ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-04 17:49:45    
ຈີນ​ໃຊ້​ຫຼາຍ​ມາດ​ຕະ​ການ​ເສີມ​ສ້າງ​ໂຮງ​ແຮມ​ສີ​ຂຽວ

cri
ຕາມ​ຂ່າວສານ​ຊີນຮວາ,​ເພື່ອ​ຊັກ​ນຳ​ໃຫ້​ໂຮງ​ແຮມ​ປະຢັດ​ຊັບ​ພະ​ຍາ ກອນ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ,ຫວ່າງ​ມໍ່ໆ​ນີ້ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ສ້າງ​ໂຮງ​ແຮມ​ສີຂຽວ,​ຮອດ​ປີ2010ຍາດ​ແຍ່ງ​ສ້າງ​ໂຮງ​ແຮມສີ​ຂຽວ​1​ໝື່ນ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນ.

ໃນ​ການ​ເຄື່ອນ​ໄຫວ​ດັ່ງກ່າວ,​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນຈະ​ກຳ​ນົດ​ມາດ​ຖານ​ຂອງ​ໂຮງ​ແຮມ​ສີ​ຂຽວ,​ຊັກ​ນຳ​ໃຫ້​ໂຮງ​ແຮມ​ປະ​ຢັດ​ຊັບ​ພະຍາ​ກອນ​ປະ​ເພດ​ຕ່າງໆ​ເຊັ່ນ​ໄຟຟ້າ,​ນ້ຳ,​ຖ່ານ​ຫີນ,​ນ້ຳ​ມັນ​ແລະ​ອາຍ​ເຊື້ອ​ໄຟ​ເປັນ​ຕົ້ນ;​ຊັກນຳ​ໃຫ້​ໂຮງ​ແຮມ​ຫຼຸດ​ການ​ໃຊ້​ເຄື່ອງ​ໃຊ້​ແຕ່​ເທື່ອ​ດຽວ​ໃນ​ການ​ທຸ​ລະ​ກິດ;​ຄວບ​ຄຸມ​ການ​ລະ​ບາຍ​ນ້ຳ​ໂສ​ໂຄກ,​ຄວັນ​ແລະ​ອາຍ​ເສດ,​ຊຳ​ລະ​ຂີ້​ເຫຍື້ອ​ໂດຍ​ແບ່ງ​ເປັນ​ປະ​ເພດ​ແລະ​ອື່ນໆ.​ນອກ​ນີ້​ແຫ່ງ​ຕ່າງໆ​ຍັງ​ຈະ​ຊັກ​ນຳ​ແລະ​ສະ​ໜັບ​ສະ​ໜູນໂຮງ​ແຮມ​ໃຊ້​ເຕັກ​ນິກ​ໃໝ່​ແລະ​ຜະລິດ​ຕະພັນ​ໃໝ່​ທີ່​ປະຢັດ​ພະລັງ​ງານ​ແລະ​ອະນຸ​ລັກ​ສິ່ງ​ແວດ​ລ້ອມ​ຢ່າງ​ກວ້າງ​ຂວາງ​ໃນ​ການ​ກໍ່​ສ້າງ​ແລະ​ການ​ດັດ​ສ້າງ,​ປ່ຽນ​ແປງ​ແລະ​ດັດ​ສ້າງ​ອຸປະ​ກອນ​ທີ່​ສິ້ນ​ເປືອງ​ພະ​ລັງ​ງານ​ຫຼາຍ.