ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 18:01:33    
ລັດ​ຖະ​ບານ​ກາງ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ນຳ​ເຫດ​ການ​ຊາວ​ຮົງ​ກົງ​ປະສົບ​ອຸ​ບັດ​ເຫດ​ລົດ​ຂວ້ຳ​ຢູ່​ເອ​ຢິບ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ວັນ​ທີ5​ກຸມ​ພາ,​ທ່ານ​ເຈິງ​ອິນ​ຊວນ ຜູ້​ວ່າການ​ເຂດ​ບໍ​ລິຫານ​ພິ​ເສດ​ຮົງ​ກົງ​ກ່າວ​ວ່າ,​ລັດຖະ​ບານ​ກາງ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ນຳ​ເຫດ​ການ​ຄະ​ນະ​ທ່ອງ​ທ່ຽວ​ຂອງ​ຮົງ​ກົງ​ປະ​ສົບ​ອຸບັດ​ເຫດ​ລົດ​ຂວ້ຳ​ຢ່າງ​ບໍ່​ເປັນ​ຈັ່ງ​ບຸນ​ຢູ່​ຮົວກາ​ດາ​ຂອງ​ເອ​ຢິບ​ໃນ​ວັນ​ທີ​31​ມັງ ກອນ,​ສະ​ຖານ​ທູດ​ຈີນ​ປະ​ຈຳ​ເອຢິບ​ໄດ້​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ໃນ​ທັນ​ທີ,​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ແລະ​ເປັນ​ການ​ປະຕິ​ບັດທິດ​ທາງ​ປະ​ເທດ​ດຽວ​ສອງ​ລະບອບ.

ໃນ​ເວລາ​ໃຫ້​ສຳ​ພາດ,​ທ່ານ​ເຈິງອິນ​ຊວນ​ເວົ້າ​ວ່າ,​ທ່ານ​ຮູ້ສຶກ​ເສົ້າ​ສະ​ຫຼົດ​ໃຈ​ແລະ​ຕື່ນ​ຕົກ​ໃຈ​ຕໍ່​ອຸບັດ​ເຫດ​ທີ່ພາ​ໃຫ້ມີ​ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ,​ແລະ​ຮູ້ສຶກ​ມີ​ລັງ​ໃຈ​ຫຼາຍ​ຍ້ອນ​ລັດ ຖະ​ບານ​ກາງ​ເອົາ​ໃຈ​ໃສ່​ແລະຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃຫ້​ຄວາມ​ຊ່ອຍ​ເຫຼືອ​ຢ່າງ​ທັນ​ການ.

ວັນ​ທີ31ມັງ​ກອນ,​ພາຍຫຼັງ​ທ່ານ​ຫູ​ຈິນ​ທາວ ປະ​ທານ​ປະ​ເທດ​ຈີນ​ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ແລະ​ທ່ານ​ອື່ນໆ​ໄດ້​ຮູ້​ເຫດ​ການ​ດັ່ງ​ກ່າວ​ແລ້ວ,​ໄດ້​ຮຽກ​ຮ້ອງ​ໃນ​ທັນທີ​ໃຫ້​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ປະສານ​ສົມ ທົບ​ຢ່າງ​ໃກ້​ຊິດ​ກັບ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຂອງ​ເ​ອຢິບ,​ອອກ​ແຮງ​ສຸດ​ຂີດ​ຊ່ອຍ​ເຂດ​ພິ​ເສດ​ຮົງ​ກົງ​ເຮັດ​ວຽກ​ກອບ​ກູ້​ໃຫ້​ດີ,​ຊຳລະ​ວຽກ​ງານ​ຫຼັງ​ເຫດ​ຢ່າງ​ເໝາະ​ສົມ,​ແລະ​ຂໍ​ໃຫ້​ອົງການ​ປົກ​ຄອງ​ເຂດ​ພິ​ເສດ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ດ້ວຍ​ຄວາມ​ຈິງ​ໃຈ ຂອງ​ລັດ​ຖະບານ​ກາງ​ໄປ​ສູ່ຄອບ​ຄົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ແລະ​ຜູ້​ຖືກ​ບາດ​ເຈັບ.