົມ​ຜົນ,​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ອຸບັດ​ເຫດ​ ​ດ້ານ​ການ​ທ່ອງ​ທ່ຽວ​ຊະ​ນິດ​ຕ່າງໆ​ເຊັ່ນ​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ເປັນ​ຕົ້ນ.

ຢູ່​ເຂດ​ທິວ​ທັດ​ກຳ​ແພງ​ເມືອງ​ຈີນ​ຕອນ​ປ່າ​ຕາ​ຫຼິງ​ເຊິ່ງ​ເປັນ​ແຫຼ່ງ​ທ່ອງ​ທ່ຽວ​ຊື່​ດັງ​ຂອງ​ປັກ​ກິ່ງ,ນັກ​ຂ່າວ​ໄດ້​ຊາບ​ວ່າ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​​ເກີດ​ສະພາບ​ແອ​ອັດ​ຍ້ອນ​ນັກ​ທ່ອງ​ທ່ຽວ​ຫຼາຍ​ໂພດ.​ໃນ​ຍາມ​ບຸນ​ກຸດ​ຈີນ,​ເຂດ​ກຳ​ແພງ​ເມືອງ​ຈີນ​ຕອນ"ປ່າ​ຕາ​ຫຼິ້ງ"​ໄດ້​ຈຳກັດ​ນັກ​ທ່ອງ​ທ່ຽວ​ບໍ່​ໃຫ້​ຫຼາຍ​ກວ່າ​​6​ໝື່ນ​ຄົນຕໍ່​ມື້,​ແລະ​ໄດ້​ເພີ່ມ​ທາງ​ອອກ.​ພ້ອມ​ທັງ​​ເພີ່ມ​ພະ​ນັກ​ງານ​ຈຳ​ນວນ​ຫຼວງ​ຫຼາຍ​ຕິດຕາມ​ຄວບ​ຄຸມ​ໃນ​ທຸກ​ເວລາ,​ຊັກ​ນຳ​ນັກ​ທ່ອງ​ທ່ຽວ​ຢ່າງ​ທັນ​ການ.ທ່ານ​ວາງ​ເວີຍ​ຕົ່ງ ຜູ່​ຮັບ​ຜິດ​ຊອບ​ຂອງ​ເຂດ​ທິວ​ທັດ​ດັ່ງ​ກ່າວ​ບອກ​ນັກ​ຂ່າວ​ວ່າ,

"​​ເມື່ອ​ບ່ອນ​ໃດ​ເກີດ​ສະພາບ​ແອ​ອັດ​ແລ້ວ,ພວກ​ຂ້າ​ພະ​ເຈົ້າ​ຈະ​ໃຊ້​ມາດ​ຕະ​ການ​ຊັກ​ນຳ​ນັກ​ທ່ອງ​ທ່ຽວ​ໜີ​ຈາກ​ບ່ອນ​ນັ້ນ,ພ້ອມ​ກັນ​ນັ້ນ,​ໃນ​ເວລາ​ນັກ​ທ່ອງ​ທ່ຽວ​ຫຼາຍ​ເກີນ​ໄປ,​ພວກ​ຂ້າ​ພະ​ເຈົ້າ​ຍັງ​ຈະຈຳກັດ​ການ​ຂາຍ​ປີ້​ເຂົ້າ​ປະຕູ."

ນອກ​ນີ້,ຫ້ອງການ​ມື້​ບຸນທົ່ວ​ປະ​ເທດຈີນ​ຍັງ​ທວງ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ໃນ​ເວລາ​ຈັດ​ການ​ເຄື່ອນ​ໄຫວ​ສະຫຼອງ​ບຸນ​ແລະ​ງານ​ຊຸມນຸມ​ຊົນ​ນັ້ນ,​ຕ້ອງ​ວາງ​ແຜນ​ການ​​ເຄື່ອນ​ໄຫວ​ແລະ​ແຜນ​ການ​ກອບ​ກູ້​ດ່ວນ​ເພື່ອ​ຮັບ​ມື​ກັບ​ເຫດການ​ສຸກ​ເສີນ.​ກ່ອນ​ບຸນ​ກຸດ​ຈີນ,ເຂດ​ທ່ອງ​ທ່ຽວ​ສຳຄັນ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​ໄດ້​ເຈາະ​ຈົງ​ກວດກາ​​ເຮືອ​ທ່ອງ​ທ່ຽວ,​ສາຍ​ກາບ,​ຕູ້​ສາຍ​ກາບ​ແລະ​ສິ່ງ​ກໍ່​ສ້າງ​ຫຼິ້ນ​ຂະ​ໜາດ​ໃຫຍ່,​ລົບ​ລ້າງ​ຄວາມ​ອັນ​ຕະ​ລາຍ​ທີ່​ແຝງ​ຊ້ອນ​ຢູ່.​ເຂດ​ທິວ​ທັດ​ທຸກ​ແຫ່ງ​ລ້ວນ​ແຕ່​ໄດ້​ວາງ​ແຜນ​ການ​ທີ່​ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ​ເຊັ່ນ​ນັກ​ທ່ອງ​ທ່ຽວ​ແອ​ອັດ​ເປັນ​ຕົ້ນ,​ກຽມ​ພ້ອມ​ໃຊ້​ມາດ​ຕະການ​ເພື່ອ​ແກ້​ໄຂ​ເຫດ​ການ​ທີ່​ມີ​ຜົນ​ຮ້າຍ​ຕໍ່​ຄວາມ​ປອດ​ໄພ​ສາ​ທາ​ລະນະ​ທຸກ​ປະ​ເພດ​ທີ່​ອາດ​ຈະ​ເກີດ​ຂຶ້ນ.

ປັດ​ຈຸ​ບັນ,​ໄລຍະ​ພັກ​ ​ບຸນ​ກຸດ​ຈີນ​ມໍ່​ຈະ​ສິ້ນ​ສຸດ​ລົງ​ແລ້ວ,ທົ່ວ​ປະ​ເທດ​ຈີນ​ບໍ່​ໄດ້​ເກີດ​ພະ​ຍາດ​ຕິດ​ແປດ​ແລະ​ອຸບັດຕິ​ເຫດທີ່​ມີ​ຄົນ​ຕາຍ​ແລະ​ບາດ​ເຈັບ​ຢ່າງ​ໜັກ​ໜ່ວງ​ໃນ​ເວລາ​ທ່ອງ​ທ່ຽວ.