ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 20:16:44    
ຄັງ​ສຳ​ຮອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ໄຕ້​ຫວັນ​ມີ​ເກືອບ​257​ຕື້​300​ລ້ານ​ໂດ​ລາ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່ໆ​ນີ້,ອົງການ​ຄຸ້ມ​ຄອງ​ການ​ທະນາຄານ​ຂອງ​ໄຕ້​ຫວັນ​ປະ ກາດ​ວ່າ,ນັບ​ມາ​ຮອດ​ເດືອນ​ມັງກອນ​ປີ2006,ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ໄຕ້​ຫວັນ​ມີ​ເກືອບ257​ຕື້300​ລ້ານ​ໂດ​ລາ,​ເຊິ່ງ​ພຽງ​ແຕ່​ຖັດຈາກຍີ່ປຸ່ນ​ແລະ​​ແຜ່ນດິນ​ໃຫຍ່​ປະ​ເທດ​ຊາດ.

ບຸກຄົນ​ຂອງອົງການ​ຄຸ້ມ​ຄອງການ​ທະນາຄານ​ຂອງ​ໄຕ້​ຫວັນ​ເຫັນ​ວ່າ,ຕົ້ນຕໍມີ​ປັດ​ໄຈສາມ​ຢ່າງ​​ເຮັດໃຫ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດຂອງ​ໄຕ້​ຫວັນ​ເພີ່ມ​ຂຶ້ນ ຄື:ໜຶ່ງ,​​ທຶນ​ຕ່າງປະ​ເທດ​​ໄຫຼ​ເຂົ້າ;ສອງ,ລາຍ​ໄດ້​ຈາກ​ການ​ນຳ​ໃຊ້​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໄປລົງທຶນ; ສາມ​ແມ່ນອັດຕາ​ແລກປ່ຽນ​ລະຫວ່າງເງິນ​ເອີ​ໂລ​ແລະ​ເງິນ​​ເຢັນຂອງ​ຍີ່ປຸ່ນ​ກັບ​ເງິນ​ໂດ​ລາ​ສູງ​ຂຶ້ນ.

ນັບ​ມາ​ຮອດ​ເດືອນ​ທັນວາ​ປີ2005,ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ​ແມ່ນ828​ຕື້ 800ລ້ານ​ໂດ​ລາ,ແຜ່ນດິນ​ໃຫຍ່​ຈີນ​ແມ່ນ818​ຕື້900​ລ້ານ​ໂດ​ລາ.