ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 18:32:39    
ມາ​ເລ​ເຊຍ​ຈັດ​ການ​ເຄື່ອນ​ໄຫວ​ອວຍ​ພອນ​ປີ​ໃໝ່​ທົ່ວ​ປະ​ເທດ​ຢູ່​ປີ​ນັງ

cri
ຕາມ​ຂ່າວສາ​ນຊິນ​ຮວາ,ວັນ​ທີ4​ກຸມພາ,ຢູ່​ນະຄອນ​ພູ​ລາວ​ປີ​ນັງ ​ເທສະບານ​ລັດ​ພູ​ລາວ​ປີ​ນັງ​ພາກ​ເໜືອ​ມາ​ເລ​ເຊຍ,ກະຊວງ​ສິລະ​ປະ,ວັດທະນະທຳ​ແລະ​ມໍ​ລະ​ດົກ,​ອົງ​ການ​ປົກ​ຄອງ​ລັດ​ພູ​ລາວ​ປີ​ນັງ​ຂອງ​ລັດຖະບານ​ສະຫະພັນ​ມາ​ເລ​ເຊຍ​ພ້ອມ​ດ້ວຍ​ອົງການ​ຈັດ​ຕັ້ງຊາວ​ຈີນ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ອວຍພອນ​ປີ​ໃໝ່​ທົ່ວ​ປະ​ເທດ​ມາ​ເລ​ເຊຍ.

ຜູ່​ນຳ​ມາ​ເລ​ເຊຍ​​ເຊັ່ນ ທ່ານ​ຊິ​ລາ​ຈູ​ຕິນ ປະມຸກ​ລັດ​ສູງ​ສຸດ,ທ່ານ​ບາ​ດາ​ວີນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນຕົ້ນ,​ເຈົ້າ​ໜ້າ​ທີ່​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງໆ,ສະມາຊິກ​ອົງການ​ຈັດ​ຕັ້ງ​ຊາວ​ຈີນ​ຕ່າງ​ດ້າວ​ແລະ​ທູຕານຸທູດຂອງ​ປະ​ເທດ​ຈຳນວນ​ໜຶ່ງ​​ນັບ​ເປັນຫຼາຍ​ໝື່ນ​ຄົນ​ໄ​ດ້​ເຕົ້າ​ໂຮມ​ກັນ​ຢູ່​ນະ​ຄອນ​ພູ​ລາວ​ປີ​ນັງ,​ສະ​ຫຼອງ​ບຸນ​ກຸດ​ຈີນ ​ຄື​ມື້​ຂຶ້ນ​ປີ​ໃໝ່ຕາມ​ຈັນ​ທະ​ຄະຕິ​ຈີນ.

ຕອນ​ບ່າຍ​ວັນ​ທີ4​ກຸມພາ,​ຢູ່ບາງ​ບ່ອນຂອງເທສະບານ​ເກົ່າ​ໃນ​​ໃຈກາງ​ເມືອງ​ພູ​ລາວປີ​ນັງ​ໄດ້​ແຂວນ​​ໂຄມ​ໄຟ,500ກວ່າ​ຄົນ​ຂອງນະຄອນພູ​ລາວ​ປີ​ນັງ​ແລະອົງການ​ຈັດ​ຕັ້ງ​ສັງຄົມ​ໃນ​ແຫ່ງ​ຕ່າງໆ​ຂອງ​ມາ​ເລ​ເຊຍ​ໄດ້​ສະ​ແດງລາຍການ​ພື້ນ​ເມືອງ​ຂອງ​ຊາວ​ຈີນ​ເຊັ່ນ​ເຊີດ​ມັງ​ກອນ,​ເຊີດ​ສິງ​ໂຕ,​ຫຼີ້ນ​ໄມ້​ໂຖກ​​ເຖກ​ເປັນ​ຕົ້ນ.

ແຕ່​ນະຄອນ​ພູ​ລາວປີ​ນັງຈັດການ​ເຄື່ອນ​ໄຫວຊາວ​ຈີນ​ອວຍພອນ​ປີ​ໃໝ່​ລະ​ດັບ​ຊາດ​ມາ​ເລ​ເຊຍ​​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ2001​​ເປັນ​ຕົ້ນມາ​,ປີ​ນີ້​ນະຄອນ​ພູ​ລາວປີ​ນັງ​​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ການ​ເຄື່ອນ​​ໄຫວ​​ແນວ​ນີ້​ເປັນ​ເທື່ອ​ທີ​ສອງ​ແລ້ວ.