ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-04 18:07:45    
ຈີນ​ຈະ​ເລັ່ງ​ລັດ​ກໍ່​ສ້າງ​ລະ​ບົບ​ມາດ​ຖານ​ເຕັກ​ນິກ​ຂອງ​ອຸດ​ສາ​ຫະ​ກຳ​ຂໍ້​ມູນ​ຂ່າວ​ສານ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຫວ່າງ​ມໍ່ໆ​ນີ້,ນັກ​ຂ່າວ​ໄດ້​ຊາບ​ຈາກ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ຂໍ້ມູນ​ຂ່າວ​ສານ​ຈີນ​ວ່າ,ຈີນ​ຈະ​ເລັ່ງ​ລັດ​ກໍ່​ສ້າງ​ລະ​ບົບ​ມາດ​ຖານ​ເຕັກ​ນິກ​.

ມາດຖານ​ແລະ​ສິດ​ຊັບ​ສິນ​ທາງ​ປັນຍາ​ໄດ້​ມີ​ບົດບາດ​ນັບ​ມື້​ນັບ​ພົ້ນ​​ເດັ່ນ ​ໃນ​ການ​ຄ້ຳ​ຊູ​ແລະ​ຊັກ​ນຳ​ການ​ພັດທະນາ​ອຸດສາຫະກຳ​ຂໍ້​ມູນ​ຂ່າວສານ.ຕາມ​ແນະນຳ​ວ່າ,​ປີ​2006,​ຈີນ​ຈະ​ຄົ້ນ​ຄວ້າ​ແລະ​ວາງ​ມາດຖານ​ຕ່າງໆ​ເຊັ່ນ​ໂທລະ​ຄົມ​ທີ່​ບໍ່​ມີ​ສາຍ,IP​ແລະ​ສາ​ລະ​ພັດ​ສື່,​ການ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ເປັນ​ຕົ້ນ.ຈີນ​ຈະ​ສົ່ງ​ເສີມ​​ໃຫ້ວິ​ສາ​ຫະ​ກິດ​ເພີ່ມ​ທະວີ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ແລະ​ປະ​ດິດ​ສ້າງ​ເຕັກ​ນິກ​ໃນ​ຂົງ​ເຂດ​ຈຸດ​ໜັກ,​ເພີ່ມ​ສິດ​ຊັບ​ສິນ​ທາງ​ປັນຍາ​​ໃຫ້​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ຂົງ​ເຂດ​ທີ່​ມີ​ທ່າ​ແຮງ,​ແລະ​ຈະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະ​ກິດ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ວາງ​ມາດ​ຖານ​ສາ​ກົນ.