ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-02-06 15:14:29    
ບຸນ​ກຸດ​ຈີນ​ພວມ​ກາຍ​ເປັນ​ຍີ່​ຫໍ້​ວັດ​ທະ​ນະ​ທຳ​ຂອງ​ໂລກ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ປັດຈຸ​ບັນ,​ວັດທະ​ນະ​ທຳ​ບຸນ​ກຸດ​ຈີນ​ພວມ​ກາຍ​ເປັນ​ຍີ່​ຫໍ້​ວັດ​ທະ​ນະ​ທຳ​ຂອງ​ໂລກ​ເທື່ອ​ລະ​ກ້າວ.

ຢູ່​ພາຍ​ໃນ​ປະເທດ​ຈີນ,​ຮ້ອຍ​ລ້ານຄົນ​ເມືອ​ບ້ານ​ເກີດ​ເພື່ອ​ຫຼິ້ນ​ບຸນ​ກຸດ​ຈີນ, ຫຼາຍ​ຕົວ​ເມືອງ​ໄດ້​ປ່ຽນ​ຈາກ​ການ​ຫ້າມ​ຈູດ​ໝາກ​ກະ​ໂພກ​ເປັນ​ການ​ອະນຸ​ຍາກ​ໃຫ້ຈູດ​ໝາກ​ກະ​ໂພກ​ແລະ​ບັ້ງ​ໄຟ​ດອກ​ຢ່າງຈຳ​ກັດ,​ແຫ່ງ​ຕ່າງໆ​ໄດ້​ຈັດ​ບຸນ​ວັດ​ແລະ​ການ​ເຄື່ອນ​ໄຫວ​ອື່ນໆ,​ທັງ​ໝົດ​ເຫຼົ່າ​ນີ້​ໄດ້ເຮັດ​ໃຫ້​ບຸນ​ກຸດ​ຈີນບຸນ​ເກົ່າ​ແກ່​ທີ່ພິ​ເສດ​ຂອງ​ຈີນ​ກັບ​ຄືນ​ສູ່​ປະ​ເພນີ​ດັ້ງ​ເດີມ.​ສ່ວນ​ຢູ່​ພົ້ນ​ທະ​ເລ,​ການ​ເຄື່ອນ​ໄຫວ​ຕ້ອນຮັບ​ປີ​ໃໝ່​ຕາມ​ຈັນທະ ຄະ​ຕິ​ຈີນ​ກໍ່​ຟົດ​ຟື້ນ​ນຳ​ຄູ່​ປີ,​ຄົນ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄດ້​ເລີ່ມ​ຮຽນ​ຫຼິ້ນ​ບຸນ​ກຸດ​ຈີນ,​ບໍ່​ຫນຳ,​ໃນປີ​ນີ້​ລັດຖະ​ບານ​ຫຼາຍ​ປະ​ເທດ​ກໍ່​ໄດ້​ໃຫ້​ກຽດ​ອວຍ​ພອນ​ປີໃໝ່​ຕໍ່​ຊາວ​ຈີນ​ຕ່າງ​ດ້າວ​ໃນ​ໂລກ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ໄດ້ວິ​ເຄາະ​ປະ​ກົດ​ການ​ດັ່ງກ່າວ​ແລ້ວ​ເຫັນ​ວ່າ,​ປະ​ເພນີ​ບຸນ​ກຸດ​ຈີນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ແພງ​ລະຫວ່າງ​ຍາດ​ຕິພີ​ນ້ອງ​ພີ່ນ້ອງ,​ຈິດ ໃຈອ່ອນ​ໂຍນ​ແລະ​ຄວາມ​ເອົາ​ໃຈ​ໃສ່,​ອາລົມ​ຈິດ​ເຫຼົ່າ​ນີ້​ແມ່ນ​ມີ​ຢູ່ໃນ​ມວນ​ມະ​ນຸດ.

ຕາມ​ໄດ້​ຊາບ,​ກະຊວງ​ວັດ​ທະນະ​ທຳ​ຈີນ​ໄດ້​ສະ​ເໜີ​ໃຫ້​ຈັດ​ບຸນ​ກຸດ​ຈີນ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດທະ​ນະ​ທຳ​ທີ່​ບໍ່​ແມ່ນ​ວັດ​ຖຸ​ງວດ​ທຳ​ອິດ​ຂອງ​ຈີນ.