ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-05 20:34:38    
ພະ​ນັກ​ງານ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ຈີນ​ສຳ​ເລັດ​"​ແຜນ​ທີ່​ກວມ​ລວມ​ກ່ຽວ​ກັບ​ຮູບ​ດິນ​ບົກ​ແລະ​ທະ​ເລ​ຂອງ​ອາ​ຊີ​ແລະ​ເຂດ​ໃກ້​ຄຽງ​ໃນ​ມາດ​ຕາ​ສ່ວນ​1:8,000,000​"

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ພະນັກງານຄົ້ນຄວ້າ​ວິທະຍາສາດ​ຈີນ​ໄດ້​ສຳ​ເລັດ​ວຽກ​ງານ​ແຕ້ມ​ຮູບ​​ເຮັດ​ແທ່ນ​ພິມດ້ວຍ​ຄອມ​ພິວ​ເຕີ​ຂອງ "​ແຜນ​ທີ່​ກວ​ມລວມກ່ຽວກັບຮູບດິນ​ບົກ​ແລະ​ທະ​ເລຂອງ​ອາຊີ​ແລະ​ເຂດ​ໃກ້​ຄຽງ​ໃນມາດຕາ​ສ່ວນ1: 8,000,000​",ພາຍຫຼັງ​ແຜນ​ທີ່​ດັ່ງ​ກ່າວ​ພິມ​ຈຳ​ໜ່າຍ​ແລ້ວ​ຈະ​ສະໜອງ​ຫຼັກອ້າງ​ອີງ​ວິທະຍາສາດ​ໃຫ້​ແກ່​​ບັນດາ​ປະ​ເທດ​ອາ​ຊີ​ໃນ​ການ​ວາງ​ແຜນ​ໃນ​ດ້ານ​ທີ່​ດິນ ກະສິກຳ ປ່າ​ໄມ້ ຊົນລະປະທານ​ແລະ​ຄົມມະນາຄົມ​ເປັນ​ຕົ້ນ​ແລະການ​ພັດທະນາ​ຊັບພະຍາກອນ​ທຳ​ມະ​ຊາດ​ພ້ອມ​ດ້ວຍການ​ຄົ້ນຄວ້າ​ແລະປ້ອງ​ກັນ​​ໄພ​ພິ​ບັດ​ທຳ​ມະ​ຊາດ ​ເຊັ່ນ​ແຜ່ນດິນ​ໄຫວ​ແລະ​ໄພ​ນ້ຳຖ້ວມ​ເປັນຕົ້ນ.

ຕາມ​ຊາບ​ວ່າ,​ແຜນ​ທີ່​ດັ່ງກ່າວນອກຈາກ​ໄດ້​​ຖືພາກ​ພື້ນອາຊີ​​ເປັນ​ຈຸດພົ້ນ​ເ​ດັ່ນແລ້ວ,ຍັງ​ລວມ​ທັງ​ແຜ່ນດິນ​ໃຫຍ່​ສ່ວນ​ໜຶ່ງ​ຂອງ​ທະວີບ​ໃກ້​ຄຽງ ຄື ​ເອີ​ລົບ​ຕາ​ເວັນ​ອອກ ອາ​ຟະ​ລິ​ກາ​ຕາ​ເວັນ​ອອກສຽງ​ເໜືອ ອົສຕຼາລີ​ແລະ​ອາ​ເມ​ລິ​ກາ​ເໜືອ​ເປັນຕົ້ນ,ພ້ອມ​ດ້ວຍ​ມະຫາ​ສະໝຸດ​ໃກ້​ຄຽງ​ຕ່າງໆ ​ເຊັ່ນມະ​ຫາ​ສະໝຸດ​ປາຊິ​ຟິກ​ຕາ​ເວັນ​ຕົກ ມະຫາ​ສະໝຸດ​ອິນ​ເດຍ​ເໜືອ​ແລະ​ທົ່ວ​ມະ​ຫາ​ສະ​ໝຸດ​ອາກ​ຕິກ​ເປັນ​ຕົ້ນ.