ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-03 20:54:46    
ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ເອ​ຢິບ​ໄປ​ຢ້ຽມ​ຢາມ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ທີ່​ບາດ​ເຈັບ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ3​ກຸ​ມພາ,ທ່ານ​ອູ​ຊື່ເຄີ່ ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ເອຢິບ​ໄປ​ໂຮງ​ໝໍ​ສາ​ກົນ​ທີ່​ເລີ​ແກ,ຢ້ຽມຢາມ​ຜູ້ຍິງ​ຮົງ​ກົງ​ຜູ້​ໜຶ່ງ​ທີ່​ພວມ​ຮັບ​ການ​ປິ່ນປົວ​ພາຍ​ຫຼັງ​ປະ​ສົບ​ອຸ​ບັດ​​ເຫດລົດ.

ທ່ານ​ອູ​ຊີ່​ເຄີ່​ເວົ້າວ່າ,ພາຍຫຼັງ​ເກີດ​ອຸບັດເຫດ​ລົດເທື່ອ​ນີ້​ແລ້ວ,ທ່ານ​ປະທານ​ປະ​ເທດຫູ​ຈິນ​ທ່າວ ທ່ານນາຍົກລັດຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ແລະ​ທ່ານ​ຮອງ​ປະທານປະ​ເທດ​ເສິ່ງຊີ້​ງຮົງ​ລ້ວນ​ແຕ່​ໄດ້​ຊີ້​​ແຈ້ງ​ສະຖານທູດ​ຈີນ​ປະຈຳ​ເອຢິບ​​ວ່າ​ຕ້ອງ​ອອກ​ແຮງ​ສຸດ​ຂີດ​ຊ່ອຍ​ເຫຼືອ​ຝ່າຍ​ທີ່​ກ່ຽວຂ້ອງ​ກອບ​ກູ້​ແລະ​ປິ່ນປົວ​ຜູ້​ບາດ​ເຈັບ,​ແລະ​ຊຳລະ​ວຽກ​ກ່ຽວຂ້ອງ​ກັບ​ພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ທີ່​ປະສົບ​ເຄາະ​ຮ້າຍ​ໃນ​ອຸບັດເຫດລົດ.ສະຖາ​ນທູດ​ຈີນ​ກໍ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ຝ່າຍ​​ເອຢິບ​ຢ່າງ​ຕັ້ງໜ້າ​ແລະ​ໄດ້​ໃຊ້​ມາດ​ຕະການອັນບັງ​ເກີດ​ຜົນ​ຢ່າງ​ເປັນ​ລະ​ບົບ​ກອບ​ກູ້​ຊ່ອຍ​ເຫຼືອຜູ້​ບາດ​ເຈັບ​.ທ່ານ​ອູ​ຊີ່​ເຄີ່ຫວັງ​ໃຫ້​ຜູ້​ບາດ​ເ​ຈັບ​ຮັບ​ການ​ປິ່ນປົວ​ຢ່າງ​ສະ​ຫງົບ​ໃຈ,​ແລະ​ອວຍພອນ​ຜູ້​ບາດ​ເຈັບ​​ເຊົາ​ເຈັບ​ເຊົາ​ປ່ວຍ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້,ຜູ້​ບາດ​ເຈັບ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​​ໃຈ​ນຳ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອູ​ຊີ່​ເຄີ່ທີ່​​ໄປ​ຢ້ຽມຢາມ​ຢູ່​​ໂຮງໝໍ.

​ໃນ​ມື້​ດຽວ​ກັນ,ທ່ານ​ກົ່ງ​ຢູ​ເຟີ່ງ ​ໂຄສົກ​ຖະ​ແຫຼງຂ່າວ​ສະຖານທູດ​ຈີນ​ເຜີຍ​​ວ່າ,​ໃນພີ່ນ້ອງ​ຮ່ວມ​ຊາດ​ຮົງ​ກົງ5​ຄົນ​ທີ່​ຖືກ​ສົ່ງ​ໄປ​ປິ່ນປົວ​ຢູ່​ເລີ​ແກ​​ເປັນລຳດັບ​ພາຍຫຼັງ​ເກີດ​ອຸບັດເຫດ​ລົດ​ນັ້ນ​ແລ້ວ,ປະຈຸບັນ​ນີ້​ໄດ້​ມີ3ຄົນ​ຖືກ​ຍ້າຍ​ໄປ​ປິ່ນປົວຢູ່​ສວິສ,​ມີ​ຄົນ​ໜຶ່ງ​ຖືກ​ສົ່ງ​ໄປ​​ປິ່ນປົວ​ຕື່ມ​ອີກ​ຢູ່​ປາ​ຣີ​ຂອງ​ຝະຣັ່ງ,ຍັງ​ເຫຼືອແຕ່​ຜູ້ບາດ​ເຈັບ​ເພດ​ຍິງ​ຜູ້​ໜຶ່ງ​ຍັງ​​ປິ່ນປົວ​​ຢູ່​ເລີ​ແກ.