ສະບາຍດີ, ທ່ານຜູ້ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການ"ຄາລົມຄົມຄາຍ".
ຄວາມຮັກແມ່ນສິ່ງປະຫຼາດທີ່ສຸດ, ມັນສາມາດເຮັດໃຫ້ຊີວິດອັນຈືດຈາງເຕັມໄປດ້ວຍຄວາມກະຕືລືລົ້ນ, ເຮັດໃຫ້ຊີວິດທຳມະດາສາມັນເປັ່ງແສງຮຸງເຮຶອງ, ເຮັດໃຫ້ຄົນເກີດມີກຳລັງຈາກດວງໃຈ, ເຮັດໃຫ້ຊີວິດອັນສັ້ນໆຂອງຄົນເຮົາອຸດົມໄປດ້ວຍຄວາມສົມບູນຜູນສຸກ, ຄົນທັງຫຼາຍປາຖະໜາຫາຄວາມຮັກ, ຝັກໃຝ່ຫາຄວາມຮັກແລະຫວັງຢາກຖະໜອມຄວາມຮັກທີ່ເປັນຂອງຕົນນັ້ນໄວ້ດີໆ. ແຕ່ວ່າ, ການພົວພັນລະຫວ່າງຄູ່ຮັກແມ່ນລ້ຳເລິກທີ່ສຸດ, ການຊຳລະການພົວພັນລະຫວ່າງສອງຄົນແມ່ນບໍ່ງ່າຍປານໃດ. ຕໍ່ໄປ, ຂ້າພະເຈົ້າຈະເລົ່າເລື່ອງກ່ຽວກັບກຳຄວາມຮັກສູ່ທ່ານຟັງ:
ມີຜູ້ສາວຜູ້ໜຶ່ງໃກ້ຈະແຕ່ງດອງແລ້ວ, ນາງຖາມແມ່ວ່າ, ແມ່ເອີຍ, ຫຼັງຈາກລູກແຕ່ງງານໄປແລ້ວ, ລູກຈະຮັກສາຄວາມຮັກໄວ້ແນວໃດ? ເມື່ອຟັງແລ້ວ, ແມ່ກໍ່ຍິ້ມ, ແລ້ວນັ່ງລົງກຳເອົາຂີ້ຊາຍກຳໜຶ່ງຂຶ້ນມາ. ຜູ້ສາວເຫັນຂີ້ຊາຍຢູ່ໃນຝາມືຂອງແມ່ເປັນກອງກົມອ້ອມລ້ອມບໍ່ຕົກບໍ່ເຮ່ຍຈັກເມັດ. ຕໍ່ຈາກນັ້ນ, ມືຂອງແມ່ກໍກຳຂີ້ຊາຍໄວ້ໝົດແຮງ, ຂີ້ຊາຍກໍ່ໄຫຼລົງຈາກຫວ່າງນິ້ວມືຂອງແມ່ໃນທຸ້ນທີພໍແມ່ແບມືອອກ, ຂີ້ຊາຍກຳນັ້ນກໍເຮ່ຍລົງເຫຼືອບໍ່ພໍທໍ່ໃດ, ກຳຂີ້ຊາຍທີ່ມົນອ້ອມລ້ອມໄດ້ກາຍເປັນຮູບແປໆ, ບໍ່ງາມຈັກເມັດ, ຜູ້ສາວມອງເບິ່ງຂີ້ຊາຍໃນມືຂອງແມ່, ແລ້ວຕອດຫົວສະແດງຄວາມເຂົ້າໃຈ.
ມີຄົນເວົ້າວ່າ: ຄວາມຮັກກໍຄືແມງກະເບື້ອໂຕໜຶ່ງ, ມັນງາມແຕ່ອ່ອນແອ, ຕ້ອງລະວັງທີ່ສຸດ, ຄັນກຳມັນໄວ້ແໜ້ນໂພດ, ມັນອາດຈະຕາຍໄປ. ແຕ່ວ່າ, ຖ້າບໍ່ເບິ່ງແຍງດີໆ, ມັນພັດອາດຈະບິນໜີ.
ເວລາຊຳລະການພົວພັນກັບຄົນທີ່ຕົນຮັກນັ້ນ, ຖ້າຢ້ານແຕ່ເສຍ, ບາງທີພັດອາດຈະເສຍໄປອີຫຼີ, ທຸກສິ່ງທຸກຢ່າງໃນໂລກກໍ່ຄືແບບນີ້ເກືອບໝົດ, ຄວາມຮັກນັ້ນບໍ່ຕ້ອງຈົດຈໍ່ໄປຮັກສາແຕ່ມັນ, ຍິ່ງຫວງເຂົາຫຼາຍ, ເຂົາອາດຈະຍິ່ງຫາຜູ້ອື່ນຊ້ຳ, ຕົນເອງກໍເສຍຫຼັກການຂອງຕົນເອງ, ລະຫວ່າງສອງຄົນກໍເສຍຄວາມເຫັນໃຈກັນແລະເສຍຄວາມອະໂຫສິແກ່ກັນ, ຄວາມຮັກກໍເສຍລັກສະນະຊາບຊຶ້ງຂອງມັນ.
1 2
|