ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 13:45:49    
ເຈົ້າ​ຊີ​ວິດ​ກຳ​ປູ​ເຈຍ​ຊົງ​ນີ​ລະ​ໂທດ​ຜູ່​ນຳ​ພັກ​ຝ່າຍ​ຄ້ານ

cri
ຕາມຂ່າວສານຊິນຮວາ,ວັນທີ5ກຸມພາ,ສົມເດັດນະໂລດົມສີຫະໂມນີເຈົ້າຊີວິດກຳປູ
ເຈຍໄດ້ພະລຳຊະດຳລັດຊົງນີລະໂທດທ່ານສຳລານສີປະທານພັກສຳລານສີເຊິ່ງເປັນ
ພັກຝ່າຍຄ້ານແລະທ່ານຊຽມຈານນີສະມາຊິກສະພາແຫ່ງຊາດທີ່ສັງກັດພັກດັ່ງກ່າວ,
ທັງສອງທ່ານໄດ້ຖືກຕັນສິນຕິດຄຸກໃນປີກາຍນີ້.

ສື່ມວນຊົນທ້ອງຖິ່ນລາຍງານວ່າ,ສົມເດັດສີຫະໂມນີຊົງໄດ້ພະລຳຊະດຳລັດນີລະ
ໂທດຕາມການຖວາຍບັງຄົມຂອງທ່ານຮຸນແຊນນາຍົກລັດຖະມົນຕີ.ສ່ວນທ່ານຮຸນ
ແຊນໄດ້ຖວາຍບັງຄົມຕໍ່ເຈົ້າຊີວິດໃຫ້ຊົງນີລະໂທດສອງທ່ານດັ່ງກ່າວພາຍຫຼັງໄດ້
ຮັບຈົດໝາຍຂໍຂະມາໂທດຂອງພວກທ່ານແລ້ວ.

ຕາມ​ໄດ້​ຊາບ,ທ່ານ​ລະນະ​ລິດ ປະທານ​ສະພາ ​ແຫ່ງ​ຊາດ​ກຳປູ​ເຈຍ​ໄດ້​ກ່າວ​ວ່າ,ຕາບ​ໃດ​ທ່ານ​ສຳ​ລານ​ສີ​ແລະ​ທ່ານ​ຊຽມ​ຈານ​ນີ​ໄດ້​ຮັບ​ການ​ນີ​ລະ​ໂທດ​ຈາກ​ເຈົ້າ​ຊີ​ວິດ​ແລ້ວ,​ທ່ານ​ຍັງ​ຈະ​ສະ​ເໜີ​ໃຫ້​ສະ​ພາ​ຊາດ​ຟື້ນ​ຟູ​ສິດ​ຍົກ​ເວັ້ນ​ຂອງ​ສະ​ມາ​ຊິກ​ສະພາ​ຂອງ​ພວກ​ເຂົາ​ເຈົ້າ.