![]( /mmsource/images/2006/02/04/fislsedf1.jpg)
ຕາມຂ່າວCRI: ວັນທີ 4 ກຸມພາ, ທ່ານໂກດົນ ປະທານສະພາກາແດງຟິລິບປິນກ່າວວ່າ, ວັນທີ 4 ກຸມພາ ຢູ່ຊານເມືອງມານີລາໄດ້ເກີດເຫດການຢຽບຍ່ຳ, ຢ່າງໜ້ອຍເຮັດໃຫ້ 73 ຄົນຕາຍ, 350ກວ່າຄົນບາດເຈັບ.
![]( /mmsource/images/2006/02/04/fislsedf2.jpg)
ທ່ານໂກດົນກ່າວວ່າ, ຜູ້ບາດເຈັບໄດ້ຖືກສົ່ງໄປກອບກູ້ຢູ່ໂຮງໝໍແລ້ວ. ກ່ອນໜ້ານີ້, ທ່ານຢູເຊບີໂອ ເຈົ້າໜ້າທີ່ທ້ອງຖິ່ນເວົ້າວ່າ, ສາເຫດຂອງເຫດການຢຽບຍ່ຳແມ່ນຍ້ອນຝຸງຄົນທີ່ລຽນແຖວຢູ່ນອກຫໍກິລາເຂົ້າໃຈຜິດວ່າປະຕູເຂົ້າໄດ້ແລ້ວ, ເລີຍແຫຍ້ເຂົ້າ ແລ້ວເກີດເຫດການ. ຜູ້ຕາຍສ່ວນຫຼາຍແມ່ນແມ່ຍິງ, ຈຳນວນຄົນຕາຍຍັງອາດຈະຫຼາຍຂຶ້ນອີກ.
![]( /mmsource/images/2006/02/04/fislsedf11.jpg)
1 2 3 4 5
|