ການເງິນສູນກາງຈີນໄດ້ລົງທຶນລື່ນກາຍ1600ຕື້ຢວນພັດທະນາພາກຕາເວັນຕົກ
cri
ຕາມຂ່າວສານຊິນຮວາ,ແຕ່ຈີນດຳເນີນການພັດທະນາພາກຕາເວັນຕົກຢ່າງຂະໜາດ ໃຫຍ່ມາຮອດປີກາຍນີ້,ນັບລວມແລ້ວ,ການເງິນສູນກາງໄດ້ລົງທຶນຢູ່ເຂດພາກຕາເວັນ ຕົກ1600ກວ່າຕື້ຢວນ.
ຕາມໄດ້ຮູ້ວ່າ,ລັດລົງທຶນໄດ້ຊັກນຳໃຫ້ສັງຄົມລົງທຶນ,ອັນໄດ້ຊຸກຍູ້ໃຫ້ເສດຖະກິດຂອງເຂດພາກຕາເວັນຕົກພັດທະນາຢ່າງວ່ອງໄວ.ນັບມາຮອດປີ2005,ເຂດພາກຕາເວັນຕົກໄດ້ລົງມືກໍ່ສ້າງກິດຈະການຈຸດໜັກໃໝ່70ລາຍ,ລົງທຶນລວມທັງໝົດ1ພັນຕື້ຢວນ,ຈັງຫວະເຕີບໂຕຂອງເສດຖະກິດເຂດພາກຕາເວັນຕົກໄດ້ໄວເຂົ້າຢ່າງບໍ່ຢຸດຢັ້ງ.
ນອກນີ້,ການອະນຸລັກສິ່ງແວດລ້ອມຊີວະພາບແລະການກໍ່ສ້າງພື້ນຖານໂຄງລ່າງຂອງເຂດພາກຕາເວັນຕົກໄດ້ເພີ່ມທະວີຂຶ້ນຢ່າງເດັ່ນຊັດ.ນັບມາຮອດທ້າຍປີ2005,ນັບລວມແລ້ວ,ເຂດພາກຕາເວັນຕົກໄດ້ປູກຕົ້ນໄມ້ໃສ່ນາສວນຄືນໃໝ່5ລ້ານ6ແສນກວ່າເຮັກຕາ,ແລະປົວແປງທົ່ງຫຍ້າທີ່ເສື່ອມລົງຢ່າງໜັກໜ່ວງນັ້ນເກືອບ19ລ້ານກວ່າເຮັກຕາ.
|
|