|
![](/images/spacer.gif) |
(GMT+08:00)
2006-02-06 13:54:11
|
![](/images/shim.gif) |
ຍ້ອນຟິລິບປິນບໍ່ມີມາດຕະການຄວາມປອດໄພສຸກເສີນຈິ່ງພາໃຫ້ເກີດເຫດການຢຽບຍ່ຳທີ່ມານີລາ
cri
ຕາມຂ່າວສານຊິນຮວາ,ວັນທີ5ກຸມພາ,ຝ່າຍທາງການຟີລິບປິນກ່າວວ່າ,ການສຳຫຼວດເບື້ອງຕົ້ນສະແດງໃຫ້ເຫັນວ່າຍ້ອນຂາດເຂີນມາດຕະການຄວາມປອດໄພສຸກເສີນແລະເຈົ້າໜ້າທີ່ທີ່ຮັບຜິດຊອບຄວາມປອດໄພບໍ່ໄດ້ປະຕິບັດໜ້າທີ່ຈິ່ງພາໃຫ້ເກີດເຫດການຢຽບຍ່ຳຢູ່ຫໍກິລາມານີລາໃນວັນທີ4ກຸມພາ.
ວັນທີ5ກຸມພາ,ຄະນະກຳມະການສຳຫຼວດທີ່ປະກອບດ້ວຍທ່ານຄໍປາສ ຮອງລັດຖະມົນຕີກະຊວງພາຍໃນຂອງຟີລິບປິນແລະທ່ານອື່ນໆໄດ້ຈັດງານຟັງຄຳໃຫ້ການກ່ຽວກັບເຫດການດັ່ງກ່າວເປັນຄັ້ງທຳອິດ.ທ່ານຄໍປາສກ່າວວ່າ,ຜູ່ຈັດຕັ້ງການເຄື່ອນໄຫວໄດ້ຈັດວາງ25ພັນຄົນຜ່ານປະຕູແຄບໆເຂົ້າຫໍກິລາ,ແລະຈັດວາງຜູ່ປ້ອງກັນພຽງແຕ່12ຄົນເທົ່ານັ້ນ.ພາຍຫຼັງຝູງຄົນ ຄວບຄຸມບໍ່ໄດ້ແລ້ວ,ຜູ່ຈັດຕັ້ງການເຄື່ອນໄຫວກໍບໍ່ໄດ້ຮ້ອງຂໍຄວາມຊ່ອຍເຫຼືອຈາກຝ່າຍຕຳຫຼວດ,ໃນທີ່ສຸດໄດ້ພາໃຫ້ເກີດເຫດການ.
ຜູ່ຈັດຕັ້ງການເຄື່ອນໄຫວໄດ້ຮັບຮ້ອງແລ້ວວ່າບໍ່ໄດ້ກະກຽມມາດຕະການຄວາມປອດໄພສຸກເສີນໃດໆ.
|
|
|